Monthly Archives: December, 2019

ຊຸດປະຈໍາຊາດລາວ ໃນເວທີ ນາງງາມໂລກ 2019 ຊຸດ “ສຽງຈາກຊ້າງລາວ”

ຫຼາຍຄົນໃຈຈົດໃຈຈໍ່ຖ້າລຸ້ນ ຊຸດປະຈໍາຊາດລາວຂອງສາວ ເມ ວິຈິດຕາ ພອນວິໄລ ຕົວແທນສາວງາມໄປປະກວດ ມິສຢູນິເວີສ 2019 Miss Univers 2019 ຄັ້ງນີ້ເຜີຍຊຸດປະຈໍາຊາດທີ່ຈະໃຊ້ໃນການປະກວດມາເປັນທີ່ຮຽບຮ້ອຍແລ້ວ ເຊິ່ງໄດ້ນັກອອກແບບທີ່ຫຼາຍໆຄົນຮູ້ຈັກກັນດີ ຄໍາພີ ອະລັງການ ເປັນ ຊຸດ "ສຽງຈາກຊ້າງລາວ"  ເປັນຊຸດຊ້າງສີບົວ ບອກເລີຍວ່າງາມເລີດພ້ອມມີຄວາມໝາຍ ຊຸດ ປະຈຳຊາດ ຂອງ ເມ ວິຈິດຕາ ພອນວິໄລ...

ຫົວພັນ ພົບພະຍາດປາກເປື່ອຍລົງເລັບລະບາດຢູ່ 5 ບ້ານ ໃນເມືອງຮ້ຽມ

ນັບແຕ່ເດືອນ ຕຸລາ ມາຮອດເດືອນ ພະຈິກ 2019 ເກີດການລະບາດຂອງພະຍາດປາກເປື່ອຍລົງເລັບ ງົວ-ຄວາຍ ຢູ່ 5 ບ້ານພາຍໃນເມືອງ ຮ້ຽມ, ແຂວງ ຫົວພັນ ຄື: ບ້ານແທນຮີ້ງ, ນ້ຳສາດ, ທາດຮ້ຽມ, ສໍາພັນທອງ ແລະ ບ້ານເມືອງ ຮ້ຽມ ເຮັດໃຫ້ງົວຕິດເຊື້ອພະຍາດ 179 ໂຕ...

ຊິວເວີ ນາກາ ວັງວຽງ ທີ່ພັກທີ່ຈະຊ່ວຍຕື່ມເຕັມວັນພັກຜ່ອນທ່ອງທ່ຽວ

ວັງວຽງ ເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ສໍາຄັນ, ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍເດີນທາງມາສໍາຜັດກິ່ນອາຍຄວາມງາມຂອງທໍາມະຊາດແຫ່ງນີ້. ດ້ວຍຄວາມເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໄດ້ເກີດຂຶ້ນຢ່າງຫຼວງຫຼາຍ ໜຶ່ງໃນນັ້ນຄືໂຮງແຮມ ຊິວເວີ ນາກາ ວັງວຽງ ( Silver Naga Vangvieng ) ໄດ້ຖືກປຸກສ້າງຂຶ້ນຕັ້ງເດັ່ນສະຫງ່າໃຈກາງເມືອງຕິດແຄມສາຍນໍ້າຊອງ, ມີວິວພູເຂົາອັນງົດງາມຂອງເມືອງວັງວຽງ ດ້ານຕາເວັນຕົກເປັນມົນສະເໜ່. ທ່ານ ສົມພັນ ສີສຸລາດ ເຈົ້າຂອງໂຮງແຮມ...

ຮ້ານຄໍາ ສີຫອມ ມີສຸກ ຈັດກິດຈະກໍາມອບໂຊກໃຫ້ລູກຄ້າ

ຮ້ານຄຳ ສີຫອມ ມີສຸກ SMJ ຮ່ວມກັບ WCG DIAMOND ແລະ AIDA Lao Jewelry ຈັດກິດຈະກຳມອບໂຊກ ປີທີ 6 ໃນວັນທີ 30 ພະຈິກ 2019 ທີ່ສູນການຄ້າເວີເທດ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ວິໄລສັກ...

ສື່ມວນຊົນລາວໄດ້ຮັບການຍົກລະດັບທັກສະການເກັບກຳ ແລະ ວິເຄາະຂໍ້ມູນ – ຂ່າວສານ ຍຸກເອເລັກໂຕຣນິກ

ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ຈັດຊຸດອົບຮົມພາຍໃຕ້ຫົວຂໍ້ “ ທັກສະການເກັບກຳ ແລະ ວິເຄາະຂໍ້ມູນ - ຂ່າວສານຂອງນັກຂ່າວໃນຍຸກສະໄໝສື່ເອເລັກໂຕຣນິກ ” ໃຫ້ກຽດການເປັນປະທານຮ່ວມໂດຍ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ...

