ໃຊ້ບໍລິການເດີນທາງຜ່ານແອັບສຸດໃຈ ຮັບສ່ວນຫຼຸດທັນທີ 20%

173

ບໍລິສັດ ສຸດໃຈ ທ່ອງທ່ຽວ ໄດ້ສ້າງແອັບສຸດໃຈ ຂຶ້ນມາເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງເດີນທາງຂຶ້ນເໜືອ ຫຼື ລົງໃຕ້ ຫຼື ທ່ອງທ່ຽວຕາມສະຖານທີ່ຕ່າງໆ, ໃນປັດຈຸບັນທາງບໍລິສັດມີໂປຣໂມຊັນໃຫ້ຜູ້ທີ່ໃຊ້ແອັບສຸດໃຈ ຮັບສ່ວນຫຼຸດທັນທີ 20%.

ອີງຕາມການເປີດເຜີຍຂອງ ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈ ທ່ອງທ່ຽວ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ບໍລິສັດ ສຸດໃຈ ທ່ອງທ່ຽວ ຈໍາກັດຜູ້ດຽວ ເປັນບໍລິສັດຂອງຄົນລາວທີ່ໃຫ້ບໍລິການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແບບຄົບວົງຈອນ ເປັນບໍລິສັດທີ່ໄດ້ຮັບຄວາມເຊື່ອຖືໃນການບໍລິການທ່ອງທ່ຽວ ແລະ ເຊົ່າລົດ ຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດເປັນເວລາ 9 ປີແລ້ວ.

ນອກຈາກການນໍາທ່ຽວ ແລະ ບໍລິການອື່ນໆແລ້ວ ບໍລິສັດ ສຸດໃຈ ທ່ອງທ່ຽວ ຍັງມີສະຖານທີ່ທ່ອງທ່ຽວເປັນຂອງຕົນເອງ ຄື: ຣີສອດສຸດໃຈ ເຊິ່ງເປັນສະຖານທີ່ເໝາະກັບການພັກຜ່ອນແບບຄອບຄົວ, ໝູ່ຄະນະ ແລະ ມີກິດຈະກໍາຫຼາຍຢ່າງຕັ້ງຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ນອກນັ້ນ, ບໍລິສັດຍັງໄດ້ພັດທະນາສະຖານທີ່ທ່ອງທ່ຽວຖໍ້າຂຸນລາງ ຢູ່ບ້ານຫ້ວຍສ້ານ ເມືອງກາສີ ແຂວງວຽງຈັນ ແລະ ຄາດວ່າຈະເປີດການໃຫ້ບໍລິການຂີ່ສະລິງ ແລະ ໝູ່ບ້ານຊົນເຜົ່າໃຫ້ແກ່ນັກທ່ອງທ່ຽວໄດ້ໄປທ່ຽວຊົມໃນປີ 2020 ນີ້.

ທ່ານ ເຄນ ວົງທອງຈິດ ກ່າວຕື່ມວ່າ: ໃນໄລຍະຜ່ານມາກໍຄືປັດຈຸບັນ ທຸລະກິດໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ໂດຍມີສາຂາເມືອງວັງວຽງ, ນະຄອນຫຼວງພະບາງ, ນະຄອນປາກເຊ ແລະ ດອນເດດ ໂດຍມີບໍລິສັດຕັ້ງຢູ່ນະຄອນຫຼວງວຽງຈັນ, ໄດ້ສ້າງວຽກເຮັດງານທຳໃຫ້ 120 ກວ່າຄົນ.

ແຕ່ລະປີຍອດນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການແມ່ນເພີ່ມຂຶ້ນ. ດັ່ງນັ້ນ, ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າກໍຄືນັກທ່ອງທ່ຽວໃຫ້ວ່ອງໄວ ແລະ ທັນກັບຍຸກສະໄໝ ທາງບໍລິສັດຈຶ່ງໄດ້ຕັດສິນໃຈສ້າງແອັບ “ ສຸດໃຈທ່ອງທ່ຽວ ” ຂຶ້ນມາເພື່ອຕອບໂຈດການເດີນທາງ, ການພັກຜ່ອນ, ການທ່ອງທ່ຽວ ແລະ ອື່ນໆ.

