ອາຊຽນຮ່ວມພະລັງຕ້ານລັດທິກີດກັ້ນການຄ້າ

88

ກອງປະຊຸມອາຊຽນເມື່ອອາທິດທີ່ຜ່ານມາ,ສະມາຊິກອາຊຽນທັງ10ປະເທດເຫັນດີຮ່ວມກັນຕໍ່ຕ້ານລັດທິກີດກັ້ນການຄ້າທຸກຮູບແບບ,ພ້ອມທັງຍົກລະດັບການຄ້າເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃຫ້ພາກພື້ນ.

ນອກຈາກນີ້,ປະເທດສະມາຊິກອາຊຽນຍັງສະເໜີແນວທາງໃນການຮັບມືກັບຄວາມທ້າທາຍຕ່າງໆຜ່ານທາງຄວາມຮ່ວມມື ແລະ ຄວາມປອງດອງ,ສ້າງປະຊາຄົາການຄ້າທີ່ເສລີ ແລະ ເປັນທໍາເພື່ອປ້ອງກັນການລຸກລາມຂອງນະໂຍບາຍກີດກັ້ນການຄ້າທີ່ຈະນໍາໄປສູ່ພາວະເສື່ອມໂຊມດ້ານການຄ້າ ແລະ ການລົງທຶນ.

ອາຊຽນຄໍານຶງເຖິງຄວາມສໍາຄັນຂອງການມີສ່ວນຮ່ວມຂອງພາກເອກະຊົນທີ່ຖືເປັນເຄື່ອງຈັກສໍາຄັນໃນການຂັບເຄື່ອນເສດຖະກິດໂດຍອາຊຽນເຫັນດີໃຫ້ມີການຮ່ວມມືກັນລະຫວ່າງລັດກັບເອກະຊົນຢ່າງໃກ້ຊິດຕາມທີ່ລະບຸໃນແຜນປະຕິບັດການພາກເອກະຊົນອາຊຽນໄດ້ຕັ້ງເປົ້າໄວ້.

ທັງນີ້,ລັດຖະບານປະເທດຕ່າງໆຄວນໃຫ້ການສະໜັບສະໜູນໃຫ້ພາກເອກະຊົນໃຊ້ສິດທິປະໂຫຍດພາຍໃຕ້ຂອບການຄ້າເສລີອາຊຽນເປັນຕົ້ນຄວາມຮ່ວມມືດ້ານເສດຖະກິດຢ່າງເຕັມທີ່.