ຊີມອາຫານທົ່ວທຸກພາກໃນເທດສະການອາຫານລາວ 2020

171

ເທດສະການອາຫານລາວ ເລີ່ມແຕ່ວັນທີ 28 ຫາ 31 ມັງກອນ 2020 ຢູ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ມີບັນດາຮ້ານອາຫານ, ຮ້ານຫັດຖະກໍາ, ຮ້ານກະສິກໍາ, ຮ້ານຈາກສະຖານທູດ ແລະ ຮ້ານມາຈາກ OTOP ໄທ ທັງໝົດ 190 ຮ້ານ ມີອາຫານຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ.

ທ່ານ ນາງ ບົວສາຍ ໄພວັນ ຈາກແຂວງບໍ່ແກ້ວ ໃຫ້ສໍາພາດວ່າ: ຕົນເປັນແມ່ຄ້າຂາຍອາຫານສຸກຢູ່ຕະຫຼາດທ້ອງຖິ່ນພາຍໃນແຂວງບໍ່ແກ້ວມາຫຼາຍກວ່າ 10 ປີແລ້ວ. ດັ່ງນັ້ນ, ຈຶ່ງໄດ້ຖືກມອບໝາຍຈາກສະຫະພັນແມ່ຍິງແຂວງ ເຂົ້າຮ່ວມກິດຈະກໍາແຂ່ງຂັນການປຸງແຕ່ງອາຫານພື້ນເມືອງລາວໃນງານເທດສະການອາຫານລາວ ປີ 2020 ເຊິ່ງໄດ້ເລືອກເອົາການປຸງແຕ່ງອາຫານປະເພດເອາະຫຼາມ ໂດຍເນັ້ນໃສ່ລົດຊາດທີ່ເປັນເອກະລັກຂອງ   ແຂວງບໍ່ແກ້ວ ເນື່ອງຈາກວ່າເປັນອາຫານທີ່ຫຼາຍຄົນມັກກິນ.

ເພື່ອເປັນການໂຄສະນາອາຫານທີ່ເປັນເອກະລັກຂອງ   ແຂວງບໍ່ແກ້ວ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ກໍໄດ້ນໍາເອົາຜະລິດຕະພັນອາຫານເຂົ້າຮ່ວມວາງສະແດງຫຼາຍຢ່າງ ເຊັ່ນ: ເຊື່ອມໝາກຕາວ, ແຈ່ວນໍ້າຜັກ, ໜັງຍໍາ, ປາບ້ວງ, ໄຄແຜ່ນ ແລະ ໝາກຖົ່ວເນົ່າ ເຊິ່ງຜ່ານການຈໍາໜ່າຍໃນມື້ທໍາອິດເຫັນວ່າໄດ້ຮັບການຕອບຮັບຈາກຜູ້ທີ່ມາທ່ຽວຊົມເປັນຈໍານວນຫຼວງຫຼາຍ.

ແມ່ດໍາດວນ ດວງທະນູສອນ ຈາກແຂວງຊຽງຂວາງ ໃຫ້ສໍາພາດວ່າ: ສິນຄ້າທຸກຢ່າງທີ່ນໍາມາຂາຍໃນເທດສະການອາຫານລາວ ຄັ້ງທີ 15 ແມ່ນມາຈາກແຂວງຊຽງຂວາງທັງໝົດ ເຊິ່ງມີຫຼາຍກວ່າ 10 ຢ່າງ ໂດຍນໍາເອົາອາຫານທີ່ເປັນເອກະລັກຂອງແຂວງມາຈໍາໜ່າຍ ເຊັ່ນ: ແຈ່ວປາເຄັມ, ແຈ່ວບອງ, ຊຸບໃບໝາກຈອງ, ເຂົ້າຄຽບມັນຕົ້ນ, ເຂົ້າຮາງ, ເຂົ້າກໍ່າ, ກະທຽມ ແລະ ອີກຫຼາຍຢ່າງ.

ຕົນເອງໄດ້ເຂົ້າຮ່ວມງານເທດສະການອາຫານລາວມາຫຼາຍປີແລ້ວ ແລະ ແຕ່ລະປີກໍຈະນໍາເອົາປະເພດອາຫານ ຫຼື ແຜ່ນແພມາຂາຍຮ່ວມນໍາ ໂດຍທຸກໆປີກໍຖືວ່າຂາຍໝົດ ແລະ ບາງປີກໍບໍ່ພໍ. ນອກຈາກນໍາມາຂາຍໃນເທດສະການອາຫານລາວແລ້ວ ຕົນເອງກໍເຮັດອາຫານພື້ນບ້ານຂາຍປະຈໍາຢູ່ແລ້ວ ຖ້າທ່ານໃດທີ່ໄປທ່ຽວຊົມມະຫະກໍາກີລາແຫ່ງຊາດ ກໍສາມາດໄປລອງຊີມໄດ້ທີ່ບ້ານໂພນສະຫວັນໃຕ້ ເມືອງແປກ ແຂວງຊຽງຂວາງ.

ເທດສະການອາຫານລາວ ຄັ້ງທີ 15 ມີຫຼາກຫຼາຍສິນຄ້າທັງອາຫານ, ເຄື່ອງດື່ມ, ຜະລິດຕະພັນເພື່ອສຸຂະພາບ, ເຄື່ອງຫັດຖະກໍາ, ແຜ່ນແພ ແລະ ອື່ນໆ ໃຫ້ທ່ານໄດ້ເລືອກຊື້ ເລີ່ມແຕ່ວັນທີ 28 ຫາ 31 ມັງກອນ 2020 ທີ່ສວນເຈົ້າອານຸວົງ ແຕ່ເວລາ       8:00 ຫາ 22:00 ໂມງ.

[ ຂ່າວ: ນຸ້ມນິ້ມ; ຮູບ: ສຸກສະຫວັນ ]