Monthly Archives: December, 2019

ຕົ້ມຍຳໄຂ່ນ້ຳໃສ

ອາຫານງ່າຍໆເຮັດເອງໄດ້ບໍ່ຍາກ ເໝາະສົມສຳລັບຜູ້ທີ່ເບື່ອແກງຈືດແບບທຳມະດາ ແລະ ຢາກປ່ຽນລົດຊາດໃໝ່ທີ່ແຊບຂຶ້ນກວ່າເກົ່າ ຕົ້ມຍຳໄຂ່ກໍຄືກັບຕົ້ມຍຳທົ່ວໄປທີ່ໃສ່ຊີ້ນສັດ ແຕ່ປ່ຽນມາໃສ່ເປັນໄຂ່ແທນ ເຊິ່ງຈະໄດ້ຕົ້ມຍຳໄຂ່ນ້ຳໃສທີ່ແຊບ ແລະ ເຮັດໄດ້ງ່າຍກິນກັບເຂົ້າຈ້າວຮ້ອນໆ. ສ່ວນປະສົມ: ໄຂ່ 3 ໜ່ວຍ, ນ້ຳຕົ້ມໄກ່ 1 ລິດ, ຫົວສີໃຄ 2 ຫົວ, ໃບຂີ້ຫູດ 5 ໃບ, ຮາກຜັກຫອມປ້ອມ 2 ຮາກ,...

ສາວນ້ອຍຕົວແທນຈາກແຂວງໄຊຍະບູລີ ພູມໃຈທີ່ໄດ້ສະແດງຄວາມກ້າໃນເວທີ ນາງສາວລາວ

ນ້ອງຈູມ ຕົວແທນຈາກແຂວງໄຊຍະບູລີ ຫອບເອົາຄວາມພູມໃຈ ແລະ ຄວາມສາມາດມາໃຊ້ໃນເວທີປະກວດ ນາງສາວລາວ 2019 ພ້ອມທັງຈະນໍາເອົາປະສົບການທີ່ໄດ້ຮັບຈາກເວທີນີ້ໄປໃຊ້ຕໍ່ໃນເວທີອື່ນໆ. ຈູມມະລີ ໄຊວຸດທິ ML 30 ອາຍຸ 18 ປີ ຕົວແທນຈາກແຂວງໄຊຍະບູລີ ໃຫ້ສໍາພາດວ່າ: ປັດຈຸບັນກຳລັງຮຽນຢູ່ໂຮງຮຽນສິລະປະແຫ່ງຊາດ ຂະແໜງຮ້ອງ - ຂັບລຳ ແລະ ອາໄສຢູ່ບ້ານບີໝີ ເມືອງເງິນ ແຂວງໄຊຍະບູລີ. ເວທີນີ້ເປັນເວທີແຫ່ງກຽດຕິຍົດ...

4 ພາກສ່ວນຮ່ວມກັນປືກສາຫາທາງຊ່ວຍ ສປປ ລາວໃຫ້ໄດ້ຮັບຜົນປະໂຫຍດຈາກດີຈີຕອນ

ເຄື່ອງມືສື່ສານທາງເຕັກໂນໂລຊີທີ່ເຂົ້າມາມີບົດບາດຫຼາຍໃນຂະນະນີ້ ສຳລັບບ້ານເຮົາແລ້ວການນຳໃຊ້ເຄື່ອງມືເຫຼົ່ານັ້ນໃນການສ້າງລາຍຮັບຍັງກວມເອົາອັດຕາສ່ວນໜ້ອຍ ໃນກຸ່ມປະຊາຊົນທົ່ວໄປຫຼາຍກວ່າ, ສ່ວນພາກລັດຍັງມີຂໍ້ຈຳກັດຫຼາຍຢ່າງທີ່ຕ້ອງແກ້ໄຂ ເພື່ອສາມາດນຳໃຊ້ດີຈີຕອນເຂົ້າມາຊ່ວຍເພີ່ມຄວາມສາມາດແຂ່ງຂັນທາງເສດຖະກິດໄດ້. ສະນັ້ນ ໃນວັນທີ 28 ພະຈິກ 2019 ທີ່ຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ ແລະ ທະນາ ຄານໂລກ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້...

ທີມຊາດລາວ ເສຍທ້າຍເກມໃຫ້ ໄທ 0-2 ບານເຕະຊາຍ ໃນງານມະຫະກໍາກີລາ ຊີເກມ 2019

ທີມຊາດລາວ ລົງສະໜາມນັດທີ 4 ພົບກັບ ທີມຊາດໄທ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນເວລາ 16:00 ໂມງ ( ກົງກັບບ້ານເຮົາເວລາ 15:00 ໂມງ) ມື້ນີ້ວັນທີ 3 ທັນວາ 2019 ຜ່ານການແຂ່ງຂັນປາກົດວ່າ: ທີມຊາດລາວ ສາມາດຕ້ານໄດ້ດີຕະຫຼອດເກມການແຂ່ງ...

