ຫົວພັນ ພົບພະຍາດປາກເປື່ອຍລົງເລັບລະບາດຢູ່ 5 ບ້ານ ໃນເມືອງຮ້ຽມ

112

ນັບແຕ່ເດືອນ ຕຸລາ ມາຮອດເດືອນ ພະຈິກ 2019 ເກີດການລະບາດຂອງພະຍາດປາກເປື່ອຍລົງເລັບ ງົວ-ຄວາຍ ຢູ່ 5 ບ້ານພາຍໃນເມືອງ ຮ້ຽມ, ແຂວງ ຫົວພັນ ຄື: ບ້ານແທນຮີ້ງ, ນ້ຳສາດ, ທາດຮ້ຽມ, ສໍາພັນທອງ ແລະ ບ້ານເມືອງ ຮ້ຽມ ເຮັດໃຫ້ງົວຕິດເຊື້ອພະຍາດ 179 ໂຕ ແລະ ຄວາຍ 6 ໂຕ, ໃນນີ້ ຫລາຍກ່ວາໝູ່ແມ່ນບ້ານທາດຮ້ຽມ, ມີງົວຕິດເຊື້ອພະຍາດ 76 ໂຕ ແລະ ຄວາຍ 6 ໂຕ.

ທ່ານ ພວງສະຫວັດ ພົມມະສີ, ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫົວພັນ ໃຫ້ຮູ້ວ່າ: ຕໍ່ສະພາບການທີ່ເກີດຂຶ້ນວິຊາການທີ່ກ່ຽວຂ້ອງຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງໄປສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງຫົວພັນ ເພື່ອເຄື່ອນໄຫວປິ່ນປົວສັດລ້ຽງຂອງປະຊາຊົນທີ່ຕິດເຊື້ອພະຍາດດ້ວຍການສັກຢາ ແລະ ໃຊ້ວິທີປິ່ນປົວແບບພື້ນບ້ານຕາມທີ່ປະຊາຊົນເຄີຍປະຕິບັດສືບທອດກັນມາເຫັນວ່າໄດ້ຮັບຜົນດີສົມຄວນ. ນອກຈາກນີ້ ຍັງໄດ້ສັ່ງຫ້າມບໍ່ໃຫ້ປະຊາຊົນເຄື່ອນຍ້າຍສັດລ້ຽງຈາກເຂດທີ່ຕິດເຊື້ອພະຍາດອອກໄປບ່ອນອື່ນຢ່າງເດັດຂາດເພື່ອຮັບປະກັນບໍ່ໃຫ້ພະຍາດນີ້ລະບາດໄປບ່ອນອື່ນ.

ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ, ພະແນກະສິກໍາ ແລະ ປ່າໄມ້ແຂວງ ຫົວພັນ ໃຫ້ຮູ້ຕື່ມວ່າ: ນອກຈາກໄດ້ເຄື່ອນໄຫວສັກຢາປ້ອງກັນພະຍາດປາກເປື່ອຍລົງເລັບຢູ່ 5 ບ້ານທີ່ເກີດການລະບາດ ວິຊາການທີ່ກ່ຽວຂ້ອງທີ່ລົງໄປປະຕິບັດວຽກງານໃນຄັ້ງນີ້ ຍັງໄດ້ສືບຕໍ່ສັກຢາປ້ອງກັນພະຍາດຢູ່ອີກຫລາຍບ້ານພາຍໃນເມືອງ ຮ້ຽມ, ເມືອງ ຫົວເມືອງ ແລະ ເມືອງ ຊ່ອນ ຕື່ມອີກ ເພື່ອຮັບປະກັນບໍ່ໃຫ້ພະຍາດປາກເປື່ອຍລົງເລັບເກີດຂຶ້ນອີກ ເພາະພະຍາດຊະນິດນີ້ເຄີຍລະບາດຢູ່ຫຼາຍເມືອງຂອງແຂວງ ຫົວພັນ ມາແລ້ວໃນປີ 2017 ຜ່ານມາ.

ທີ່ມາ: Lao National Radio