ພະຍາດລະບາດຮ້າຍແຮງຈະສົ່ງຜົນກະທົບຕໍ່ເສດຖະກິດຈີນ

175

ການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ໃນຈີນໃນໄລຍະນີ້ເຮັດໃຫ້ນັກທຸລະກິດທົ່ວໂລກເກີດອາການກັງວົນວ່າການປິດເມືອງຕ່າງໆໃນແຂວງ ຫູເປີຍຈະສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດຈີນ ແລະ ທ້າຍທີ່ສຸດກໍຈະສົ່ງຜົນກະທົບຕໍ່ເສດຖະກິດໂລກ.

ພະຍາດຮ້າຍດັ່ງກ່າວຍັງຈະເປັນບັນຫາໃນອະນາຄົດໂດຍສະເພາະຜົນກະທົບທີ່ເຫັນໄດ້ຢ່າງຈະແຈ້ງຄືໃນໄລຍະກຸດຈີນຈໍານວນຜູ້ໂດຍສານຫຼຸດລົງຫຼາຍເນື່ອງຈາກລັດຖະບານຄວບຄຸມການເດີນທາງ,ຮຽກຮ້ອງໃຫ້ປະຊາຊົນຢູ່ແຕ່ພາຍໃນເຮືອນຫຼືຕຶກອາຄານ ແລະ ຍົກເລີກການຈັດງານລ້ຽງໃນໄລຍະກຸດຈີນ.

ທ່ານ ຫຼິວ ສຽງໝິງ ລັດຖະມົນຕີກະຊວງຄົມມະນາຄົມຈີນກ່າວວ່າ:ການເດີນທາງໂດຍລວມໃນໄລຍະມື້ທໍາອິດຂອງກຸດຈີນຫຼຸດລົງ28,8%ເມື່ອປຽບທຽບກັບປີກ່ອນ,ສ່ວນການເດີນທາງທາງອາກາດຫຼຸດລົງ41,6%,ການເດີນທາງດ້ວຍລົດໄຟຫຼຸດລົງ41,5% ແລະ ການເດີນທາງທາງບົກຫຼຸດລົງ25%.

ເມືອງ ອູຮັນ ຖືເປັນເມືອງທີ່ຄ້າຍຄືເຄື່ອງຈັກສໍາຄັນຂອງການຂັບເຄື່ອນເສດຖະກິດຈີນໂດຍຂໍ້ມູນຈາກທາງການໃຫ້ຮູ້ວ່າ ອັດຕາການຂະຫຍາຍຕົວທາງເສດຖະກິດຂອງເມືອງ ອູຮັນເມື່ອປີ2019ຢູ່ທີ່ລະດັບ7,8%.ນອກຈາກນີ້,ເມືອງດັ່ງກ່າວຍັງເປັນສູນກາງດ້ານການຄົມມະນາຄົມຂອງຈີນ;ມີການລົງທຶນດ້ານເທັກໂນໂລຢີຈໍານວນຫຼາຍເພາະສະນັ້ນການປິດເມືອງນີ້ຈຶ່ງສົ່ງຜົນກະທົບກັບການຂະຫຍາຍຕົວທາງເສດຖະກິດຂອງຈີນບໍ່ທາງກົງກໍທາງອ້ອມ.

ນອກຈາກນີ້,ການລະບາດຂອງພະຍາດໃນຄັ້ງນີ້ຍັງກະທົບຕໍ່ເສດຖະກິດຈີນໃນພາບລວມໂດຍສະເພາະທຸລະກິດຮ້ານຄ້າ ແລະ ບໍລິສັດທ່ອງທ່ຽວທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງໂດຍ ດິ ອິໂຄໂນມິກ ອິນເທວລິເຈນ ຢູນິດຫຼືອີໄອຢູເຜີຍບົດລາຍງານເມື່ອບໍ່ດົນມານີ້ລະບຸວ່າການລະບາດຂອງພະຍາດຮ້າຍອາດຈະສົ່ງຜົນກະທົບຕໍ່ເສດຖະກິດປະມານ0,5-1%.

ສ່ວນໃນປີນີ້,ຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດຈີນຢູ່ທີ່5,9%ເທົ່ານັ້ນ;ເຖິງວ່າບັນດານັກເສດຖະສາດສ່ວນໃຫຍ່ຈະເຫັນກົງກັນວ່າການລະບາດຂອງພະຍາດຮ້າຍອາດຈະສົ່ງຜົນກະທົບຕໍ່ເສດຖະກິດໜ້ອຍກວ່າພະຍາດ ຊາຣ໌ສເມື່ອປີ2003ເຊິ່ງໃນຄັ້ງນັ້ນສົ່ງຜົນກະທົບຕໍ່ຈີດີພີຈີນເຖິງ2%.

ປັດຈຸບັນການເຊື່ອມໂຍງຂອງເສດຖະກິດກັບເສດຖະກິດໂລກເພີ່ມຂຶ້ນຢ່າງມີໄນຍະສໍາຄັນເມື່ອປຽບທຽບກັບໄລຍະ17ປີກ່ອນ ແລະ ເພີ່ມຄວາມສ່ຽງທີ່ອາດຈະສົ່ງຜົນກະທົບລຸກລາມໄປຫາເສດຖະກິດໂລກໄດ້.

ທັງນີ້ໃນແຕ່ລະປີມີຄົນຈີນເດີນທາງໄປທ່ອງທ່ຽວໃນຕ່າງປະເທດຈໍານວນກວ່າ100ລ້ານຄົນເຮັດໃຫ້ໂອກາດການລະບາດຂອງພະຍາດຮ້າຍໃນຄັ້ງນີ້ອາດຈະເຮັດໃຫ້ເກີດຄວາມກັງວົນໃນການເດີນທາງທ່ອງທ່ຽວຂອງນັກເດີນທາງທົ່ວໂລກ.

ນອກຈາກທຸລະກິດຄົມມະນາຄົມ,ຄ້າຂາຍ ແລະ ທ່ອງທ່ຽວຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດຮ້າຍຊະນິດນີ້ແລ້ວສິນຄ້າອຸປະໂພກ-ບໍລິໂພກເຊິ່ງຈີນເປັນຜູ້ບໍລິໂພກລາຍໃຫຍ່ກໍມີໂອກາດໄດ້ຮັບຜົນກະທົບຢ່າງໜັກນໍາເຊັ່ນກັນ.

ມີການຄາດຄະເນວ່າວິກິດໃນຄັ້ງນີ້ອາດຈະສົ່ງຜົນກະທົບຕໍ່ການບໍລິໂພກນໍ້າມັນປະມານ200.000ບາເຣວຕໍ່ມື້ ແລະ ອາດຈະເພີ່ມຂຶ້ນເປັນ700.000ບາເຣວຕໍ່ມື້ຫາກສະຖານະການຮ້າຍແຮງຂຶ້ນເທົ່າກັບ ຊາຣ໌ສເຮັດໃຫ້ການເດີນທາງທ່ອງທ່ຽວ ແລະ ບໍລິໂພກຫຼຸດລົງ.