ຊິວເວີ ນາກາ ວັງວຽງ ທີ່ພັກທີ່ຈະຊ່ວຍຕື່ມເຕັມວັນພັກຜ່ອນທ່ອງທ່ຽວ

241

ວັງວຽງ ເປັນໜຶ່ງໃນຈຸດໝາຍປາຍທາງການທ່ອງທ່ຽວທີ່ສໍາຄັນ, ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍເດີນທາງມາສໍາຜັດກິ່ນອາຍຄວາມງາມຂອງທໍາມະຊາດແຫ່ງນີ້.

ດ້ວຍຄວາມເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໄດ້ເກີດຂຶ້ນຢ່າງຫຼວງຫຼາຍ ໜຶ່ງໃນນັ້ນຄືໂຮງແຮມ ຊິວເວີ ນາກາ ວັງວຽງ ( Silver Naga Vangvieng ) ໄດ້ຖືກປຸກສ້າງຂຶ້ນຕັ້ງເດັ່ນສະຫງ່າໃຈກາງເມືອງຕິດແຄມສາຍນໍ້າຊອງ, ມີວິວພູເຂົາອັນງົດງາມຂອງເມືອງວັງວຽງ ດ້ານຕາເວັນຕົກເປັນມົນສະເໜ່.

ທ່ານ ສົມພັນ ສີສຸລາດ ເຈົ້າຂອງໂຮງແຮມ ຊິວເວີ ນາກາ ໄດ້ກ່າວເຖິງການເລີ່ມຕົ້ນທຸລະກິດໂຮງແຮມຢູ່ວັງວຽງ ວ່າ: ຈຸດເລີ່ມຕົ້ນການເຮັດທຸລະກິດໂຮງແຮມຢູ່ວັງວຽງ ແມ່ນເລີ່ມຈາກການໄດ້ໄປທ່ອງທ່ຽວວັງວຽງ ໃນລະຫວ່າງປີ 1999 – 2000 ເຮັດໃຫ້ເກີດມີຄວາມປະທັບໃຈຕໍ່ຄວາມງາມຂອງທໍາມະຊາດແຫ່ງນີ້ ທີ່ມີທິວທັດພູຜາທົ່ງນາ ແລະ ສາຍນໍ້າຊອງເປັນສະເໜ່, ເຮັດໃຫ້ຂ້າພະເຈົ້າມີຄວາມເຊື່ອໃນໃຈວ່າວັງວຽງຈະຕ້ອງກາຍເປັນເມືອງທ່ອງທ່ຽວທີ່ມີຊື່ສຽງໃນອະນາຄົດ.

ຕໍ່ມາຈຶ່ງໄດ້ຊື້ດິນເຮັດທຸລະກິດໂຮງແຮມຂຶ້ນຫຼັງທຳອິດ ເລີ່ມມີການກໍ່ສ້າງໃນປີ 2001 ແລະ ເປີດບໍລິການໄດ້ໃນປີ 2005 ຊື່ໂຮງແຮມ ເອເລເຟນ ຄຣອດຊິງ ຕັ້ງຢູ່ໃຈກາງເມືອງແຄມນໍ້າຊອງ, ມີວິວພູຜາອັນງົດງາມທາງດ້ານເບື້ອງຕາເວັນຕົກ.

ເມື່ອເບິ່ງທ່າອ່ຽງເຫັນວ່ານັກທ່ອງທ່ຽວຍັງຈະສືບຕໍ່ມາທ່ຽວໃນລັກສະນະຫຼາຍນັບມື້ ຈຶ່ງຕັດສິນໃຈສ້າງໂຮງແຮມ ຊິວເວີ ນາກາ ( Silver Naga Vangvieng ) ທີ່ໄດ້ມາດຕະຖານສູງກວ່າສາມາດຮອງຮັບແຂກໃນລະດັບທີ່ສູງ ແລະ ປະລິມານທີ່ຫຼາຍຂຶ້ນ.

ໂຮງແຮມ ຊິວເວີ ນາກາ ເລີ່ມສ້າງປີ 2009 ຍັບຂຶ້ນຈາກຈຸດ ເອເລເຟນ ຄຣອດຊິງ ເລັກໜ້ອຍ ແລະ ເປີດໃຫ້ບໍລິການໄດ້ຢ່າງເຕັມຕົວໃນຕົ້ນປີ 2013.

ໂຮງແຮມ ຊິວເວີ ນາກາ ເປັນໂຮງແຮມທີ່ໄດ້ມາດຕະຖານແຫ່ງໜຶ່ງຂອງເມືອງວັງວຽງ, ເປັນອາຄານ 6 ຊັ້ນ, ປະກອບດ້ວຍສິ່ງອໍານວຍຄວາມສະດວກຄົບຊຸດ, ທັງສະລອຍນໍ້າ, ຫ້ອງປະຊຸມລະດັບຕ່າງໆ, ຫ້ອງສະປາ, ຫ້ອງອາຫານທີ່ກວ້າງຂວາງໂອ່ໂຖງ, ບໍລິການໄວຟາຍ ພ້ອມສິ່ງອໍານວຍຄວາມສະດວກອື່ນໆ.

ສໍາລັບຫ້ອງພັກໄດ້ອອກແບບເປັນສາມລະດັບ ຄື: ຫ້ອງສະວິທ ລະດັບມາດຕະຖານມີວິວທີ່ສວຍງາມ, ຫ້ອງທີ່ໂອ່ໂຖງມີໂຊຟາ, ມີໂຕະກິນເຂົ້າ, ຫ້ອງຄົວຂະໜາດນ້ອຍ ແລະ ຫ້ອງນໍ້າທີ່ສຸດແສນສະບາຍ. ນອກນັ້ນ, ກໍມີຫ້ອງມາດຕະຖານ ແລະ ຫ້ອງນອນແບບທົ່ວໄປ.

ນອກຈາກໂຮງແຮມ 2 ແຫ່ງທີ່ວັງວຽງ ທ່ານ ສົມພັນ ສີສຸລາດ ຍັງມີຮ້ານກາເຟທີ່ລົດຊາດແຊບໄດ້ມາດຕະຖານ ທີ່ຕິດພັນກັບການບໍລິການຂອງໂຮງແຮມຄືຮ້ານກາເຟເອ້ເອ້ ແລະ ຮ້ານກາເຟເນັກເກັດເອັສເປໂຊ.

ສຳລັບທ່ານໃດກຳລັງຊອກຫາທີ່ພັກຢູ່ວັງວຽງ ແຂວງວຽງຈັນ ໃນວັນພັກຍາວ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ໂຮງແຮມ ເອເລເຟນ ຄຣອດຊິງ ແລະ ຊິວເວີ ນາກາ ຈະຊ່ວຍຕອບໂຈດວັນພັກຜ່ອນແຫ່ງຄວາມສຸກຂອງທ່ານໄດ້ຢ່າງແນ່ນອນ.

ສອບຖາມຂໍ້ມູນເພີ່ມຕື່ມ

ໂຮງແຮມ ຊິວເວີ ນາກາ

ໂທ: 023 511 822.

020 5560 2830.

ໂຮງແຮມ ເອເລເຟນ ຄຣອດຊິງ

ໂທ: 023 511 232.