4 ພາກສ່ວນຮ່ວມກັນປືກສາຫາທາງຊ່ວຍ ສປປ ລາວໃຫ້ໄດ້ຮັບຜົນປະໂຫຍດຈາກດີຈີຕອນ

231

ເຄື່ອງມືສື່ສານທາງເຕັກໂນໂລຊີທີ່ເຂົ້າມາມີບົດບາດຫຼາຍໃນຂະນະນີ້ ສຳລັບບ້ານເຮົາແລ້ວການນຳໃຊ້ເຄື່ອງມືເຫຼົ່ານັ້ນໃນການສ້າງລາຍຮັບຍັງກວມເອົາອັດຕາສ່ວນໜ້ອຍ ໃນກຸ່ມປະຊາຊົນທົ່ວໄປຫຼາຍກວ່າ, ສ່ວນພາກລັດຍັງມີຂໍ້ຈຳກັດຫຼາຍຢ່າງທີ່ຕ້ອງແກ້ໄຂ ເພື່ອສາມາດນຳໃຊ້ດີຈີຕອນເຂົ້າມາຊ່ວຍເພີ່ມຄວາມສາມາດແຂ່ງຂັນທາງເສດຖະກິດໄດ້.

ສະນັ້ນ ໃນວັນທີ 28 ພະຈິກ 2019 ທີ່ຜ່ານມາ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ ແລະ ທະນາ ຄານໂລກ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາຂື້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ໂອກາດ ດີຈີຕອນເພື່ອເພີ່ມ ການແຂ່ງຂັນໃນອະນາຄົດ” ຂຶ້ນ ໃນກອງປະຊຸມ ມີຜູ້ເຂົ້າຮ່ວມທີ່ມາຈາກພາກສ່ວນຕ່າງໆຂອງລັດຖະບານ, ຜູ້ຕາງໜ້າ ພາກເອກະຊົນ ແລະ ຊ່ຽວຊານສາກົນ ລວມທັງໝົດປະມານ 100 ທ່ານ.

ກອງປະຊຸມໄດ້ສົນທະນາວິທີການຕ່າໆ ເພື່ອຮີບເລັ່ງການຫັນປ່ຽນທາງດີຈີຕອນໃນ ສປປ ລາວ ເພື່ອນຳໃຊ້ທ່າແຮງຂອງໂອກາດການເຊື່ອມຕໍ່ ທາງດີຈີຕອນ. ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ “ເຕັກໂນໂລຊີ – ດີຈີຕອນ ແມ່ນປັດໄຈຫຼັກສໍາຄັນອັນໜຶ່ງ ຕໍ່ການພັດທະນາເສດຖະກິດ – ສັງຄົມ, ສ້າງທ່າແຮງ ແລະ ໂອກາດໃໝ່ໆ ໃຫ້ກັບຫຼາຍໆປະເທດ ໃນທົ່ວໂລກ ແລະ ສປປ ລາວ. ໃນປະຈຸບັນ ແມ່ນມີສິ່ງທ້າທາຍຫຼາຍຢ່າງ ທີ່ເຮັດໃຫ້ພວກເຮົາ ຍັງບໍ່ທັນສາມາດນຳໃຊ້ໄດ້ຢ່າງເຕັມສ່ວນ ບັນດານະວັດຕະກຳໃໝ່ໆທາງດີຈີຕອນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ, ເປັນຕົ້ນແມ່ນ ບັນຫາການເຂົ້າເຖິງ ຄຸນນະພາບ ແລະ ລາຄາ ທີ່ເໝາະສົມ ຂອງການ ບໍລິການນຳໃຊ້ອິນເຕີເນັດ.

ທ່ານກ່າວວ່າ: ພວກເຮົາຕ້ອງໄດ້ເອົາໃຈໃສ່ປັບປຸງ, ສ້າງສະພາບແວດລ້ອມ ແລະ ລະບຽບການ ທີ່ເອື້ອອຳນວຍ ເພື່ອໃຫ້ທຸກຄົນໃນ ທົ່ວທຸກ ບ່ອນໄດ້ຮັບຜົນປະໂຫຍດຈາກການນຳໃຊ້ເຕັກໂນໂລຊີນີ້ ທັງພາກລັດ ແລະ ເອກະຊົນ”

ທ່ານ ທອງໃສ ຊານໄຊຍະ, ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ກ່າວວ່າ ປັດຈຸບັນໃນ ຂະບວນການຫັນ ເປັນດິຈິຕອນຢ່າງຟົດຟື້ນ ໃນທຸກຂະແໜງການ ເປັນຕົ້ນເຕັກໂນໂລຍີການສື່ສານແບບ 5G ແລະ ການເຊື່ອມ ຕໍ່ກັບລະບົບຄອມພິວເຕີ ແມ່ນຖືກນຳໃຊ້ໂດຍ ຜູ້ໃຫ້ບໍລີການ ແອັບພລີເຄຊັນ, ອົງການຂະໜາດນ້ອຍ-ໃຫຍ່ ທັງພາກລັດ ແລະ ເອກະຊົນ ເນື່ອງຈາກປະຢັດ ແລະ ສະດວກໃນການບໍລິຫານຈັດການ ແລະ ໄປຍັງ ການນຳໃຊ້ຂໍ້ມູນໃນນະວັດຕະກຳອື່ນໆ ເຊັ່ນ: ລະບົບຂໍ້ມູນໃຫຍ່ (Big Data), ແລະ ປັນຍາປະດິດ ຫຼື AI ອີກດ້ວຍ.

ພ້ອມນັ້ນເພີ່ນຍັງ ເນັ້ນຕື່ມວ່າ ການຈະເຮັດໃຫ້ດິຈິຕອນ ສາມາດຈັດຫາກາລະໂອກາດ ໃຫ້ແກ່ການ ເສີມຂະຫຍາຍຄວາມອາດສາມາດຂອງການແຂ່ງຂັນ ຂອງທຸກຂະແໜງການຂອງສັງຄົມໄດ້ ກ່ອນອື່ນພວກເຮົາຕ້ອງ ໄດ້ຈັດຫາກາລະໂອກາດ ໃຫ້ມີຄວາມສາມາດຂອງການແຂ່ງຂັນ ທາງ ດ້ານດິຈິຕອນ ຢູ່ ສປປ ລາວ ເຊິ່ງເຫັນໄດ້ຈາກການເປີດກວ້າງຕະຫຼາດ, ການສົ່ງເສີມການລົງ ທຶນພາຍໃນ ແລະ ຕ່າງປະເທດ, ການຊຸກຍູ້ການກຳເນີດ ແລະ ຂະຫຍາຍຕົວຂອງຜູ້ປະກອບການ ພາຍໃນປະເທດ ໂດຍສະເພາະ ສະຕາດອັບ ພ້ອມນັ້ນກໍພະຍາຍາມ ປັບຸງສະພາບແວດລ້ອມຂອງການແຂ່ງຂັນ ບົນພຶ້ນຖານ ຄວາມສະເໝີພາບ ແລະ ເປັນທຳ ຮັບປະກັນຜົນປະໂຫຍດ ຂອງປະເທດຊາດ ແລະ ປົກປ້ອງສິດຂອງຜູ້ຊົມໃຊ້.