ສະແດງສຽງແຄນລາວ ສະຫຼອງ 99 ປີວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

177

ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ແລະ ຄົບຮອບ 2 ປີ ທີ່ສຽງແຄນລາວໄດ້ຮັບຮອງເຂົ້າເປັນມໍລະດົກໂລກ ສະມາຄົມສິລະປະແຄນລາວ ຈະຈັດງານສະແດງສິລະປະແຄນລາວ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສຽງແຄນເຊື້ອຊາດລາວ ມໍລະດົກໂລກ ໃຫ້ຄົງຢູ່ຄູ່ກັບຊາດລາວຕະຫຼອດໄປ.

ທ່ານ ຈະເລີນ ເຢຍປາວເຮີ ປະທານສະມາຄົມສິລະປະແຄນລາວ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 3 ທັນວາ 2019 ວ່າ: ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນເກີດ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຄົບຮອບ 99 ປີ ແລະ ຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ. ສະມາຄົມສິລະປະແຄນລາວ ຜູ້ທີ່ມີໜ້າທີ່ໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອມໍລະດົກແຄນ ແລະ ສຽງແຄນລາວ ໃຫ້ຍືນຍົງຢູ່ຄູ່ກັບຄົນລາວ ແລະ ຊາດລາວຕະຫຼອດໄປ.

ທ່ານກ່າວຕື່ມວ່າ: ແຄນ ມີປະຫວັດຄວາມເປັນມາຫຼາຍກວ່າ 3.000 ປີ ທີ່ຕິດພັນກັບວິຖີຊີວິດ ແລະ ວັດທະນະທໍາ ຂອງຄົນລາວ ຊາດລາວແຕ່ໃດໆມາ, ປະທານ ໄກສອນ ພົມວິຫານ ໄດ້ສັ່ງສອນໄວ້ວ່າ: “ເສຍວັດທະນະທໍາ ຄືເສຍຊາດ” ຍ້ອນແຄນ ແລະ ສຽງແຄນ ແມ່ນມໍລະດົກເກົ່າແກ່ຕົກທອດມາຢ່າງຍາວນານ. ສະນັ້ນ ລັດຖະບານ ສປປ ລາວ ຈຶ່ງໄດ້ສະເໜີຂໍຈົດທະບຽນມໍລະດົກໂລກ ຈາກອົງການອຸຍແນສໂກ ໂດຍໃຊ້ເວລາຫຼາຍປີ ອົງການອຸຍແນສໂກ ຈຶ່ງໄດ້ຮັບຮອງເອົາສຽງແຄນລາວເປັນມໍລະດົກວັດທະນະທໍານາມມະທໍາ ຂອງຄົນເຊື້ອຊາດລາວ ແລະ ເປັນມໍລະດົກວັດທະນະທໍານາມມະທໍາ ຂອງມວນມະນຸດໂລກ ໃນວັນທີ 7 ທັນວາ ປີ 2017, ເຊິ່ງສ້າງກຽດຊື່ສຽງ ແລະ ບົດບາດຂອງ ສປປ ລາວ ໃນພາກພື້ນ, ສາກົນ ແລະ ໃນໂລກ.

ສະນັ້ນ, ເພື່ອສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ, ວັນສ້າງຕັ້ງສະມາຄົມສິລະປະແຄນລາວ ຄົບຮອບ 14 ປີ ແລະ ຄົບຮອບ 2 ປີ ທີ່ສຽງແຄນເຊື້ອຊາດລາວເປັນມໍລະດົກໂລກ ສະມາຄົມສິລະປະແຄນລາວ ຈະຈັດງານສະແດງສຽງແຄນເຊື້ອຊາດລາວ ທີ່ຫໍວັດທະນະທຳແຫ່ງຊາດ ໃນວັນທີ 13 ທັນວາ 2019 ນີ້ໂດຍເລີ່ມແຕ່ເວລາ 18:30 ໂມງເປັນຕົ້ນໄປ.

ສະນັ້ນ, ຂໍຮຽນເຊີນມາຍັງການນໍາພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກສິລະປິນຕ່າງໆ, ນັກຮຽນ, ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນ ເພື່ອເຂົ້າຮ່ວມຊົມການສະແດງ ເພື່ອເປັນການປູກຈິດສໍານຶກ, ສັນລະເສີນຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກ, ຜູ້ນໍາສູງສຸດ ທີ່ເອົາໃຈໃສ່ເປັນພິເສດຕໍ່ການອະນຸລັກຮັກສາ ແລະ ເສີມຂະຫຍາຍສຽງແຄນລາວສູ່ມໍລະດົກໂລກ ເພື່ອເຊີດຊູກຽດ ແລະ ຊື່ສຽງຂອງ ສປປ ລາວ ຢູ່ໃນພາກພື້ນ, ສາກົນ ແລະ ໃນໂລກ.