ສື່ມວນຊົນລາວໄດ້ຮັບການຍົກລະດັບທັກສະການເກັບກຳ ແລະ ວິເຄາະຂໍ້ມູນ – ຂ່າວສານ ຍຸກເອເລັກໂຕຣນິກ

63

ສະຖາບັນສື່ມວນຊົນວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ຈັດຊຸດອົບຮົມພາຍໃຕ້ຫົວຂໍ້ “ ທັກສະການເກັບກຳ ແລະ ວິເຄາະຂໍ້ມູນ – ຂ່າວສານຂອງນັກຂ່າວໃນຍຸກສະໄໝສື່ເອເລັກໂຕຣນິກ ” ໃຫ້ກຽດການເປັນປະທານຮ່ວມໂດຍ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ຫງຽນ ວັນ ຫຽວ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ, ມີບັນດາອາຈານຈາກ ສສ ຫວຽດນາມ ພ້ອມດ້ວຍສື່ມວນຊົນລາວໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ພູທອນ ບຸດຕະວົງ ຮອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການຈັດຊຸດອົບຮົມຄັ້ງນີ້ຖືວ່າມີ ຄວາມໝາຍຄວາມສຳຄັນຫຼາຍສຳລັບນັກຂ່າວ ເພາະພວກເຮົາຈະໄດ້ຮຽນຮູ້ການວິເຄາະວິໄຈຂໍ້ມູນ – ຂ່າວສານທີ່ເຮົາໄດ້ຮັບມານັ້ນແມ່ນຂ່າວຈິງ ຫຼື ຂ່າວປອມ, ພວກເຮົາຈະໄດ້ວິເຄາະວິໄຈຊອກຮູ້ແຫຼ່ງທີ່ມາຂອງຂໍ້ມູນ, ແຫຼ່ງຂອງສື່ທີ່ເຜີຍແຜ່ຂ່າວນັ້ນເຊື່ອຖືໄດ້ ຫຼື ບໍ່? ພວກເຮົາຈະໄດ້ເຈາະເລິກເຖິງຫຼັກຖານການຢັ້ງຢືນຄວາມຈິງລະອຽດຂອງຂໍ້ມູນນັ້ນວ່າມີທີ່ໄປທີ່ມາຄືແນວໃດ?.

ທ່ານ ຫງວຽນ ວັນ ຫຽວ ມີຄຳເຫັນວ່າ: ການຈັດຝຶກອົບຮົມຄັ້ງນີ້ແມ່ນຫົວຂໍ້ທີ່ໃໝ່ ແລະ ຍາກ ເພາະວ່າເປັນການວິເຄາະຂໍ້ມູນ – ຂ່າວສານຢູ່ໃນຍຸກເຕັກໂນໂລຊີທີ່ໃໝ່. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າຂໍ້ມູນ – ຂ່າວສານທຸກມື້ນີ້ນັບມື້ເກີດຂຶ້ນຫຼາຍ ແລະ ມາຈາກທຸກຫົນທຸກແຫ່ງ, ແຕ່ທຸກສິ່ງທຸກຢ່າງລ້ວນແລ້ວແຕ່ເປັນຂໍ້ມູນ – ຂ່າວສານທັງນັ້ນ ແລະ ໃນເມື່ອຂໍ້ມູນ – ຂ່າວສານຫຼາຍແນວນັ້ນແລ້ວເຮົາຈະໃຊ້ທັກສະໃນການວິເຄາະຂໍ້ມູນແນວໃດ ວ່າອັນໃດເປັນຂໍ້ມູນທີ່ດີອັນໃດເປັນຂໍ້ມູນທີ່ຖືກຕ້ອງຊັດເຈນ.

ຊຸດອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 5 ວັນ ( 2 – 6 ທັນວາ 2019 ) ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ.

( ຂ່າວ:ແກ້ວ, ຮູບຈາກ: ສະຖາບັນສື່ມວນຊົນ )