ເສື້ອກັນໜາວຕ້ອງພ້ອມ, ອຸຕຸເຕືອນອຸນຫະພູມລົງຮອດ 6 ອົງສາ

149

ເລີ່ມໜາວແຮງຂຶ້ນທຸກວັນແລ້ວ ອາກາດໄລຍະນີ້ຕ້ອງການໃຫ້ທຸກຄົນຕ້ອງດູແລສຸຂະພາບ ຮັກສາຮ່າງກາຍໃຫ້ອົບອຸ່ມຕະຫຼອດເວລາ ຕາມແຈ້ງການຫຼ້າສຸດນີ້ຈາກກົມອຸຕຸນິຍົມ ແລະອຸທົກກະສາດ ໄລຍະວັນທີ 3 ຫາ 10 ທັນວານີ້ ເຂດແຂວງພາກເໜືອ ອຸນຫະພູມຈະຫຼຸດລົງ 5-7 ອົງສາ, ຂະນະທີ່ພາກກາງ ແລະ ພາກໃຕ້ ອຸນຫະພູມຈະຫຼຸດລົງ 3-5 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພອາກາດໜາວເຢັນ ເລກທີ 1748 /ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 3 ທັນວາ 2019 ວ່າ: ໃນໄລຍະວັນທີ 3 ຫາ 10 ທັນວານີ້ ອາກາດໜາວເຢັນ ເນື່ອງຈາກວ່າມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບກະແສລົມຕາເວັນຕົກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ໃນໄລຍະວັນທີ 4 ຫາ 10 ທັນວານີ້ ຈະເຮັດໃຫ້ອຸນຫະພູມຫຼຸດລົງ 5-7 ອົງສາ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມມີໝອກປົກຫຸ້ມໃນຕອນເຊົ້າຢູ່ເຂດແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ.

ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມຈະຫຼຸດລົງ 3-5 ອົງສາ.
ຂະນະທີ່ອຸນຫະພູມຕ່ຳສຸດ ຈາກການວັດແທກໃນ 24 ໂມງ ຂອງວັນທີ 2 ທັນວາ ຜ່ານມາ ຢູ່ໄຊສົມບູນ ອຸນຫະພູມ 6 ອົງສາ, ປາກຊ່ອງ 7 ອົງສາ, ວຽງໄຊ 10 ອົງສາ, ຊຽງຂວາງ 11 ອົງສາ, ຫຼວງພະບາງ 15,8 ອົງສາ, ນະຄອນຫຼວງວຽງຈັນ 16,6 ອົງສາ ແລະ ແຂວງອື່ນໆອຸນຫະພູມກໍ່ຫຼຸດລົງເຊັ່ນກັນ.

ພ້ອມນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ຢູ່ບັນດາແຂວງໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດໜາວເຢັນ ແລະ ມີລົມພັດແຮງ ໄລຍະນີ້ໃຫ້ຮັກສາຮ່າງກາຍໃຫ້ອົບອຸ່ນຕະຫຼອດເວລາ ເພື່ອບໍ່ໃຫ້ເຈັບໄຂ້ໄດ້ປ່ວຍງ່າຍ ເປັນຕົ້ນໄຂ້ຫວັດທີ່ມັກເກີດຂຶ້ນເມື່ອມີອາກາດປ່ຽນແປງ.