23 ທ່ານ ຜ່ານການປະເມີນວ່າມີປະສິດທິພາບ ດ້ານອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີ

83

ມີຄູຝຶກ ແລະ ນັກຮຽນ 23 ທ່ານ ໄດ້ຮັບການປະເມີນວ່າມີປະສິດທິພາບໃນການເຂົ້າຮ່ວມໂຄງການ ການພັດທະນາຊັບພະຍາກອນມະນຸດດ້ານອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີ.

ໃນວັນທີ 3 ທັນວາ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ອົງການ ( JICA ) ປະເທດຍີ່ປຸ່ນ ຈັດກອງປະຊຸມສະຫຼຸບ ແລະ ປິດໂຄງການຮ່ວມມືກ່ຽວກັບການພັດທະນາຊັບພະຍາກອນມະນຸດ ດ້ານອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ, ມີ ທ່ານ ຕາເກຮິໂຣະ ກາບະຊິມະ ( Takehiro KABA-SHIMA ) ຜູ້ອຳນວຍການ ບໍລິສັດ ເລັກນາເຕັກ, ມີຜູ້ຕາງໜ້າອົງການໄຈກາ ປະຈຳ ສປປ ລາວ, ຊ່ຽວຊານຈາກຍີ່ປຸ່ນ ແລະ ນັກທຸລະກິດ ສປປ ລາວ ເຂົ້າຮ່ວມ.

ທ່ານ ບົວວັນ ວິລະວົງ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດດ້ານການພັດທະນາອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີໄມ້ ກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ອົງການໄຈກາ ໄດ້ມີບົດບັນທຶກ ( MOM ) ໃນປີ 2018 ຜ່ານມາ ຈຸດປະສົງເພື່ອຊ່ວຍຍົກລະດັບທັກສະອຸດສາຫະກຳປຸງແຕ່ງໄມ້ຂອງລາວໃຫ້ສາມາດສົ່ງອອກຜະລິດຕະພັນສຳເລັດຮູບ, ພັດທະນາ ຄວາມຮູ້ດ້ານການຕະຫຼາດໃຫ້ແກ່ອຸດສາຫະກຳປຸງແຕ່ງໄມ້ຂອງລາວ.

ການຈັດຕັ້ງປະຕິບັດໂຄງການແມ່ນໄດ້ເລີ່ມແຕ່ເດືອນພຶດສະພາ 2018 ເປັນຕົ້ນມາ ໃຊ້ເວລາ 2 ປີ ໄດ້ຮັບການສະໜັບສະໜູນງົບປະມານຈາກອົງການໄຈກາ ລວມມູນຄ່າ 200 ລ້ານເຢນ ເພື່ອນຳໃຊ້ເຂົ້າໃນໂຄງການ. ປະຕິບັດຕົວຈິງແມ່ນຄະນະຊ່ຽວຊານຝ່າຍຍີ່ປຸ່ນ ຄື: ບໍລິສັດ ລັກນາເຕັກ ( Legnatec ) ແລະ ບໍລິສັດ Takada Seizaisho ຈາກເມືອງໂອກາວາ ຮ່ວມກັບ ກົມອຸດສາຫະກຳ ແລະ ຫັດຖະກຳ ທີ່ໄດ້ມອບໝາຍໃຫ້ພາກທຸລະກິດ ກໍຄືສູນທົດສອບ ແລະ ພັດທະນາສີມືແຮງງານເວດສະພົງ, ກຸ່ມບໍລິສັດ ອຸດສາຫະກຳເຟີນີເຈີລາວ ຈຳກັດ ແລະ ໂຮງງານເຟີນີເຈີ ວຽງນິຍົມ ເປັນຜູ້ຮ່ວມປະຕິບັດລົງເລິກຕົວຈິງ ເຊິ່ງໂຄງການໄດ້ສະໜັບສະໜູນເຄື່ອງຈັກຈໍານວນໜຶ່ງທີ່ຈໍາເປັນປະກອບໃຫ້ສາມໂຮງງານ ເພື່ອນໍາໃຊ້ເຂົ້າຝຶກອົບຮົມ.

ທ່ານ ໂຍທິນ ເວດສະພົງ ຜູ້ອຳນວຍການສູນທົດສອບ ແລະ ພັດທະນາສີມືແຮງງານເວດສະພົງ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການຮ່ວມມືຖ່າຍທອດເຕັກໂນໂລຊີຂອງປະເທດຍີ່ປຸ່ນ ເພື່ອພັດທະນາຊັບພະຍາກອນມະນຸດດ້ານອຸດສາຫະກຳປຸງແຕ່ງ ແລະ ເຟີນີເຈີ ແມ່ນໄດ້ມີຜົນສຳເລັດຫຼາຍດ້ານ ຄື: ການຕິດຕັ້ງທໍ່ດູດຝຸ່ນ, ຕິດຕັ້ງເຄື່ອງຈັກ, ຕິດຕັ້ງໄຟຟ້າໃສ່ເຄື່ອງຈັກ, ສ້ອມແປງຫ້ອງຮຽນ, ແຜນການສ້າງນັກວິຊາການໃນການຝຶກອົບຮົມວິຊາຊີບດ້ານເຟີນີເຈີ ໃນໂຮງຮຽນຂອງລັດແມ່ນໄດ້ຮັບການພັດທະນາ, ຫຼັກການບັນທັດຖານໃນການຢັ້ງຢືນລະດັບສີມື ແລະ ວິທີການຢັ້ງຢືນໄດ້ຖືກສ້າງຂຶ້ນ, ແຜນງານຝຶກວິຊາຊີບ ທິດສະດີ ແລະ ພາກປະຕິບັດ, ຈັດຕັ້ງປະຕິບັດສຳລັບນັກຮຽນ 23 ທ່ານ ( ຄູຝຶກ 3 ທ່ານ, ນັກຮຽນ 20 ຄົນ ) ໄດ້ຮັບການກວດກາວ່າມີປະສິດທິພາບ, ກົນໄກການດຳເນີນງານທີ່ຍືນຍົງໄດ້ຖືກສ້າງຕັ້ງຂຶ້ນ, ນະໂຍບາຍການຈັດຕັ້ງໃຫ້ແຜນງານດຳເນີນການສ້າງວິຊາຊີບທີ່ຍືນຍົງ ໄດ້ມີການສະເໜີຕໍ່ລັດຖະບານ ແລະ ແຜນດຳເນີນງານດ້ານທຸລະກິດທີ່ໄດ້ຮັບບັນຈຸການນຳໃຊ້ນັກວິຊາການທີ່ໄດ້ຮັບການຝຶກຝົນໃນໂຄງການໄດ້ຖືກສ້າງຂຶ້ນ.

[ ຂ່າວ: ສັນຕິ; ຮູບ: ສຸກສະຫວັນ ]