ກຽມສະແດງສຽງແຄນລາວສະຫຼອງວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ

165

ສະມາຄົມສິລະປະແຄນລາວ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ຈະຈັດງານສະແດງສຽງແຄນລາວເພື່ອສ້າງຂະບວນການຄຳນັບຮັບຕ້ອນ    ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ .

ພິທີຖະແຫຼງຂ່າວການຈັດງານສະແດງສຽງແຄນລາວໄດ້ຈັດຂຶ້ນໃນວັນທີ 3 ທັນວາ 2019 ທີ່ ກະຊວງ ຖວທ ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ປະທານສະມາຄົມສິລະປະແຄນລາວ, ທ່ານ ຄໍາພັນ ເໝືອນສິດທິເດດ ຮອງປະທານສະມາຄົມສິລະປະແຄນລາວ, ທ່ານ ນາງ ກົງເດືອນ ເນດຕະວົງ ກຳມະການສະມາຄົມສິລະປະແຄນລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາສື່ມວນຊົນທຸກຂະແໜງການ.

ທ່ານ ຈະເລີນ ເຍຍປາວເຮີ ໄດ້ກ່າວວ່າ: ສະມາຄົມສິລະປະແຄນລາວ ເປັນອົງການຈັດຕັ້ງສັງຄົມທີ່ມີວິຊາຊີບ, ເຕັກນິກ – ວິຊາການ, ປະດິດຄິດແຕ່ງທີ່ເປັນຕົວແທນ ແລະ ມີບົດບາດໜ້າທີ່ໃນການປົກປັກຮັກສາເສີມຂະຫຍາຍມູນເຊື້ອມໍລະດົກແຄນ ແລະ ສຽງແຄນລາວ ໃຫ້ຍືນຍົງຢູ່ຄູ່ກັບຄົນລາວ, ທັງກ່ຽວຂ້ອງໂດຍກົງກັບປະຫວັດການກຳເນີດຂອງສະມາຄົມກໍຕິດພັນກັບວັນຄ້າຍວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ເພື່ອຂໍອະນຸມັດຈັດງານສະແດງສຽງແຄນເຊື້ອຊາດລາວມໍລະດົກໂລກ ເຊິ່ງງານນີ້ມີ ຄວາມໝາຍສຳຄັນ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ, ວັນສ້າງຕັ້ງສະມາຄົມສິລະປະແຄນລາວ ຄົບຮອບ 14 ປີ ແລະ ຄົບຮອບ 2 ປີ ທີ່ສຽງແຄນເຊື້ອຊາດລາວເປັນມໍລະດົກໂລກ ທັງເປັນການອະນຸຮັກ ແລະ ເສີມຂະຫຍາຍສຽງແຄນເຊື້ອຊາດລາວມໍລະດົກໂລກ ທັງເປັນການສ້າງບັນຍາກາດເບີກບານມ່ວນຊື່ນຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ.

ງານສະແດງສຽງແຄນເຊື້ອຊາດລາວມໍລະດົກໂລກຄັ້ງນີ້ ຈະຈັດການສະແດງດ່ຽວແຄນ, ເປົ່າແຄນວົງສະລັບກັບດົນຕີພື້ນເມືອງປະເພດອື່ນໆ ລວມທັງການຂັບ – ການລຳທ້ອງຖິ່ນ ແລະ ການຟ້ອນຕ່າງໆຂອງນັກສິລະປິນຫຼາຍຮຸ່ນ ເຊັ່ນ: ຮຸ່ນສິລະປິນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ, ເຍົາວະຊົນທີ່ເປັນຮຸ່ນສືບທອດໃນອະນາຄົດທີ່ມາຈາກທ້ອງຖິ່ນ, ສຳນັກງານກົມກອງ, ນັກຮຽນ, ນັກສຶກສາ, ປັນຍາຊົນ ເພື່ອຮ່ວມກັນສະແດງ ເຊິ່ງຈະຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດໂດຍບໍ່ເສຍຄ່າ ເລີ່ມແຕ່ເວລາ 18:30 ໂມງເປັນຕົ້ນໄປ ໃນວັນທີ 13 ທັນວາ 2019 ກົງກັບວັນຄ້າຍວັນເກີດ ປະທານ ໄກສອນ  ພົມວິຫານ ຄົບຮອບ 99 ປີ.

[ ຂ່າວ: ທິບອຸສາ; ຮູບ: ສຸກສະຫວັນ ]