ນັກເປຍໂນຊາວຝຣັ່ງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຄົນລາວ

319

ການສະແດງຄອນເສີດ ຈາກນັກເປຍໂນຊາວຝຣັ່ງ ມາກສ໌ຊິມ ເຊັກກີນີ ( Maxime Zecchini ) ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຄົນລາວຢ່າງຫຼວງຫຼາຍ ແລະ ຍັງໄດ້ສະແດງບົດເພງທີ່ເປັນເອກະລັກ ຄວາມເປັນລາວອອກມາຢ່າງມ່ວນຊື່ນ.

ມາກສ໌ຊິມ ເຊັກກີນີ ( Maxime Zecchini ) ນັກເປຍໂນຊາວຝຣັ່ງທີ່ມີຊື່ສຽງໄດ້ຈັດການສະແດງຄອນເສີດທີ່ອະລັງການ ແລະ ອັດສະຈັນຢ່າງຍິ່ງໃຫຍ່ ເຕັມໄປດ້ວຍຜູ້ຊົມຢ່າງຫຼວງຫຼາຍ ໂດຍໄດ້ສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມດ້ວຍການສະແດງດົນຕີທີ່ຫຼາກຫຼາຍ ປະກອບດ້ວຍຜົນງານເພງຂອງນັກປະພັນທີ່ມີຊື່ສຽງ ເຊັ່ນ: Mozart ຫຼື Chopin, ມີຜົນງານປະກອບສຽງລະຄອນເປັນທີ່ຮູ້ຈັກກັນດີແມ່ນ West Side Story ແລະ ສຽງດົນຕີເພງຝຣັ່ງທີ່ເປັນອຳມະຕະ.

ໃນງານຄອນເສີດແມ່ນເຮັດໃຫ້ຜູ້ຟັງແປກໃຈ ແລະ ປະທັບໃຈຫຼາຍ ຍ້ອນການນໍາເອົາ 2 ບົດເພງລາວ ຄື: ເພງ “ ຈຳປາເມືອງລາວ ” ແລະ “ ລາວແສງທຽນ ” ມາຖ່າຍທອດຄວາມຮູ້ສຶກຂອງລາວຜ່ານການຫຼິ້ນດົນຕີເປຍໂນທີ່ມີພະລັງ ແລະ ລະອຽດອ່ອນທີ່ສຸດ.

ຜ່ານມາ ມາກສ໌ຊິມ ເຊັກກີນີ ໄດ້ສະແດງຄອນເສີດຢູ່ປະເທດຝຣັ່ງ ໃນບຸນມະຫະກຳຕ່າງໆຫຼາຍຄັ້ງ, ໄດ້ສະແດງຢູ່ຫ້ອງສະແດງທີ່ຍິ່ງໃຫຍ່ຂອງປະເທດຝຣັ່ງ ( Salle Gaveau, Thtre du Chtelet, Salle Cortot, Thtre Marigny ) ແລະ ໄດ້ມາສະແດງຄອນເສີດທີ່ຫ້ອງໂອເປລາຂອງປັກກິ່ງ, ຫ້ອງໂອເປລາຊຽງໄຮ້, la Philharmonie de Kiev, ໄດ້ຮ່ວມຫຼິ້ນກັບວົງດົນຕີປະສານສຽງແຫ່ງຊາດຂອງມາເລເຊຍ, ອໍແກສ໌ຕຣ້າຂອງ Capetown ແລະ ອື່ນໆ.

ນອກຈາກການມາສະແດງຄອນເສີດໃນປະເທດລາວ ກໍໄດ້ໄປສະແດງດົນຕີມາຫຼາຍກວ່າ 50 ປະເທດເຊັ່ນ: ປະເທດອິຕາລີ, ເຢຍລະມັນ, ອັງກິດ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອາຟຣິກກາໃຕ້, ອົສຕຣາລີ, ຣັດເຊຍ, ອາເມຣິກາ ແລະ ປະເທດອື່ນໆອີກ.

[ ຂ່າວ: ນຸ້ມນິ້ມ ]