ອາຊຽນຮ່ວມພະລັງຕ້ານລັດທິກີດກັ້ນການຄ້າ

ກອງປະຊຸມອາຊຽນເມື່ອອາທິດທີ່ຜ່ານມາ,ສະມາຊິກອາຊຽນທັງ10ປະເທດເຫັນດີຮ່ວມກັນຕໍ່ຕ້ານລັດທິກີດກັ້ນການຄ້າທຸກຮູບແບບ,ພ້ອມທັງຍົກລະດັບການຄ້າເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ພາກພື້ນ. ນອກຈາກນີ້,ປະເທດສະມາຊິກອາຊຽນຍັງສະເໜີແນວທາງໃນການຮັບມືກັບຄວາມທ້າທາຍຕ່າງໆຜ່ານທາງຄວາມຮ່ວມມື ແລະ ຄວາມປອງດອງ,ສ້າງປະຊາຄົາການຄ້າທີ່ເສລີ ແລະ ເປັນທໍາເພື່ອປ້ອງກັນການລຸກລາມຂອງນະໂຍບາຍກີດກັ້ນການຄ້າທີ່ຈະນໍາໄປສູ່ພາວະເສື່ອມໂຊມດ້ານການຄ້າ ແລະ ການລົງທຶນ. ອາຊຽນຄໍານຶງເຖິງຄວາມສໍາຄັນຂອງການມີສ່ວນຮ່ວມຂອງພາກເອກະຊົນທີ່ຖືເປັນເຄື່ອງຈັກສໍາຄັນໃນການຂັບເຄື່ອນເສດຖະກິດໂດຍອາຊຽນເຫັນດີໃຫ້ມີການຮ່ວມມືກັນລະຫວ່າງລັດກັບເອກະຊົນຢ່າງໃກ້ຊິດຕາມທີ່ລະບຸໃນແຜນປະຕິບັດການພາກເອກະຊົນອາຊຽນໄດ້ຕັ້ງເປົ້າໄວ້. ທັງນີ້,ລັດຖະບານປະເທດຕ່າງໆຄວນໃຫ້ການສະໜັບສະໜູນໃຫ້ພາກເອກະຊົນໃຊ້ສິດທິປະໂຫຍດພາຍໃຕ້ຂອບການຄ້າເສລີອາຊຽນເປັນຕົ້ນຄວາມຮ່ວມມືດ້ານເສດຖະກິດຢ່າງເຕັມທີ່.

ສະແດງສຽງແຄນລາວ ສະຫຼອງ 99 ປີວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ແລະ ຄົບຮອບ 2 ປີ ທີ່ສຽງແຄນລາວໄດ້ຮັບຮອງເຂົ້າເປັນມໍລະດົກໂລກ ສະມາຄົມສິລະປະແຄນລາວ ຈະຈັດງານສະແດງສິລະປະແຄນລາວ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສຽງແຄນເຊື້ອຊາດລາວ ມໍລະດົກໂລກ ໃຫ້ຄົງຢູ່ຄູ່ກັບຊາດລາວຕະຫຼອດໄປ. ທ່ານ ຈະເລີນ ເຢຍປາວເຮີ ປະທານສະມາຄົມສິລະປະແຄນລາວ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 3 ທັນວາ 2019 ວ່າ:...

ເສື້ອກັນໜາວຕ້ອງພ້ອມ, ອຸຕຸເຕືອນອຸນຫະພູມລົງຮອດ 6 ອົງສາ

ເລີ່ມໜາວແຮງຂຶ້ນທຸກວັນແລ້ວ ອາກາດໄລຍະນີ້ຕ້ອງການໃຫ້ທຸກຄົນຕ້ອງດູແລສຸຂະພາບ ຮັກສາຮ່າງກາຍໃຫ້ອົບອຸ່ມຕະຫຼອດເວລາ ຕາມແຈ້ງການຫຼ້າສຸດນີ້ຈາກກົມອຸຕຸນິຍົມ ແລະອຸທົກກະສາດ ໄລຍະວັນທີ 3 ຫາ 10 ທັນວານີ້ ເຂດແຂວງພາກເໜືອ ອຸນຫະພູມຈະຫຼຸດລົງ 5-7 ອົງສາ, ຂະນະທີ່ພາກກາງ ແລະ ພາກໃຕ້ ອຸນຫະພູມຈະຫຼຸດລົງ 3-5 ອົງສາ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພອາກາດໜາວເຢັນ ເລກທີ...

