ບີວາຍດີ ກຽມລົງທຶນ 1,3 ຕື້ໂດລາ ສ້າງໂຮງານຜະລິດລົດໄຟຟ້າໃນປະເທດອິນໂດເນເຊຍ

30

ບີວາຍດີ BYD ປະກາດລົງທຶນ 1,3 ຕື້ໂດລາສະຫະລັດ ເພື່ອສ້າງໂຮງງານຜະລິດລົດໄຟຟ້າໃນປະເທດອິນໂດເນເຊຍ ໂດຍໂຮງງານດັ່ງກ່າວຕັ້ງຢູ່ໃນແຂວງ West Java ຫ່າງຈາກນະຄອນຫຼວງຈາກາຕາ ປະມານ2 ຊົ່ວໂມງ ໂດຍຈະເລີ່ມການຜະລິດໄດ້ໃນປີ 2026 ຄາດວ່າຈະມີກຳລັງການຜະລິດລົດໄຟຟ້າ1,5 ແສນຄັນຕໍ່ປີ.

ສຳນັກຂ່າວ Tech in Asia  ລາຍງານວ່າ: ການລົງທຶນຄັ້ງຫຼ້າສຸດຂອງບີວາຍດີ ຖືເປັນຜູ້ຜະລິດລົດອີກລາຍທີ່ເຂົ້າມາຕັ້ງໂຮງງານຜະລິດລົດໄຟຟ້າທີ່ປະເທດອິນໂດເນເຊຍໃນໄລຍະນີ້ ເພາະເມື່ອປີ 2022 Hyundaiຂອງ ສ.ເກົາຫຼີ ແລະ Wuling ຂອງຈີນ ໄດ້ເຂົ້າມາຕັ້ງໂຮງງານຜະລິດລົດໄຟຟ້າກ່ອນແລ້ວ.

ໂຮງງານດັ່ງກ່າວຂອງ ບີວາຍດີ ໄດ້ຮ່ວມມືກັບ Suryacipta Swadaya ກຸ່ມທຸລະກິດນິຄົມອຸດສາຫະກຳຂອງ Surya Internusa Group ເຊິ່ງຕັ້ງຢູ່ໃນນິຄົມອຸດສາຫະກໍາ Subang Smartpolitan ເຊິ່ງຈະມີການຈ້າງງານເຖິງ 1.000ຕໍາແໜ່ງ.

ປັດຈຸບັນ ບີວາຍດີ ກ້າວຂຶ້ນເປັນຜູ້ຜະລິດລົດໄຟຟ້າລະດັບໂລກ ແລະ ກຽມເປີດໂຕລົດໄຟຟ້າ 3 ລຸ້ນໃໝ່ ເພື່ອເຮັດຕະຫຼາດໃນອິນໂດເນເຊຍ ໃນປີ 2024 ທັງຍັງປິດດິລກັບ Blue Bird ຜູ້ບໍລິການລົງແທັກຊີທ້ອງຖິ່ນ ເພື່ອເຂົ້າມາເປັນພາດເນີດ້ານລົດໄຟຟ້າໃຫ້ກັບບໍລິສັດດັ່ງກ່າວ.

ໃນໄຕມາດ 1 ປີ 2024 ບີວາຍດີ ສາມາດກ້າວຂຶ້ນເປັນ  ແບຣນລົດທີ່ສົ່ງມອບລົດໄຟຟ້າ( BEV) ໄດ້ຫຼາຍທີ່ສຸດທີ່ 5,26ແສນຄັນ ຖືເປັນຄັ້ງທຳອິດທີ່ແຊງໜ້າອັນດັບໜຶ່ງຢ່າງ Tesla ທີ່ສົ່ງມອບລົດໄຟຟ້າໄດ້ 4,49ແສນຄັນ.