Monthly Archives: December, 2019

ມື້ນີ້, ໜາວສຸດຢູ່ 3 ແຂວງ ອຸນຫະພູມຕໍ່າກວ່າ 10 ອົງສາ

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຍັງໜາວເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ອາກາດເຢັນຢູທົ່ວໄປໃນແຕ່ລະພາກ ພ້ອມຈະມີຝົນຕົກຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງ ຖິ່ນໃນແຕ່ລະພາກ. ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍ່ໄດ້ພະຍາກອນອາກາດໜາວສຸດມື້ນີ້ຢູ່ແຂວງ ໄຊສົມບູນ ອຸນຫະພູມວັດແທກໄດ້ທີ່ 6 ອົງສາ; ຖັດລົງມາ ແມ່ນ...

ເບຍລາວມອບໂຊກໃຫ້ລູກຄ້າກັບ ໂຄງການຊື່ນໃຈທ້າຍປີລຸ້ນໂຊກ 2 ຊັ້ນ ຈາກນໍ້າດື່ມຫົວເສືອ

ທ້າຍອາທິດຜ່ານມາ ບໍລິສັດ ເບຍລາວ ຈໍາກັດ ຜູ້ຜະລິດ ແລະ ຈໍາໜ່າຍຜະລິດຕະພັນນໍ້າດື່ມຫົວເສືອໄດ້ຈັບລາງວັນມອບໂຊກ ເພື່ອຄືນກໍາໄລໃຫ້ລູກຄ້າໃນໂຄງການ “ ຊື່ນໃຈທ້າຍປີລຸ້ນໂຊກ 2 ຊັ້ນ ຈາກນໍ້າດື່ມຫົວເສືອ ” ຊຸດທີ 1 ລາງວັນລົດຈັກ Honda 110i ຈໍານວນ 12 ຄັນ ເປັນກຽດຈັບສະຫຼາກໂດຍ ທ່ານ...

7 ເທັກນິກ ຮຽນພາສາຈີນໃຫ້ປະສົບຜົນສຳເລັດ

ປັດຈຸບັນ ພາສາຈີນ ເປັນອີກພາສາໜຶ່ງທີ່ກຳລັງເປັນທີ່ນິຍົມໃນສັງຄົມ ເນື່ອງຈາກບ້ານເຮົາມີນັກລົງທຶນຊາວຈີນເຂົ້າມາດຳເນີນທຸລະກິດຫຼາຍ. ສະນັ້ນ, ຫາກໃຜຮູ້ ຫຼື ເວົ້າພາສາຈີນໄດ້ ກໍ່ເປັນເລື່ອງທີ່ດີ ເພາະສາມາດສື່ສານກັບເຂົາເຈົ້າໄດ້. ແຕ່ຄວາມເປັນຈິງແລ້ວ ມັນກໍ່ເປັນເລື່ອງທີ່ຂ້ອນຂ້າງຍາກພໍສົມຄວນສຳລັບຄົນທີ່ເລີ່ມຕົ້ນຮຽນພາສາຈີນ ເພາະພາສານີ້ຖືວ່າອ່າວຍາກຢູ່. ສຳລັບທ່ານໃດ ທີ່ມີຄວາມສົນໃຈຢາກຮຽນຮູ້ພາສາຈີນ ວັນນີ້ ແອັດມິນ ຈະມາແນະນຳ 7 ວິທີ ໃນການຮຽນພາສາຈີນໃຫ້ໄດ້ຜົນ ມາຝາກທ່ານຜູ້ອ່ານ ເພື່ອຈະນຳໄປປັບໃຊ້ໃນຊີວິດປະຈຳວັນດັ່ງນີ້. 1 ຮຽນພາສາຈີນ...

ລະນຶກວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ຈັດກອງປະຊຸມຈັດຕັ້ງຂະບວນການລະນຶກວັນສາກົນເພື່ອລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 29 ພະຈິກ 2019 ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ມີບັນດາຫົວໜ້າກົມ, ຮອງກົມ, ພະນັກງານຂະແໜງການຕ່າງໆພາຍໃນກະຊວງ...

ນັດທີ 4 ທີມຊາດລາວ ວັດຄົມ ແຊ້ມເກົ່າ ໃນບານເຕະຊີເກມ 2019ແລງນີ້ ຈະຢູ່ ຫຼື ຈະໄປ?

ຫຼ້າສຸດມື້ນີ້ວັນທີ 3 ທັນວາ 2019 ທີມຊາດລາວ ລົງສະໜາມນັດທີ 4 ພົບກັບ ທີມຊາດໄທ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນເວລາ 16:00 ໂມງ ( ກົງກັບບ້ານເຮົາເວລາ 15:00 ໂມງ). ກ່ອນໜ້ານີ້ ນັດທໍາອີິດ ທີມຊາດລາວ...

