ຂະແໜງທະນາຄານຂອງຫວຽດນາມ ນຳໜ້າໃນການຫັນເປັນດີຈີຕອນ

22

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 8 ພຶດສະພາຜ່ານມາຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນເປັນດີຈີຕອນ ໄດ້ເຂົ້າຮ່ວມກອງປະຊຸມການຫັນເປັນດີຈີຕອນ ຂົງເຂດທະນາຄານປີ 2024 ດ້ວຍຫົວຂໍ້: ເປີດກວ້າງການເຊື່ອມຕໍ່ ແລະ ພັດທະນາລະບົບຊີວະພາບ ດີຈີຕອນ.

ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ລັດຖະບານ ເລືອກເອົາຫົວຂໍ້ໃນການຫັນເປັນດີຈີຕອນແຫ່ງຊາດ ປີ 2024 ແມ່ນການພັດທະນາເສດຖະກິດດີຈີຕອນ ດ້ວຍ 4 ເສົາຄ້ຳອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນບັນດາຂົງເຂດເສດຖະກິດ, ການຄຸ້ມຄອງດີຈີຕອນ, ຂໍ້ມູນດີຈີຕອນ – ກຳລັງໜູນສຳຄັນທີ່ສຸດໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມໂດຍໄວ ແລະ ຍືນຍົງ. ຈຸດສຸມແມ່ນຊຸກຍູ້ການພັດທະນາເສດຖະກິດດີຈີຕອນ, ໃນນັ້ນຂົງເຂດທະນາຄານດ້ວຍບົດບາດສຳຄັນຂອງພື້ນຖານເສດຖະກິດ.

ທ່ານ ຟ້າມມິງຈິງ ຊີ້ແຈງ 3 ເປົ້າໝາຍໃນໄລຍະຈະມາເຖິງຂອງການຫັນເປັນດີຈີຕອນຂົງເຂດທະນາຄານນັ້ນ ແມ່ນສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ປະຊາຊົນ, ວິສາຫະກິດ, ຫົວ ໜ່ວຍປະຕິບັດລະບຽບການບໍລິຫານ ໄດ້ຮັບການບໍລິການສະດວກທີ່ສຸດ, ດີທີ່ສຸດກັບບັນດາການບໍລິການທະນາຄານ; ປະກອບສ່ວນຫຼຸດຜ່ອນຄ່າໃຊ້ຈາຍ, ເວລາ, ວັດຖຸ ໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ລະບົບຂອງທະນາຄານເອງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຄວບຄຸມຄວາມສ່ຽງ, ສະກັດກັ້ນ ແລະ ຊຸກຍູ້ໃຫ້ໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ ໃຫ້ຖອຍຫຼັງ.