Monthly Archives: January, 2020

ເປີດໂຕມາດຕະຖານ Lao QR Code ເພື່ອການຊໍາລະຂອງ ສປປ ລາວ

ທະນາຄານແຫ່ງ ສປປ ລາວ ( ທຫລ ) ໄດ້ເປີດໂຕມາດຕະຖານ Lao QR Code ເພື່ອການຊຳລະຂອງ ສປປ ລາວ ຖືວ່າເປັນຜົນສຳເລັດບາດກ້າວທຳອິດໃນການພັດທະນາມາດຕະຖານ QR Code ທີ່ສາມາດຮອງຮັບຊ່ອງທາງການຊຳລະໃຫ້ມີ ຄວາມສະດວກ, ປອດໄພ ໃຫ້ແກ່ຜູ້ໃຫ້ບໍລິການຊໍາລະໃນ ສປປ ລາວ ທັງເປັນການຕອບສະໜອງຍຸດທະສາດຂະແໜງການເງິນ -...

ລາຄາຊີ້ນໝູຈຸລະດັບ 50 ພັນກີບຕໍ່ກິໂລ ເກີນລາຄາທີ່ລັດກຳນົດ

ລາຄາຊີ້ນໝູຢູ່ທ້ອງຕະຫຼາດ ເລີ່ມເໜັງຕີງມາແຕ່ກາງເດືອນທັນວາ 2019 ຈາກລາຄາ 30 ພັນກີບຕໍ່ກິໂລ ຂຶ້ນເປັນ 40 ພັນກີບຕໍ່ກິໂລ ມາຮອດອາທິດສຸດທ້າຍຂອງເດືອນມັງກອນ ລາຄາຂາຍຍ່ອຍຢູ່ບາງຕະຫຼາດກະໂດດຂຶ້ນ 50 ພັນກີບຕໍ່ກິໂລ ຕໍ່ກັບສະຖານະການດັ່ງກ່າວລັດຖະບານໄດ້ຊີ້ນຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ໃນການກຳນົດລາຄາສິນຄ້າໃຫ້ມີຄວາມສົມເຫດສົມຜົນ. ຫຼ້າສຸດພະແນກການຄ້ານະຄອນຫຼວງ ອອກແຈ້ງການກຳນົດລາຄາຊີ້ນໝູ ບໍ່ໃຫ້ເກີນ 40 ພັນກີບຕໍ່ກິໂລ ຈະເລີ່ມຈັດຕັ້ງປະຕິບັດຕົ້ນເດືອນກຸມພາທີ່ຈະມາເຖິງນີ້. ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ...

3 ປີສ້າງວັງສະຫງວນໄດ້ 21 ແຫ່ງ

ໃນ 3 ປີຜ່ານມາ ໂຄງການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆແບບຍືນຍົງຢູ່ເຂດສີພັນດອນ ໄລຍະ 2 ສາມາດສ້າງວັງສະຫງວນໄດ້ 21 ວັງ ກວມ 165 ເຮັກຕາ ໃນເມືອງໂຂງ ແລະ ເມືອງມຸນລະປະໂມກ. ສ່ວນປີ 2020 ຕັ້ງເປົ້າສ້າງວັງສະຫງວນອີກ 3 ແຫ່ງ. ໃນວັນທີ...

