ຮູ້ຈັກ ອານຸສອນ ຫຼັງແຈ້ງເກີດກັບ ທີມຊາດລາວ ຢູ 19

159

ເປັນອີກນັກເຕະອະນາຄົດໄກຂອງ ທີມຊາດລາວ ສໍາລັບ ອານຸສອນ ໄຊປັນຍາ ເດັກປັ້ນຂອງ ເອັສຣາ ເອັຟຊີ ທີ່ສາມາແຈ້ງເກີດກັບທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ດ້ວຍການຍິງ 2 ປະຕູສໍາຄັນ ໃນການແຂ່ງຂັນບານເຕະຊາຍຊີງແຊັມອາຊີ 2020 ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ ກ່ອນພາທີມທະລຸເຂົ້າຮອບສຸດທ້າຍໄດ້ຢ່າງໜ້າປະທັບໃຈ.

ອານຸສອນ ໄດ້ຮັບໂອກາດລົງສະໜາມຕົວຈິງທັງ 3 ນັດໃນລາຍການດັ່ງກ່າວ ສາມາດຍິງໄດ້ 2 ປະຕູໃຫ້ກັບ ທີມຊາດລາວ ຢູ 19 ໂດຍປະຕູທໍາອິດເກີດຂຶ້ນໃນນັດທີ່ ສະເໝີກັບ ອົດສະຕຣາລີ 2-2, ເຊິ່ງ ອານຸສອນ ຍິງໃຫ້ທີມຂຶ້ນນໍາ 2-0 ນາທີໆ 44, ສ່ວນປະຕູທີ 2 ເກີດຂຶ້ນໃນນັດທີ່ ຢູ 19 ລາວ ບຽດຊະນະ ໄຕ້ຫວັນ 2-1 ນາທີ 34, ເຖິງວ່ານັດທີ 3 ອານຸສອນ ບໍ່ສາມາດຍິງປະຕູໄດ້, ແຕ່ກໍມີສ່ວນສໍາຄັນຊ່ວຍໃຫ້ ຢູ 19 ລາວ ຊະນະ ມາເກົາ 6-0 ຊ່ວຍໃຫ້ ຢູ 19 ລາວ ຮັກສາສະຖິຕິບໍ່ເສຍຈັກນັດ ຜ່ານເຂົ້າຮອບສຸດທ້າຍ ທີ່ປະເທດອຸດສະເບກິດສະຖານ ໃນປີ 2020 ໃນຖານະທີມອັນດັບ 2 ທີ່ດີທີ່ສຸດ.

ອານຸສອນ ໄຊປັນຍາ ໃຫ້ສໍາພາດຫຼັງກັບມາຮອດ ສປປ ລາວ ວ່າ: ເປັນຄວາມພາກພູມໃນຫຼາຍທີ່ສຸດ ຫຼັງຈາກທີ່ສາມາດພາທີມຊາດລາວ ເຂົ້າຮອບສຸດທ້າຍໄດ້ສໍາເລັດ ນັ້ນກໍຍ້ອນພວກເຮົາມີຄວາມສາມັກຄີ ແລະ ມີພີ່ນ້ອງຊາວລາວ, ຄະນະຄູຝຶກ ແລະ ຜູ້ສະໜັບສະໜູນ ໂດຍສະເພາະ ສະຫະພັນບານເຕະແຫ່ງຊາດລາວ ທີ່ໃຫ້ໂອກາດມາໂດຍຕະຫຼອດ ແນ່ນອນຫຼັງຈາກນີ້ ພວກເຮົາຈະຊ້ອມໜັກກວ່າເກົ່າ ເພື່ອໃຫ້ທີມເຮົາສ້າງຜົນງານໃຫ້ໄດ້ດີ ແລະ ລຸ້ນເຂົ້າຮອບ.

ອານຸສອນ ເລົ່າເຖິງເສັ້ນທາງສູ່ການເປັນນັກເຕະວ່າ: ເລີ່ມຫຼິ້ນກີລາບານເຕະມາຕັ້ງແຕ່ ປ 1 ໃນຕອນທີ່ອາຍຸ 5 ປີ ໂດຍຜູ້ເປັນພໍ່ຊັກຊວນ ເພາະພໍ່ເປັນນັກກີລາເກົ່າ ເຖິງວ່າໃນຕອນທໍາອິດນ້ອງຈິງຈັງກັບການຫຼິ້ນບານເຕະ, ແຕ່ຄອບຄົວບໍ່ຢາກໃຫ້ເນັ້ນດ້ານກີລາ ເພາະຢ້ານເຈັບ. ຢ່າງໃດກໍຕາມ ນ້ອງເລີ່ມຫຼິ້ນໃຫ້ກັບສະໂມສອນ ອານຸສອນ ເປັນສະໂມສອນທໍາອິດ, ເຊິ່ງຜູ້ເປັນພໍ່ສ້າງຂຶ້ນໃນປີ 2007.

“ ຈົນມາເຖິງ ປີ 2013 ເປັນນັກເຕະຂອງສະໂມສອນ ເອັສຣາ ໃນປີ 2013 ແລະ ລົງແຂ່ງຂັນບານເຕະສາຍ ກ ໃນປີ 2017, ສ່ວນຜົນງານໃນທີມຊາດຕິດທີມຊາດ ຢູ 14 ໃນປີ 2016 ແລະ ສາມາດຍິງປະຕູທໍາອິດໃນນາມທີມຊາດລາວ ຫຼ້າສຸດຈະຍິງ 2 ປະຕູທໍາອິດໃຫ້ກັບທີມຊາດລາວ ຢູ 19 ໃນລາຍການບານເຕະຊີງແຊັມອາຊີ 2020 ຮອບຄັດເລືອກ ” ອານຸສອນ.

ສໍາລັບ ອານຸສອນ ເກີດວັນທີ 16 ທັນວາ 2002 ທີ່ບ້ານຈອມທອງ ເມືອງທ່າແຂກ ແຂວງຄໍາມ່ວນ ເປັນນັກເຕະທີ່ແຮງຊ້າຍ, ນໍ້າໜັກ 55 ກິໂລກຣາມ ແລະ ສູງ 167 ຊັງຕີແມັດ ຖືເປັນນັກເຕະທີແຈ້ງເກີດຢ່າງເຕັມຕົວໃນປັດຈຸບັນ ທີ່ໜ້າຈັບຕາເບິ່ງຕໍ່ໄປ.

(ຄໍາສອນ)