ນໍ້າຄາວປາມີກິ່ນ ຜິດປົກກະຕິ ຫຼື ບໍ່?

175

ຕາມປົກກະຕິນ້ຳຄາວປາຈະໝົດໄປພາຍໃນ 4 – 6 ອາທິດຫຼັງເກີດ ໂດຍລັກສະນະສີຈະເຂັ້ມໃນໄລຍະທຳອິດ ແລະ ມີສີຈາງລົງເລື້ອຍໆ.

ລັກສະນະນ້ຳຄາວປາທີ່ຜິດປົກກະຕິ:

ນ້ຳຄາວປາມີກິ່ນເໝັນເນົ່າ ພ້ອມກັບມີອາການເຈັບທ້ອງຫຼາຍ ຫຼື ອາດມີໄຂ້ຮ່ວມນຳສະແດງເຖິງການຕິດເຊື້ອ.

ນ້ຳຄາວປາມີປະລິມານຫຼາຍ ເມື່ອໃສ່ຜ້າອະນາໄມຮອງຮັບຕ້ອງປ່ຽນຜ້າອະນາໄມທຸກໆ 1 ຊົ່ວໂມງ, ມີສີແດງສົດ, ມີກ້ອນເລືອດ ຫຼື ເລືອດອອກມາຈະເປັນພາວະເລືອດອອກຜິດປົກກະຕິຫຼັງເກີດ.

ນ້ຳຄາວປາຈາງໄປແລ້ວກັບມາມີສີແດງສົດອີກເທື່ອ.

ມີນ້ຳຄາວປາອອກຫຼາຍຮ່ວມກັບມີອາການວິນຫົວ, ອ່ອນເພຍ, ປຸ້ນທ້ອງ ຫຼື ຫົວໃຈເຕັ້ນໄວ.

ການເບິ່ງແຍງສຸຂະພາບໃນໄລຍະທີ່ມີນ້ຳຄາວປາ:

ຮັກສາຄວາມສະອາດຂອງຮ່າງກາຍເບິ່ງແຍງອະໄວຍະວະເພດໃຫ້ສະອາດບໍ່ອັບຊຸ່ມ.

ປ່ຽນຜ້າອະນາໄມຕາມ ຄວາມເໝາະສົມ ເພື່ອບໍ່ໃຫ້ເກີດການອັບຊຸ່ມ ເຊິ່ງອາດເຮັດໃຫ້ເກີດການສະສົມຂອງເຊື້ອພະຍາດຕ່າງໆໄດ້.

ບໍ່ແຊ່ນ້ຳ ຫຼື ລອຍນ້ຳ ເນື່ອງຈາກປາກມົດລູກຍັງເປີດຢູ່ ອາດເຮັດໃຫ້ມີນ້ຳເຂົ້າໄປໃນໂພງມົດລູກ ແລະ ເຮັດໃຫ້ເກີດການຕິດເຊື້ອໄດ້.

ຄວນງົດການມີເພດສຳພັນໃນໄລຍະຫຼັງເກີດຢ່າງໜ້ອຍ 3 ເດືອນ.

ຄວນໃສ່ເສື້ອຜ້າທີ່ສະບາຍໆບໍ່ຄວນໃສ່ໂສ້ງຮັດຮູບ ເພາະອາດເຮັດໃຫ້ເກີດຄວາມຊຸ່ມສະສົມໄດ້.

ຫຼີກລຽງການເຮັດວຽກງານໜັກ ແລະ ຍົກເຄື່ອງໜັກ.

ຂໍ້ມູນຈາກ: Hi-Family Club Laos, ຮຽບຮຽງ: ນຸ້ມນິ້ມ