ການສົ່ງອອກໄປຍີ່ປຸ່ນ ຍັງພົບຫຼາຍບັນຫາ

ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ ເຜີຍປະເທດລາວມີຕົວເລກການຄ້າເພີ່ມຂຶ້ນຢ່າງຕໍ່ເນື່ອງກັບປະເທດຍີ່ປຸ່ນ ແຕ່ກໍຢູ່ໃນລະດັບຕໍ່າ ເພີ່ມຂຶ້ນພຽງ 16% ຕໍ່ປີ ທັງທີ່ມີຄວາມອາດສາມາດຂະຫຍາຍໄດ້ຕື່ມອີກ. ຂະນະດຽວກັນຜູ້ປະກອບການຊີ້ ຍັງຫຼາຍບັນຫາທີ່ສ້າງ ຄວາມຫຍຸ້ງຍາກແກ່ການສົ່ງອອກສິນຄ້າໄປປະເທດດັ່ງກ່າວ. ໃນວັນທີ 30 ມັງກອນ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ )ຈັດກອງປະຊຸມສໍາມະນາໃນຫົວຂໍ້ການສົ່ງເສີມສິນຄ້າກະສິກຳ ແລະ ກະສິກຳປຸງແຕ່ງ ເພື່ອສົ່ງອອກໄປຍີ່ປຸ່ນ ພາຍໃຕ້ຂອບສັນຍາຮ່ວມມືຮອບດ້ານອາຊຽນ -...

ຕິດຕັ້ງເຄື່ອງສະແກນກວດພະຍາດຢູ່ 4 ສະໜາມບິນພ້ອມຕັ້ງທີມແພດປະຈຳການ 24 ຊົ່ວໂມງ

ສປປ ລາວ ໄດ້ເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໄວຣັສ ໂຄໂຣນາ ) ໂດຍໄດ້ຕິດຕັ້ງເຄື່ອງສະແກນກວດເຊື້ອພະຍາດດັ່ງກ່າວຢູ່ 4 ສະໜາມບິນສາກົນ ລວມທັງໄດ້ຈັດຕັ້ງທີມແພດປະຈຳການຕະຫຼອດ 24 ຊົ່ວໂມງ. ສ່ວນສະຖານະການການລະບາດຂອງພະຍາດດັ່ງກ່າວຢູ່ ສປ ຈີນ ມາຮອດວັນທີ 29 ມັງກອນຜ່ານມາ ຜູ້ຕິດເຊື້ອເພີ່ມຂຶ້ນເປັນ 7.711 ຄົນ ເສຍຊີວິດ...

ສະໜາມບິນວັດໄຕ ແພດປະຈໍາການ 24 ຊົ່ວໂມງຄັດກອງຄົນເຂົ້າເມືອງ

ນັບວ່າຫຼາຍໆທ່ານໃດທີ່ມີແຜນທ່ຽວຕ່າງປະເທດ ໂດຍສະເພາະປະເທດຈີນຕ້ອງຍົກເລີກແຜນການ, ຖ້ຽວບິນອອກໄປກ່ອນ ເນື່ອງຈາກຊ່ວງນີ້ມີການແຜ່ລະບາດຂອງພະຍາດປອດອັກເສບ ຈາກເຊື້ອໄວຣັດໂຄໂຣນາ ທີ່ມີສູນກາງການລະບາດຢູ່ປະເທດຈີນ ເມືອງ ອູ່ຮັ່ນ ແຂວງ ຫູເປີ່ຍ ແລ້ວແຜ່ລາມໄປສູ່ປະເທດອ້ອມຂ້າງ ເຊິ່ງໂຕເລກລ້າສຸດ ມາຮອດເວລາ 9:30 ນາທີ ຂອງວັນທີ 30 ມັງກອນ ພົບຜູ້ຕິດເຊື້ອທີ່ໄດ້ຮັບການຢັ້ງຢືນຈາກຫ້ອງວິເຄາະແລ້ວທັງໝົດ 7.736 ກໍລະນີ, ສົງໄສ 12.167 ກໍລະນີ,...

ດີໃຈນຳ! ສາທາເມືອງວຽງທອງ ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດຫຼາຍລາຍການ

ໃນວັນທີ 28 ມັງກອນ 2020 ຜ່ານມາ, ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ ໄດ້ລົງພົບປະຢ້ຽມຢາມ ແລະ ມອບເຄື່ອງອຸປະກອນການແພດໃຫ້ຫ້ອງການສາທາລະສຸກເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ  ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄໍາໄຊ, ມີທ່ານ ເຈົ້າເມືອງວຽງທອງ, ຫົວໜ້າກົມ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຍ້ອນເຫັນໄດ້ຄວາມສຳຄັນ...

