ງານຕະຫຼາດນັດຜົນຜະລິດກະສິກຳ ຊ່ວຍສົ່ງເສີມໃຫ້ມີບ່ອນຈຳໜ່າຍສິນຄ້າພາຍໃນ

82

ນະຄອນຫຼວງວຽງຈັນ ໄດ້ເປີດງານຕະຫຼາດນັດຜົນຜະລິດກະສິກຳ, ສິນຄ້າໂອດ໊ອບ, ຄອບຄົວຕົວແບບ 9 ຕົວເມືອງ ເພື່ອສົ່ງເສີມການຜະລິດພາຍໃນ, ສ້າງເງື່ອນໄຂອຳນວຍ ຄວາມສະດວກແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້.

ງານດັ່ງກ່າວໄດ້ມີຂຶ້ນລະ ຫວ່າງ 30 ພະຈິກ ຫາ 1 ທັນວາ 2019 ຜ່ານມາ ທີ່ເດີ່ນສູນການຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ການຈັດງານຕະຫຼາດນັດຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ 51/ນຍ ໃນການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ ເພື່ອເປັນການສ້າງຂະບວນການປູກຈິດສຳນຶກໃຫ້ປະຊາຊົນ, ອົງການຈັດຕັ້ງພາກລັດ ແລະ ເອກະຊົນ ໃຫ້ຫັນມາຊົມໃຊ້ສິນຄ້າທີ່ຄົນລາວຜະລິດພາຍໃນປະເທດຫຼາຍຂຶ້ນເວົ້າລວມ, ເວົ້າສະເພາະ ກໍເພື່ອສົ່ງເສີມການຜະລິດພາຍໃນໃຫ້ມີບ່ອນຈຳໜ່າຍ. ເຊິ່ງໄດ້ມີຫົວໜ່ວຍທຸລະກິດເຂົ້າຮ່ວມ 300 ກວ່າຮ້ານ.

ທ່ານ ສົມຈິດ ອິນທະມິດ ໃຫ້ຮູ້ວ່າ: ເປົ້າໝາຍຕົ້ນຕໍຂອງການຈັດງານຕະຫຼາດນັດນີ້ແມ່ນຢາກຊຸກຍູ້ການຜະລິດພາຍໃນໃຫ້ແຂງແຮງຂຶ້ນ ຖ້າວ່າການຜະລິດພວກເຮົາແຂງຂຶ້ນກໍຈະບໍ່ໄດ້ນຳເຂົ້າສິນຄ້າມາແຕ່ຕ່າງປະເທດຫຼາຍ ເພາະເມື່ອນຳເຂົ້າສິນຄ້າມາກໍສິ້ນເປືອງເງິນຕາຕ່າງປະເທດ.

[ ຂ່າວ: ສັນຕິ; ຮູບ: ທະນັນເສນ ]