ຊົມເຊີຍ! ຊາວບ້ານໂພນນົກຂຽນ ຮ່ວມແຮງສາມັກຄີສ້ອມແປງທາງເຂົ້າບ້ານ

90

ເມື່ອທ້າຍອາທິດຜ່ານມາ, ປະຊາຊົນບ້ານ ໂພນນົກຂຽນ ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ, ໄດ້ຮ່ວມແຮງຮ່ວມໃຈກັນສາມັກຄີກັນສ້າງຂະບວນການສ້ອມແປງເສັ້ນທາງພາຍໃນບ້ານຂອງຕົນ ຢ່າງເປັນຂະບວນການທີ່ຟົດຟື້ນ.

ເຊິ່ງໜ້າວຽກຫຼັກ ແມ່ນໄດ້ປົວແປງເສັ້ນທາງເຂົ້າບ້ານໂດຍເລີ່ມແຕ່ເສັ້ນທາງເລກທີ 9 ເຂົ້າຫາບ້ານ ໄລຍະທາງຍາວ 4 ກິໂລແມັດ, ກວ້າງ 5 ແມັດ. ໂດຍນໍາໃຊ້ລົດເກດເພື່ອປັບໜ້າດິນ, ຖົມບວກ, ຖົມຂຸມທີ່ນໍ້າເຊາະເຈື່ອນ ໃນຊ່ວງລະດູຝົນທີ່ຜ່ານມາເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວມີຄວາມສະດວກໄປ-ມາ ໃນສັນຈອນໄປມາໄດ້ທັງ 2 ລະດູການ.

ທັງນີ້, ກໍ່ເພື່ອເປັນການສ້າງຂະບວນການສາມັກຄີກັນຂອງພໍ່ແມ່ປະຊາຊົນໃນບ້ານ ໃຫ້ມີຄວາມສາມັກຄີ ພ້ອມທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນແກ່ກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກເມືອງ ອາດສະພັງທອງທີ່ຈະໄຂຂຶ້ນໃນວັນທີ 10 – 12 ທັນວາທີ່ຈະມາເຖິງນີ້ໃຫ້ເຕັມໄປດ້ວຍຜົນງານທີ່ຍິ່ງໃຫ່ຍຕື່ມອີກດ້ວຍ.