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສຳເລັດການສ້າງສູນຂໍ້ມູນເອເລັກໂຕຣນິກ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ຕະຫຼອດໄລຍະ 8 ປີຜ່ານມາ ພັກ - ລັດ ໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາ ສາມາດສ້າງຜົນງານພົ້ນເດັ່ນຫຼາຍດ້ານ. ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະພາວິທະຍາສາດແຫ່ງຊາດ ໄດ້ໃຫ້ສຳພາດເນື່ອງໃນໂອກາດວັນຊາດທີ 2...

ລາຄາຫົວໜ່ວຍການກໍ່ສ້າງຂົວທາງ ອະນຸມັດນໍາໃຊ້ແລ້ວ

ລາຄາຫົວໜ່ວຍການກໍ່ສ້າງຂົວທາງ ສະບັບປັບປຸງປີ 2019 ໄດ້ສໍາເລັດໃນຕົ້ນປີ 2019 ແລະ ໄດ້ຮັບການເຫັນດີອະນຸມັດຈາກລັດຖະບານໃຫ້ນໍາໃຊ້ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊິ່ງກະຊວງ ຍທຂ ໄດ້ອອກຂໍ້ຕົກລົງຈັດຕັ້ງຜັນຂະຫຍາຍ. ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຂໍ້ຊັກຖາມກ່ຽວກັບການກໍານົດລາຄາຫົວໜ່ວຍແຕ່ລະປະເພດກໍ່ສ້າງ, ລາຄາວັດສະດຸກໍ່ສ້າງແຕ່ລະເຂດ ແລະ ແຕ່ລະຈຸດສຸມຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ...

44 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

ວັນທີ 2 ທັນວາ 2019 ຄົບຮອບ 44 ປີພໍດີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຕະຫຼອດໄລຍະ 44 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ມີຜົນສຳເລັດໃນຫຼາຍໆດ້ານ ໂດຍສະເພາະແມ່ນຊີວິດການເປັນຢູ່ ແລະ ລາຍໄດ້ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນສະແດງອອກດັ່ງນີ້: ປີ 1985 ລວມຍອດຜະລິດຕະພັນພາຍໃນ ( GDP...

ອາລິນ ສຸລິພອນ ໜຸ່ມລາວເມືອງຫຼວງພະບາງ ຄວ້າລາງວັນ “ບ່າວຄົນໂກ້” ທີ່ໜອງຄາຍ

ອີກໜຶ່ງຄົນທີ່ມີການເຄື່ອນໄຫວຢູ່ຕະຫຼອດໃນວົງການບັນເທີງ ບໍ່ວ່າຈະເປັນກວດ, ເດີນແບບ, ຖ່າຍແບບ ທັງພາຍໃນ ແລະ ຕ່າງປະເທດ ກັບໜຸ່ມຄົນນີ້ ອາລິນ ສຸລິພອນ ຫຼື ຫຼາຍໆຄົນຮູ້ຈັກກັນ ອາລິນ ໂຕດໍາ ອາຍຸ 21 ປີ ໜຸ່ມບ້ານມ້າ ເມືອງຫລວງພະບາງ, ແຂວງຫລວງພະບາງ. ທີ່ຫຼ້າສຸດໜຸ່ມຄົນນີ້ໄດ້ຄວ້າລາງວັນ “ບ່າວຄົນໂກ້” ຈາກການປະກວດ ບ່າວຄົນໂກ້ ທີ່ຈັງຫວັດໜອງຄາຍ ປະເທດໄທໃນວັນທີ...

ທ່ານ ນາງ ສຸດປະເສີດ ສຸລິວົງ ເປັນຮອງຫົວໜ້າ ໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນຜູ້ໃໝ່

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຫຼາຍອົງການຈັດຕັ້ງ, ບັນດາພະແນກການ ກໍ່ໄດ້ມີການໂຍກຍ້າຍ ແລະ ປັບປ່ຽນໜ້າທີ່ ທັງນີ້, ກໍ່ເພື່ອເຮັດໃຫ້ການປະຕີບັດວຽກງານດັ່ງກ່າວມີປະສິດທິຜົນຂຶ້ນກວ່າເກົ່າ. ດັ່ງນັ້ນ, ໃນວັນທີ 29 ພະຈິກ 2019 ທີ່ໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງ ໂດຍການເປັນປະທານຂອງທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ ຕະຫຼອດເຖິງພະນັກງານຄູ-ອາຈານ ແລະ...
- Advertisment -
Slide
Slide

Most Read

error: Content is protected !!