ປະຊາຊົນຜູ້ຖືກກະທົບຈາກໂຄງການກໍ່ສ້າງເສັ້ນທາງເບຕົງຢູ່ແຂວງໄຊສົມບູນ ໄດ້ຮັບເງິນຊົດເຊີຍ

ແຂວງໄຊສົມບູນ ມອບເງິນຊົດເຊີຍໃຫ້ປະຊາຊົນຜູ້ຖືກຜົນກະທົບຈາກໂຄງການ ກໍ່ສ້າງທາງເບຕົງ ຖະໜົນອະນຸວົງ ເທດສະບານ ແຂວງໄຊສົມບູນ ໃນມູນຄ່າ 97ລ້ານກວ່າກີບ. ພິທີ ມອບ-ຮັບເງິນ ຊົດເຊີຍດັ່ງກ່າວໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 29 ມັງກອນ 2020 ທີ່ຜ່ານມາ, ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ໂດຍການເຂົ້າຮ່ວມຂອງທ່ານ ຄຳພຸດ ແກ້ວວົງພອນ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ...

ຍ້ອນຄວາມດຸໝັ່ນ! ພະນັກງານບໍານານ ຫັນຍຶດອາຊີບປູກຝັງລ້ຽງສັດຢ່າງເຕັມໂຕ ສ້າງລາຍໄດ້ 50ລ້ານກີບຕໍ່ປີ

ທ່ານ ພັນເອກ ສີດາ ໄຊຍະສິດ ອາດີດຜູ້ບັນຊາການກອງພັນໃຫຍ່ 644 ພະນັກງງານບໍານານຜູ້ຫັນຫຼັງໃຫ້ວຽກງານຫ້ອງການ ແລະ ສະໜາມຮົບ ກ້າວສູ່ອາຊີບຊາວກະສິກອນໃນບັ້ນປາຍຂອງຊີວິດ ສ້າງລາຍຮັຍເຂົ້າຄອບຄົວ 30 ຫາ 50ລ້ານກີບຕໍ່ປີ. ຍ້ອນຄວາມດຸໝັ່ນ ໃນການທຳການຜະລິດປູກພືດຜັກຊະນິດຕ່າງໆຂາຍເພື່ອສ້າງລາຍໄດ້ເສີມໃຫ້ແກ່ຄອບຄົວ, ຫຼັງຈາກເກັບກ່ຽວມ້ຽນມັດເຂົ້ານາສຳເລັດ ກໍ່ລົງມືປູກພືດຜັກຊະນິດຕ່າງໆ ເອີ້ນໄດ້ວ່າພືດສວນຄົວເກືອບຄົບທຸກຊະນິດ ສົ່ງຂາຍປ້ອນໃຫ້ຕະຫຼາດເຊໂນ ສ້າງລາຍໄດ້ຫຼາຍແສນກີບຕໍ່ມື້ ນັ້ນຄື ທ່ານ ສີດາ ໄຊຍະສິດ. ທ່ານ ...

ນາຍົກ ຊີ້ນຳ ຄຊພຊ ປະຕິຮູບການສຶກສາຄືນໃໝ່ ຕີຖອຍແນວຄິດນຳໃບປະກາດແຕ່ຂາດຄວາມຮູ້

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດມື້ວານນີ້( 29 ມັງກອນ 2020) ພ້ອມໃຫ້ທິດຊີ້ນຳ ໃຫ້ພ້ອມກັນທົບທວນຄືນແຜນ 5 ປີຂອງແຜນພັດທະນາຊັບພະຍາກອນມະນຸດ ແລະ ວາງແຜນ 5 ປີໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9, ທ່ານໄດ້ເນັ້ນໃຫ້ດຳເນີນການປັບປ່ຽນການສຶກສາ ຫຼື ປະຕິຮູບຄືນໃໝ່ໃຫ້ສາມາດຮອງຮັບກັບການປ່ຽນແປງໃໝ່...
- Advertisment -
Slide
Slide

Most Read

error: Content is protected !!