ເມັກຊິໂກ ຈະກໍ່ສ້າງໂຮງງານໄຟຟ້າພະລັງງານແສງອາທິດຢູ່ເທິງໜ້ານ້ຳ

15

ຂ່າວສານຫວຽດນາມ ລາຍງານວ່າ: ບໍລິສັດໄຟຟ້າເມັກຊິໂກ ( CFE ) ປະກາດໃນວັນທີ 8 ພຶດສະພານີ້ວ່າ ຈະສ້າງໂຮງງານໄຟຟ້າພະລັງງານແສງອາທິດແບບລອຍຢູ່ເທິງໜ້ານ້ຳແຫ່ງທຳອິດ ໃນອາເມຣິກາລາຕິນ ດ້ວຍເງິນກູ້ຢືມຫຼາຍກວ່າ 150 ລ້ານເອີໂຣ ( 160 ລ້ານໂດລາ ) ຈາກອົງການພັດທະນາຝຣັ່ງ ( AFD).

ຖະແຫຼງການຂອງ CFE ກ່າວວ່າ: ໂຄງການໂຮງງານໄຟຟ້າພະລັງງານແສງຕາເວັນແບບລອຍຢູ່ເທິງໜ້ານ້ຳ ຈະຕິດຕັ້ງແຜງພະລັງງານແສງຕາເວັນໃສ່ເທິງໜ້ານ້ຳໃນທະເລສາບ ໃນລັດຊິນາລົວ ແລະ ຄົວຮຸຍລາ ພາກເໜືອຂອງປະເທດ ໂດຍມີກຳລັງການຜະລິດທັງໝົດຫຼາຍກວ່າ 120 ເມກາວັດ (MW).

ຄາດວ່າໂຄງການດັ່ງກ່າວຈະສົ່ງຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມໃນພື້ນທີ່ທີ່ວາງແຜນໄວ້, ປະກອບສ່ວນຊ່ວຍ ເມັກຊິໂກ ເພີ່ມການນຳໃຊ້ແຫຼ່ງພະລັງງານທົດແທນ, ໃນຂະນະທີ່ການຜະລິດໄຟຟ້າຈາກເຂື່ອນໄຟຟ້າໃນປັດຈຸບັນແມ່ນຫຼຸດລົງໃນໄລຍະເວລາທີ່ເກີດໄພແຫ້ງແລ້ງ.

ເງິນກູ້ຢືມຂ້າງເທິງຈາກ AFD ມີໄລຍະເວລາ 15 ປີ ລວມທັງໄລຍະເວລາຜ່ອນຜັນ 2 ປີ ແລະ ນະໂຍບາຍບຸລິມະສິດຫຼາຍຢ່າງ.