ລາບກະຮອກໃສ່ໝາກປີ

32

ກະຮອກ ເປັນສັດປ່າຊະນິດໜຶ່ງ ເຊິ່ງຄ້າຍຄືກັບໜູ ແຕ່ກະຮອກຈະມີຂົນທີ່ຍາວກວ່າ ແລະ ຫາງຈະມີຂົນທີ່ດົກໜາ ແລະ ຍາວກວ່າ. ເຊິ່ງກິ່ນກໍຈະແຕກຕ່າງກັນ ແລະ ກະຮອກສາມາດປຸງແຕ່ງແບບຍັງດິບ ຫຼື ຈະເຮັດແບບຢ້າງແຫ້ງກໍໄດ້ ສະເພາະຄົນລາວເຮົາສ່ວນຫຼາຍຈະເຮັດເມນູ: ຢ້າງແຫ້ງເອາະຫຼາມໃສ່ບັ້ງໄມ້, ໃສ່ໝໍ້ ຫຼື ເອາະໃສ່ໝາກເຂືອ, ໝາກປີ…; ຖ້າແບບດິບ ກໍຈະເຮັດເມນູປີ້ງ, ລາບ ແລະ ມື້ນີ້ຄໍລໍາອາຫານຈະພາທ່ານມາເຮັດເມນູລາບກະຮອກ ເຖິງຈະມີຫຼາຍຂັ້ນຕອນແຕ່ກໍແຊບ (ສຳລັບຄົນທີ່ກິນສັດປ່າ).

อาจเป็นรูปภาพของ หนู

▶ ວັດຖຸດິບ: ກະຮອກ ທີ່ຫຼົກຂົນ ແລະ ຄົວເອົາເຄື່ອງໃນອອກລ້າງສະອາດໄວ້, ຫອມປ້ອມ, ຫອມບົ່ວ, ຫອມລາບ, ຜັກແພວ, ໝາກປີ, ເຂົ້າຂົ້ວ, ເກືອ, ແປ້ງນົວ, ນໍ້າປາ, ໝາກເຜັດຜົງ ແລະ ໝາກເຜັດດິບ, ຫົວຫອມບົ່ວ ແລະ ຫົວຜັກທຽມ ( ລ້າງຜັກທຸກສະຊິດໄວ້ ).

ไม่มีคำอธิบายรูปภาพ

▶ ຂັ້ນຕອນເຮັດ: ຖ້າມີກະຮອກຫຼາຍໃຫ້ຫຼືບເອົາແຕ່ຊີ້ນມາຟັກໃຫ້ໝຸ່ນ ຖ້າມີໜ້ອຍສາມາດຟັກທັງກະດູກໄດ້ ແຕ່ຕ້ອງຟັກໃຫ້ມຸ່ນລະອຽດ ບໍ່ດັ່ງນັ້ນຈະຫຍະກະດູກ, ຈາກນັ້ນກໍທຸບຫົວຜັກທຽມ ແລະ ຫົວຜັກບົ່ວ ແລ້ວນຳໄປຂົ້ວໂດຍຢອດນໍ້າມັນໃສ່ຫົວຜັກທຽມ ແລະ ຫົວຜັກບົ່ວ ຂົ້ວໃຫ້ຫອມແລ້ວໃຫ້ເອົາຊີ້ນກະຮອກທີ່ຟັກໄວ້ ລົງໄປຂົ້ວໃຫ້ສຸກ ໂດຍປຸງລົດຊາດໃສ່ເກືອ, ແປ້ງນົວ ໃຫ້ພໍດີ; ຈາກນັ້ນມາຊອຍໝາກປີໃຫ້ນ້ອຍຄືກັບເຮັດເຫຍື່ອເຂົ້າປຸ້ນ ແລ້ວເອົາມາຕັດໃຫ້ນ້ອຍອີກ; ຈາກນັ້ນມາຊອຍໝາກເຜັດດິບ ແລະ ຫອມໄວ້.

▶ ວິທີຄົນລາບ: ແມ່ນເອົາຊີ້ນກະຮອກທີ່ຂົ້ວສຸກແລ້ວປະໃຫ້ເຢັນ ໃສ່ຊາມທີ່ຈະຄົນລາບ ພ້ອມເອົາໝາກເຜັດດິບ, ໝາກເຜັດແຫ້ງຜົງ, ເຂົ້າຂົ້ວ, ໝາກປີ ໃສ່ກັນແລ້ວຄົນໃຫ້ເຂົ້າກັນ ພ້ອມປຸງລົດຊາດຕາມໃຈມັກ ຖ້າພໍດີແລ້ວໃຫ້ເອົາຫອມທີ່ຊອຍໄວ້ລົງໄປຄົນ ເທົ່ານີ້ທ່ານກໍໄດ້ລາບກະຮອກກິນແລ້ວ.