ທ່ານ ເຄນ ວົງທອງຈິດ ກ່າວຕື່ມວ່າ: ແອັບສຸດໃຈ ຈະສ້າງຄວາມສະດວກໃຫ້ກັບລູກຄ້າ ເປັນຕົ້ນ: ດ້ານການບໍລິການທ່ອງທ່ຽວ, ທີ່ພັກ, ຮ້ານອາຫານ, ເຊົ່າລົດ ແລະ ອື່ນໆ ໂດຍທີ່ລູກຄ້າບໍ່ຈຳເປັນຕ້ອງເຂົ້າມາບໍລິສັດ ຫຼື ໂທມາ ພຽງແຕ່ລູກຄ້າຈັດການ ຫຼື ສັ່ງການຢູ່ໃນມືຖືຂອງລູກຄ້າເອງ ( ກ່ອນອື່ນຕ້ອງໂຫຼດແອັບສຸດໃຈ ) ແລະ ສາມາດຊຳລະເງິນຜ່ານລະບົບອອນລາຍກໍສາມາດໃຊ້ບໍລິການຂອງພວກເຮົາໄດ້.

ພາຍຫຼັງເປີດລະບົບການຈອງ ແລະ ການຊຳລະທາງອອນລາຍໃນເດືອນສິງຫາ ເປັນຕົ້ນມາແອັບດັ່ງກ່າວຖືວ່າໄດ້ຮັບຜົນຕອບຮັບຈາກລູກຄ້າເພີ່ມຂຶ້ນ ລູກຄ້າໄດ້ໃຊ້ບໍລິການຜ່ານແອັບຫຼາຍຂຶ້ນ ມີທັງຄົນລາວ ແລະ ຄົນຕ່າງປະເທດ. ສ່ວນລູກຄ້າຄົນລາວອາດມີຄວາມຫຍຸ້ງຍາກຢູ່ເນື່ອງຈາກຍັງບໍ່ທັນເຂົ້າໃຈ ແລະ ຄຸ້ນເຄີຍໃນການນຳໃຊ້ ໂດຍສະເພາະຕໍ່ກັບວິທີການຈອງ ແລະ ຊຳລະຜ່ານແອັບ. ເຖິງຢ່າງໃດກໍຕາມ, ທາງບໍລິສັດມີແຜນທີ່ຈະປັບປຸງໃຫ້ຜູ້ໃຊ້ໄດ້ເຂົ້າໃຈງ່າຍຂຶ້ນ. ສຳລັບໂປຣໂມຊັນໃນປັດຈຸບັນຜູ້ທີ່ໃຊ້ບໍລິການຜ່ານແອັບສຸດໃຈ ຈະໄດ້ຮັບສ່ວນຫຼຸດ 20% ຈາກລາຄາປົກກະຕິ.

ສ່ວນແຜນການໃນຕໍ່ໜ້າທາງບໍລິສັດມີແຜນຮ່ວມມືກັບບັນດາຄິວລົດຕ່າງໆທີ່ປະຈຳແຕ່ລະແຂວງ, ບັນດາເມືອງ ເພື່ອໃຫ້ຜູ້ທີ່ຈະເດີນທາງຂຶ້ນເໜືອລົງໃຕ້ໄດ້ຈອງປີ້ລົດຜ່ານແອັບ ທີ່ຈະສ້າງຄວາມສະດວກໃຫ້ຜູ້ໃຊ້ໄດ້ຍິ່ງຂຶ້ນ.

ສຳລັບວິທີນຳໃຊ້ພຽງແຕ່ດາວໂຫຼດແອັບສຸດໃຈ ມາຕິດຕັ້ງແລ້ວຕັ້ງອີເມວເພື່ອລັອກອິນເຂົ້າແອັບ, ເມື່ອເຂົ້າໄດ້ແລ້ວລູກຄ້າສາມາດເລືອກລາຍການທີ່ຕ້ອງການ ເຊິ່ງແອັບສຸດໃຈ ( Soutchai ) ຈະສາມາດໃຊ້ໄດ້ໃນລະບົບປະຕິບັດການ Android ແລະ IOS.