ຮູ້ຈັກ ອານຸສອນ ຫຼັງແຈ້ງເກີດກັບ ທີມຊາດລາວ ຢູ 19

ເປັນອີກນັກເຕະອະນາຄົດໄກຂອງ ທີມຊາດລາວ ສໍາລັບ ອານຸສອນ ໄຊປັນຍາ ເດັກປັ້ນຂອງ ເອັສຣາ ເອັຟຊີ ທີ່ສາມາແຈ້ງເກີດກັບທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ດ້ວຍການຍິງ 2 ປະຕູສໍາຄັນ ໃນການແຂ່ງຂັນບານເຕະຊາຍຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ ກ່ອນພາທີມທະລຸເຂົ້າຮອບສຸດທ້າຍໄດ້ຢ່າງໜ້າປະທັບໃຈ. ອານຸສອນ ໄດ້ຮັບໂອກາດລົງສະໜາມຕົວຈິງທັງ 3...

ຊົມເຊີຍ! ຊາວບ້ານໂພນນົກຂຽນ ຮ່ວມແຮງສາມັກຄີສ້ອມແປງທາງເຂົ້າບ້ານ

ເມື່ອທ້າຍອາທິດຜ່ານມາ, ປະຊາຊົນບ້ານ ໂພນນົກຂຽນ ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ, ໄດ້ຮ່ວມແຮງຮ່ວມໃຈກັນສາມັກຄີກັນສ້າງຂະບວນການສ້ອມແປງເສັ້ນທາງພາຍໃນບ້ານຂອງຕົນ ຢ່າງເປັນຂະບວນການທີ່ຟົດຟື້ນ. ເຊິ່ງໜ້າວຽກຫຼັກ ແມ່ນໄດ້ປົວແປງເສັ້ນທາງເຂົ້າບ້ານໂດຍເລີ່ມແຕ່ເສັ້ນທາງເລກທີ 9 ເຂົ້າຫາບ້ານ ໄລຍະທາງຍາວ 4 ກິໂລແມັດ, ກວ້າງ 5 ແມັດ. ໂດຍນໍາໃຊ້ລົດເກດເພື່ອປັບໜ້າດິນ, ຖົມບວກ, ຖົມຂຸມທີ່ນໍ້າເຊາະເຈື່ອນ ໃນຊ່ວງລະດູຝົນທີ່ຜ່ານມາເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວມີຄວາມສະດວກໄປ-ມາ ໃນສັນຈອນໄປມາໄດ້ທັງ 2...

ອອກແບບຜະລິດຕະພັນແບບໃດໃຫ້ຖືກໃຈຕະຫຼາດຜູ້ບໍລິໂພກ

ຮູບໂສມຂອງຜະລິດຕະພັນຖືເປັນປັດໄຈສຳຄັນ ທີ່ຈະເຮັດໃຫ້ຜູ້ບໍລິໂພກຮູ້ສຶກຢາກຊື້ສິນຄ້າ. ສະນັ້ນ, ທ່ານຈົ່ງສ້າງຄວາມແຕກຕ່າງຈາກສິນຄ້າອື່ນໆທີ່ວາງຂາຍຢູ່ໃນຊັ້ນດຽວກັນ, ບາງເທື່ອສິນຄ້າຂອງທ່ານອາດຈະມີຄຸນນະພາບບໍ່ແຕກຕ່າງຈາກຄູ່ແຂ່ງ ແຕ່ການທີ່ຈະແຂ່ງຂັນໄດ້ໃນຕະຫຼາດຄຸນນະພາບອາດບໍ່ໄດ້ເປັນປັດໄຈດຽວ ແຕ່ປັດໄຈເສີມຄືທ່ານຕ້ອງມີການຫຸ້ມຫໍ່ທີ່ດຶງດູດໃຈ. ຄໍລຳຕະຫຼາດວັນນີ້ ຈະນຳສະເໜີ 5 ວິທີການອອກແບບຜະລິດຕະພັນ ເພື່ອຈະໃຫ້ຖືກໃຈຕະຫຼາດຜູ້ບໍລິໂພກ ດັ່ງນີ້: 1 ຕ້ອງເບິ່ງລັກສະນະການໃຊ້ ແລະ ຮູບແບບ: ສອງຢ່າງສໍາຄັນທີ່ເປັນພື້ນຖານສໍາລັບການອອກແບບຜະລິດຕະພັນ ຄື: ຮູບແບບ ແລະ ລັກສະນະການໃຊ້ ຕ້ອງປອດໄພ ແລະ ບໍ່ເສຍຫາຍງ່າຍເກີນໄປ ທີ່ສຳຄັນຕ້ອງບອກຂໍ້ມູນຂອງຜະລິດຕະພັນໃຫ້ຄົບຖ້ວນ...
- Advertisment -
Slide
Slide

Most Read

error: Content is protected !!