ສາວນ້ອຍຕົວແທນຈາກແຂວງໄຊຍະບູລີ ພູມໃຈທີ່ໄດ້ສະແດງຄວາມກ້າໃນເວທີ ນາງສາວລາວ

116

ນ້ອງຈູມ ຕົວແທນຈາກແຂວງໄຊຍະບູລີ ຫອບເອົາຄວາມພູມໃຈ ແລະ ຄວາມສາມາດມາໃຊ້ໃນເວທີປະກວດ ນາງສາວລາວ 2019 ພ້ອມທັງຈະນໍາເອົາປະສົບການທີ່ໄດ້ຮັບຈາກເວທີນີ້ໄປໃຊ້ຕໍ່ໃນເວທີອື່ນໆ.

ຈູມມະລີ ໄຊວຸດທິ ML 30 ອາຍຸ 18 ປີ ຕົວແທນຈາກແຂວງໄຊຍະບູລີ ໃຫ້ສໍາພາດວ່າ: ປັດຈຸບັນກຳລັງຮຽນຢູ່ໂຮງຮຽນສິລະປະແຫ່ງຊາດ ຂະແໜງຮ້ອງ – ຂັບລຳ ແລະ ອາໄສຢູ່ບ້ານບີໝີ ເມືອງເງິນ ແຂວງໄຊຍະບູລີ.

ເວທີນີ້ເປັນເວທີແຫ່ງກຽດຕິຍົດ ຕົນເອງຢາກເຮັດໃຫ້ພໍ່ແມ່ມີໜ້າມີຕາ ແລະ ພູມໃຈໃນສິ່ງທີ່ຕົນເອງໄດ້ລົງມືເຮັດ ພ້ອມທັງໄດ້ສະແດງຄວາມຮູ້ – ຄວາມສາມາດ, ຊອກຫາປະສົບການ ແລະ ຄວາມຮູ້ໃໝ່ໆ ເພື່ອເກັບກ່ຽວເອົາບົດຮຽນມາພັດທະນາຕົນເອງຂຶ້ນໄປເລື້ອຍໆ.

ສໍາລັບການກຽມຄວາມພ້ອມຂອງຕົນເອງ ແມ່ນການເບິ່ງແຍງສຸຂະພາບໃຫ້ແຂງແຮງ, ດື່ມນໍ້າຫຼາຍໆ, ນອນພັກຜ່ອນໃຫ້ພຽງພໍ ເພື່ອບໍ່ໃຫ້ຕົນເອງເບິ່ງໂຊມ ແລະ ເວລາເກັບຕົວກໍພະຍາຍາມຝຶກຝົນຕົນເອງ ສິ່ງໃດບໍ່ເຂົ້າໃຈກໍຖາມອ້າຍເອື້ອຍ ຫຼື ໝູ່ຄູ່ ເພື່ອກຽມພ້ອມໃນມື້ປະກວດ.

ຄວາມຄາດຫວັງກັບເວທີນີ້ຄື ຄວາມໃຝ່ຝັນແຕ່ນ້ອຍ ເຊິ່ງຈະພະຍາຍາມເຮັດໃຫ້ເຕັມທີ່ ແລະ ດີທີ່ສຸດເຖິງຈະບໍ່ໄດ້ລາງວັນກໍຕາມ.

ການໄດ້ເຂົ້າຮອບ 40 ຄົນ ຖືວ່າເປັນຄວາມພູມໃຈ ເພາະໄດ້ຫຼາຍໆສິ່ງຫຼາຍໆຢ່າງໃນເວທີນີ້ ທັງບົດຮຽນ, ໄດ້ທັງ ຄວາມຮູ້ ແລະ ມິດຕະພາບ.

ສາມາດຕິດຕາມຂໍ້ມູນ – ຂ່າວສານ ແລະ ຮ່ວມເຊຍ ນ້ອງຈູມ ML 30 ໄດ້ທາງ Facebook ສ່ວນຕົວ: Joummaly Xaivoutthi, ຮ່ວມໂຫວດໄດ້ທາງ www.misslaos.la/contestants/ml30 ຫຼື ຕິດຕາມຜ່ານ Page: MissLao ນາງສາວລາວ ແລະ ເປັນກຳລັງໃຈໄດ້ໃນມື້ຊີງຊະນະເລີດ ວັນທີ 7 ທັນວາ 2019 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7.

[ ຂ່າວ: ນຸ້ມນິ້ມ ]

( ຮູບ: Joummaly Xaivoutthi )