ຮ້ານຄໍາ ສີຫອມ ມີສຸກ ຈັດກິດຈະກໍາມອບໂຊກໃຫ້ລູກຄ້າ

89

ຮ້ານຄຳ ສີຫອມ ມີສຸກ SMJ ຮ່ວມກັບ WCG DIAMOND ແລະ AIDA Lao Jewelry ຈັດກິດຈະກຳມອບໂຊກ ປີທີ 6 ໃນວັນທີ 30 ພະຈິກ 2019 ທີ່ສູນການຄ້າເວີເທດ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ວິໄລສັກ ສຸລິຈັນ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານຮ້ານຄຳ ສີຫອມ ມີສຸກ SMJ, ທ່ານ ນາງ ສຸພາກອນ ປີຊາ ຜູ້ບໍລິຫານ WCG DIAMOND, ທ່ານ ນາງ ບົວທອງ ສຸລິຈັນ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານ AIDA Lao JeweIry ພ້ອມດ້ວຍມວນຊົນ ແລະ ບັນດາແຂກທີ່ຖືກເຊີນ.

ທ່ານ ວິໄລສັກ ສຸລິຈັນ ກ່າວວ່າ: ຮ້ານຄຳ ສີຫອມ ມີສຸກ SMJ ຢູ່ຄຽງຄູ່ສັງຄົມລາວມາຫຼາຍກວ່າ 10 ປີ ໂດຍມີຄຳຂວັນວ່າ “ ຄຸນຄ່າທີ່ເໜືອລາຄາ ” ແລະ ມີຄອນເຊັບວ່າ “ One stop shopping ” ຄືມາບ່ອນດຽວຄົບທຸກຢ່າງເລື່ອງເຄື່ອງປະດັບ ທັງຮັບອອກແບບ ແລະ ສ້ອມແປງເຄື່ອງປະດັບທຸກປະເພດ. ການຈັດກິດຈະກໍາດີໆແບບນີ້ແມ່ນເປັນປີທີ 6 ແຈກລາງວັນກວ່າ 70 ລາຍການ ລວມມູນຄ່າກວ່າ 100 ລ້ານກີບ ເຊິ່ງປີນີ້ໄດ້ມີການມອບ ຄວາມສຸກຜ່ານການຈັດງານຟຣີຄອນເສີດ, ການວາງສະແດງລົດລຸ້ນເກົ່າທີ່ຫາເບິ່ງໄດ້ຍາກ.

ສຳລັບຜູ້ໂຊກດີໄດ້ຮັບລາງວັນໃຫຍ່ຄຳ 1 ບາດ 2 ລາງວັນ ໄດ້ແກ່: ທ່ານ ຈັນທະສິນ ພັນດານຸວົງ ແລະ ທ່ານ ນາງ ມີນາ ດວງດາລາ; ລາງວັນແຫວນເພັດແທ້ ໄດ້ແກ່: ທ່ານ ເລ້ ຈັນທິລາດ ແລະ ລາງວັນລົດຈັກ Honda Wave 100 ໄດ້ແກ່: ທ່ານ ບູ້.

ນອກຈາກນີ້, ກໍຍັງມີລາງວັນເຄື່ອງໃຊ້ໄຟຟ້າ ແລະ ລາງວັນອື່ນໆຮ່ວມດ້ວຍ.

( ຂ່າວ: ທິບອຸສາ )