ນະຄອນຫຼວງປັບໃໝ່ ລາຄາຊິ້ນໝູເລີ່ມປະຕິບັດ 3 ກຸມພານີ້

354

ເພື່ອຊຸກຍູ້ສົ່ງເສີມຜູ້ດໍາເນີນທຸລະກິດການຜະລິດ, ຜູ້ຄ້າຂາຍ ແລະ ເປັນການປົກປ້ອງສິດ, ຜົນປະໂຫຍດຜູ້ຊົມໃຊ້ ຫຼື ຜູ້ບໍລິໂພກໃຫ້ມີຄວາມຍຸຕິທໍາບົນພື້ນຖານກົນໄກຕະຫຼາດ, ຫຼີກລ້ຽງການເອົາລັດເອົາປຽບກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ, ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຍ້ອນສະພາບຕົ້ນທຶນການຜະລິດໝູເພີ່ມຂຶ້ນຈາກການປ້ອງກັນພະຍາດໂຣກລະບາດໝູ (ASF), ສະພາບອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ອື່ນໆ ມີການເໜັງຕິງເພີ່ມຂຶ້ນ ເຊິ່ງເຮັດໃຫ້ຕົ້ນທຶນການຜະລິດໝູເພີ່ມຂຶ້ນ ການຄ້ານະຄອນຫຼວງຈິ່ງປັບຂຶ້ນລາຄາຊຶ້ນໝູໃໝ່ເລີ່ມແຕ່ 3 ກຸມພານີ້ເປັນຕົ້ນໄປ.

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການສະບັບເລກທີ 0224/ອຄ.ນວຄພບ, ລົງວັນທີ 30 ມັງກອນ 2020 ເລື່ອງ: ການກໍານົດລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ.ອີງຕາມ ມະຕິກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການເຫັນດີຮັບຮອງເອົາການກໍານົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍຊີ້ນໝູ ຄັ້ງວັນທີ 28 ມັງກອນ 2020.

ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ອອກ ແຈ້ງການ ວ່າ: ລາຄາ ຢືນໜ້າຟາມ ຊື້-ຂາຍ ລາຄາສູງສຸດ ບໍ່ໃຫ້ເກີນ 23.500 ກີບຕໍ່ກິໂລ, ລາຄາຂາຍຍົກໝູໂຕ ທີ່ໄດ້ຂ້າ, ຄົວ ແລະ ຊຳແຫຼະ ເປັນຊີ້ນລວມ ນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດ ລາຄາສູງບໍ່ໃຫ້ເກີນ 28.500 ກີບຕໍ່ກິໂລ (ກໍລະນີຊື້-ຂາຍໝູຂ້າ, ຄົວ ແລະ ຊຳແຫຼະ ເປັນຊີ້ນລວມຢູ່ໜ້າໂຮງງານຂ້າສັດ ລາຄາສູງບໍ່ໃຫ້ເກີນ 27.500 ກີບຕໍ່ກິໂລ ແລະ ນາຍຮ້ອຍສົ່ງໃຫ້ລູກຂຽງຮອດຕະຫຼາດລາຄາສູງບໍ່ໃຫ້ເກີນ 28.500 ກີບຕໍ່ກິໂລ.

ສ່ວນລາຄາຂອງລູກຂຽງ ໃຫ້ຜູ້ບໍລິໂພກ ຢູຕະຫຼາດ ມີດັ່ງຕໍ່ໄປນີ້: ຊີ້ນໝູປະເພດ 1 ລາຄາສູງສຸດບໍ່ໃຫ້ເກີນ 40 ພັນກີບຕໍ່ກິໂລ, ຊີ້ນໝູປະເພດ 2 ລາຄາສູງສຸດ ບໍ່ໃຫ້ເກີນ 38.000 ກີບຕໍ່ກິໂລ.

ແມ່ນໃຫ້ເລີ່ມຈັດຕັ້ງປະຕິບັດແຈ້ງການສະບັບນີ້ ແມ່ນເລີ່ມແຕ່ວັນທີ 3 ກຸມພາ 2020 ເປັນຕົ້ນໄປ.

ແນວໃດກໍ່ຕາມລາຄາໃໝ່ກໍ່ບໍໄດ້ສູງກວ່າລາຄາເກົ່າພໍເທົ່າໃດ ສຳຄັນທີ່ຕາຊີງ ແຕ່ທັ້ງນີ້ຜູ້ບໍລິໂພກຈະບໍ່ຖືກເອົາລັດເອົາປຽບກໍ່ຕໍ່ເມື່ອທຸກຄົນມີຄວາມເປັນເຈົ້າການນຳກັນ, ເອົາຊີງກາງເປັນຕົວກຳນົດ ແມ່ຄ້າຊັ່ງບໍ່ເຕັມຕ້ອງທວງ ຖ້າໄທເຮົາເຂົ້າຂ້ອຍຜູ້ໃດກໍ່ຄິດວ່າຢ່າແລ!!!ສຸດທ້າຍກໍ່ຄືເກົ່າມີຊີງກາງສັງຄົມເຮົາກໍ່ປ່ຽນບໍໄດ້ຢູ່ດີ ຂໍຝາກໃຫ້ທຸກຄົນນຳໄປຄິດນໍ!