ທີມຊາດລາວ ເສຍທ້າຍເກມໃຫ້ ໄທ 0-2 ບານເຕະຊາຍ ໃນງານມະຫະກໍາກີລາ ຊີເກມ 2019

91

ທີມຊາດລາວ ລົງສະໜາມນັດທີ 4 ພົບກັບ ທີມຊາດໄທ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນເວລາ 16:00 ໂມງ ( ກົງກັບບ້ານເຮົາເວລາ 15:00 ໂມງ) ມື້ນີ້ວັນທີ 3 ທັນວາ 2019

ຜ່ານການແຂ່ງຂັນປາກົດວ່າ: ທີມຊາດລາວ ສາມາດຕ້ານໄດ້ດີຕະຫຼອດເກມການແຂ່ງ ແລະ ມີໂອກາດຈະໄດ້ປະຕູຂຶ້ນນໍາ 2-3​ ຄັ້ງ ໂດຍສະເພາະ ຈັງຫວະທີ່ ບຸນພະຈັນ ບຸນກອງ ໄດ້ໂອກາດດຸດດ່ຽວ ແຕ່ຫຼອກຜູ້ຮັກສາປະຕູທີມຊາດໄທ ບານຍາວອອກຂ້າງໄປ, ແຕ່ສຸດທ້າຍ ມາເຖິງນາທີໆ 89 ທີມຊາດໄທ ມາໄດ້ປະຕູຂຶ້ນນໍາ ແລະ ມາໄດ້ປະຕູຕ໊ອກຢໍ້າໄຊຊະນະນາທີໆ 93 ຈາກການຍິງຄົນດຽວຂອງ ສະພະນັດ ນັກເຕະດາວເດັ່ນຂອງທີມຊາດໄທ ເອົາຊະນະ ທີມຊາດລາວ 2-0.

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດລາວ ມີ 4 ຄະແນນຈາກ 4 ນັດຢູ່ອັນດັບ 4 ຄືເກົ່າຕົກຮອບເປັນທີ່ແນ່ນອນແລ້ວ, ສ່ວນ ທີມຊາດໄທ ເກັບເພີ່ມເປັນ 9 ຄະແນນເທົ່າກັບ ຫວຽດນາມ ທີມນໍາ ແຕ່ຫວຽດນາມ ມີຜົນປະຕູໄດ້ເສຍດີກວ່າ ແລະ ແຂ່ງໜ້ອຍກວ່າ 1 ນັດ.