ອອກແບບຜະລິດຕະພັນແບບໃດໃຫ້ຖືກໃຈຕະຫຼາດຜູ້ບໍລິໂພກ

148

ຮູບໂສມຂອງຜະລິດຕະພັນຖືເປັນປັດໄຈສຳຄັນ ທີ່ຈະເຮັດໃຫ້ຜູ້ບໍລິໂພກຮູ້ສຶກຢາກຊື້ສິນຄ້າ. ສະນັ້ນ, ທ່ານຈົ່ງສ້າງຄວາມແຕກຕ່າງຈາກສິນຄ້າອື່ນໆທີ່ວາງຂາຍຢູ່ໃນຊັ້ນດຽວກັນ, ບາງເທື່ອສິນຄ້າຂອງທ່ານອາດຈະມີຄຸນນະພາບບໍ່ແຕກຕ່າງຈາກຄູ່ແຂ່ງ ແຕ່ການທີ່ຈະແຂ່ງຂັນໄດ້ໃນຕະຫຼາດຄຸນນະພາບອາດບໍ່ໄດ້ເປັນປັດໄຈດຽວ ແຕ່ປັດໄຈເສີມຄືທ່ານຕ້ອງມີການຫຸ້ມຫໍ່ທີ່ດຶງດູດໃຈ.

ຄໍລຳຕະຫຼາດວັນນີ້ ຈະນຳສະເໜີ 5 ວິທີການອອກແບບຜະລິດຕະພັນ ເພື່ອຈະໃຫ້ຖືກໃຈຕະຫຼາດຜູ້ບໍລິໂພກ ດັ່ງນີ້:

1 ຕ້ອງເບິ່ງລັກສະນະການໃຊ້ ແລະ ຮູບແບບ: ສອງຢ່າງສໍາຄັນທີ່ເປັນພື້ນຖານສໍາລັບການອອກແບບຜະລິດຕະພັນ ຄື: ຮູບແບບ ແລະ ລັກສະນະການໃຊ້ ຕ້ອງປອດໄພ ແລະ ບໍ່ເສຍຫາຍງ່າຍເກີນໄປ ທີ່ສຳຄັນຕ້ອງບອກຂໍ້ມູນຂອງຜະລິດຕະພັນໃຫ້ຄົບຖ້ວນ ເພາະຈະຊ່ວຍໃຫ້ຜູ້ບໍລິໂພກຕັດສິນໃຈຊື້ສິນຄ້າດັ່ງກ່າວໄດ້ງ່າຍຂຶ້ນ.

2 ຢ່າຢ້ານທີ່ຈະໃສ່ແນວຄິດສ້າງສັນ: ຖ້າຕ້ອງການໃຫ້ຜູ້ບໍລິໂພກເບິ່ງວ່າສິນຄ້າທ່ານມີຄຸນນະພາບ ແນ່ນອນວ່າການຫຸ້ມຫໍ່ຍ່ອມມີສ່ວນກ່ຽວຂ້ອງ, ຜູ້ບໍລິໂພກອາດຈະຕ້ອງໃຊ້ເວລາພິຈາລະນາໃນການເລືອກຊື້ສິນຄ້າ ໂດຍສະເພາະຖ້າຕ້ອງເບິ່ງຈາກການເລືອກສິນຄ້າແຕ່ລະຢ່າງນັ້ນເປັນເລື່ອງສຳຄັນ ແລະ ຍິ່ງຖ້າສິນຄ້າທ່ານມີລາຄາສູງກວ່າຄູ່ແຂ່ງ ຄຸນນະພາບຂອງການບັນຈຸກໍຍິ່ງເປັນສ່ວນສຳຄັນ.

3 ມີຄວາມຊັດເຈນ ແລະ ຄິດຮອບຄອບກ່ຽວກັບສິ່ງທີ່ທ່ານເປັນ: ບາງເທື່ອຄວາມຄິດສ້າງສັນທີ່ຫຼາຍເກີນໄປ ຈະນຳໄປສູ່ຄວາມຄ້າງຄາໃຈໃນບາງກໍລະນີ, ການອອກແບບຂອງທ່ານອາດຈະສະຫຼັບສັບຊ້ອນຈົນຜູ້ບໍລິໂພກບໍ່ຮູ້ວ່າແມ່ນຫຍັງທີ່ຢູ່ໃນກວດ. ນອກຈາກນີ້, ການອອກແບບຜະລິດຕະພັນທີ່ເຕັມໄປດ້ວຍຕົວໜັງສື, ສັບພະຄຸນຂອງສິນຄ້າ ອາດຈະບໍ່ຖືກໃຈຜູ້ບໍລິໂພກ. ຂະນະດຽວກັນ, ຂະໜາດຂອງສິ່ງຫຸ້ມຫໍ່ຜະລິດຕະພັນທີ່ນ້ອຍ ຫຼື ໃຫຍ່ເກີນໄປກໍມີຄວາມສ່ຽງທີ່ຜູ້ບໍລິໂພກຈະບໍ່ຊື້.

4 ຕ້ອງມີການອອກແບບສຳລັບການຈຳໜ່າຍໃນເວັບໄຊ: ເປັນອີກໜຶ່ງປັດໄຈສໍາຄັນ ຄືສະພາບແວດລ້ອມທີ່ສິນຄ້າຂອງທ່ານຈະວາງຈຳໜ່າຍ ຍ່ອມສົ່ງຜົນກະທົບຕໍ່ສິນຄ້າຂອງທ່ານແນ່ນອນ ບໍ່ວ່າຈະຢູ່ໃນຮ້ານຄ້າຂະໜາດໃຫຍ່ ຫຼື ນ້ອຍ ແຕ່ຊ່ອງທາງການຈຳໜ່າຍທີ່ຂາດບໍ່ໄດ້ຄືທາງອອນລາຍ, ການຈຳໜ່າຍຜ່ານເວັບໄຊ ຫຼື ສື່ອອນລາຍຕ່າງໆຈະຊ່ວຍເພີ່ມສັກກະຍະພາບການເຮັດທຸລະກິດຂອງທ່ານໄດ້.

5 ຂໍຄຳແນະນຳຈາກຜູ້ຊ່ຽວຊານ: ສຳລັບທຸລະກິດນ້ອຍທີ່ມີງົບປະມານຈຳກັດ ຫຼື ໃນອົງກອນຍັງບໍ່ມີຜູ້ຊ່ຽວຊານດ້ານການອອກແບບ, ການຂໍຮັບຄໍາແນະນຳຈາກມືອາຊີບຈະເປັນທາງເລືອກທີ່ດີທີ່ສຸດ ເພາະພວກເຂົາຈະຊ່ວຍໃຫ້ທ່ານພັດທະນາຍີ່ຫໍ້ສິນຄ້າ ແລະ ຖ່າຍທອດປະສົບການຕ່າງໆ ລວມທັງຍັງຊ່ວຍພັດທະນາງານອອກແບບໃຫ້ຢູ່ໃນງົບປະມານທີ່ຕັ້ງໄວ້ໄດ້.

( ທີ່ມາ: marketingoops.com )