ໃຊ້ບໍລິການເດີນທາງຜ່ານແອັບສຸດໃຈ ຮັບສ່ວນຫຼຸດທັນທີ 20%

ບໍລິສັດ ສຸດໃຈ ທ່ອງທ່ຽວ ໄດ້ສ້າງແອັບສຸດໃຈ ຂຶ້ນມາເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງເດີນທາງຂຶ້ນເໜືອ ຫຼື ລົງໃຕ້ ຫຼື ທ່ອງທ່ຽວຕາມສະຖານທີ່ຕ່າງໆ, ໃນປັດຈຸບັນທາງບໍລິສັດມີໂປຣໂມຊັນໃຫ້ຜູ້ທີ່ໃຊ້ແອັບສຸດໃຈ ຮັບສ່ວນຫຼຸດທັນທີ 20%. ອີງຕາມການເປີດເຜີຍຂອງ ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈ ທ່ອງທ່ຽວ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ:...

ງານຕະຫຼາດນັດຜົນຜະລິດກະສິກຳ ຊ່ວຍສົ່ງເສີມໃຫ້ມີບ່ອນຈຳໜ່າຍສິນຄ້າພາຍໃນ

ນະຄອນຫຼວງວຽງຈັນ ໄດ້ເປີດງານຕະຫຼາດນັດຜົນຜະລິດກະສິກຳ, ສິນຄ້າໂອດ໊ອບ, ຄອບຄົວຕົວແບບ 9 ຕົວເມືອງ ເພື່ອສົ່ງເສີມການຜະລິດພາຍໃນ, ສ້າງເງື່ອນໄຂອຳນວຍ ຄວາມສະດວກແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້. ງານດັ່ງກ່າວໄດ້ມີຂຶ້ນລະ ຫວ່າງ 30 ພະຈິກ ຫາ 1 ທັນວາ 2019 ຜ່ານມາ ທີ່ເດີ່ນສູນການຄ້າ ລາວ - ໄອເຕັກ ນະຄອນຫຼວງວຽງຈັນ...

23 ທ່ານ ຜ່ານການປະເມີນວ່າມີປະສິດທິພາບ ດ້ານອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີ

ມີຄູຝຶກ ແລະ ນັກຮຽນ 23 ທ່ານ ໄດ້ຮັບການປະເມີນວ່າມີປະສິດທິພາບໃນການເຂົ້າຮ່ວມໂຄງການ ການພັດທະນາຊັບພະຍາກອນມະນຸດດ້ານອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີ. ໃນວັນທີ 3 ທັນວາ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ...

ກຽມສະແດງສຽງແຄນລາວສະຫຼອງວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ

ສະມາຄົມສິລະປະແຄນລາວ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ຈະຈັດງານສະແດງສຽງແຄນລາວເພື່ອສ້າງຂະບວນການຄຳນັບຮັບຕ້ອນ    ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ . ພິທີຖະແຫຼງຂ່າວການຈັດງານສະແດງສຽງແຄນລາວໄດ້ຈັດຂຶ້ນໃນວັນທີ 3 ທັນວາ 2019 ທີ່ ກະຊວງ ຖວທ ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງ...

ນໍ້າຄາວປາມີກິ່ນ ຜິດປົກກະຕິ ຫຼື ບໍ່?

ຕາມປົກກະຕິນ້ຳຄາວປາຈະໝົດໄປພາຍໃນ 4 - 6 ອາທິດຫຼັງເກີດ ໂດຍລັກສະນະສີຈະເຂັ້ມໃນໄລຍະທຳອິດ ແລະ ມີສີຈາງລົງເລື້ອຍໆ. ລັກສະນະນ້ຳຄາວປາທີ່ຜິດປົກກະຕິ: ນ້ຳຄາວປາມີກິ່ນເໝັນເນົ່າ ພ້ອມກັບມີອາການເຈັບທ້ອງຫຼາຍ ຫຼື ອາດມີໄຂ້ຮ່ວມນຳສະແດງເຖິງການຕິດເຊື້ອ. ນ້ຳຄາວປາມີປະລິມານຫຼາຍ ເມື່ອໃສ່ຜ້າອະນາໄມຮອງຮັບຕ້ອງປ່ຽນຜ້າອະນາໄມທຸກໆ 1 ຊົ່ວໂມງ, ມີສີແດງສົດ, ມີກ້ອນເລືອດ ຫຼື ເລືອດອອກມາຈະເປັນພາວະເລືອດອອກຜິດປົກກະຕິຫຼັງເກີດ. ນ້ຳຄາວປາຈາງໄປແລ້ວກັບມາມີສີແດງສົດອີກເທື່ອ. ມີນ້ຳຄາວປາອອກຫຼາຍຮ່ວມກັບມີອາການວິນຫົວ, ອ່ອນເພຍ, ປຸ້ນທ້ອງ ຫຼື ຫົວໃຈເຕັ້ນໄວ. ການເບິ່ງແຍງສຸຂະພາບໃນໄລຍະທີ່ມີນ້ຳຄາວປາ: ຮັກສາຄວາມສະອາດຂອງຮ່າງກາຍເບິ່ງແຍງອະໄວຍະວະເພດໃຫ້ສະອາດບໍ່ອັບຊຸ່ມ. ປ່ຽນຜ້າອະນາໄມຕາມ ຄວາມເໝາະສົມ ເພື່ອບໍ່ໃຫ້ເກີດການອັບຊຸ່ມ...
- Advertisment -
Slide
Slide

Most Read

error: Content is protected !!