ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສຳເລັດການສ້າງສູນຂໍ້ມູນເອເລັກໂຕຣນິກ

183

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ຕະຫຼອດໄລຍະ 8 ປີຜ່ານມາ ພັກ – ລັດ ໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາ ສາມາດສ້າງຜົນງານພົ້ນເດັ່ນຫຼາຍດ້ານ.

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະພາວິທະຍາສາດແຫ່ງຊາດ ໄດ້ໃຫ້ສຳພາດເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 44 ປີ ວ່າ: ໃນຕະຫຼອດ 8 ປີຜ່ານມາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ 08 ສະບັບ ແລະ ນິຕິກໍາລຸ່ມກົດໝາຍຫຼາຍກວ່າ 30 ສະບັບ, ໄດ້ດໍາເນີນກອງປະຊຸມນັກວິທະຍາສາດທົ່ວປະເທດ ຄັ້ງທີ I ເຊິ່ງເປັນຄັ້ງປະຫວັດສາດຂອງປະເທດເຮົາ ໄດ້ດໍາເນີນກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ສໍາເລັດແລ້ວ 3 ຄັ້ງ ແລະ ໄດ້ສ້າງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຖິງປີ 2030 ເຊິ່ງເປັນແຜນຍຸດທະສາດການພັດທະນາທີ່ສາມາດເຊື່ອມສານກັບການພັດທະນາຂອງບັນດາກະຊວງ, ຂະແໜງການ ກໍຄືພາກພື້ນ ແລະ ສາກົນ ໃນໄລຍະໃໝ່ແຫ່ງການພັດທະນາແບບຍືນຍົງ.

ການພັດທະນາດ້ານພື້ນຖານໂຄງລ່າງ

ໄດ້ສໍາເລັດການກໍ່ສ້າງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ເຊິ່ງປະກອບດ້ວຍບັນດາຫ້ອງທົດລອງທີ່ທັນສະໄໝ.

ສໍາເລັດການສ້າງສູນຂໍ້ມູນເອເລັກໂຕຣນິກຂະໜາດໃຫຍ່ ເຖິງ 400 TB ທີ່ນຳໃຊ້ເຕັກໂນໂລຊີທັນສະໄໝຂອງປະເທດຍີ່ປຸ່ນ ເປັນສູນຂໍ້ມູນເອເລັກໂຕຣນິກແບບປະຢັດພະລັງງານ ແລະ ທັນສະໄໝທີ່ສຸດຢູ່ໃນປະເທດເຮົາ ກໍຄືໃນພາກພື້ນອາຊີອາຄະເນ.

ການບໍລິການວິທະຍາສາດ ແລະ ເຕັກໂນໂລຊີ

ການໃຫ້ບໍລິການດ້ານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ກໍໄດ້ຮັບການປັບປຸງຍົກລະດັບໃຫ້ດີຂຶ້ນ ເພື່ອບໍລິການແກ່ສັງຄົມຢ່າງກວ້າງ ຂວາງ. ໃນນັ້ນ, ໄດ້ໃຫ້ຄໍາປຶກສາ, ຮັບຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ, ແຈ້ງຂໍ້ມູນລິຂະສິດ, ສິດກ່ຽວຂ້ອງກັບລິຂະສິດ ແລະ ການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາໄດ້ທັງໝົດ 2.600 ກວ່າສະບັບ.

ໄດ້ສ້າງຕັ້ງຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟປະຈໍາຢູ່ບັນດາດ່ານສາກົນ ເຊິ່ງສາມາດເພີ່ມລາຍຮັບພາສີອາກອນນໍ້າມັນ ແລະ ຮັບປະກັນໃຫ້ສັງຄົມໄດ້ຊົມໃຊ້ນໍ້າມັນທີ່ມີຄຸນນະພາບ, ປົກປັກຮັກສາສິ່ງແວດລ້ອມ.

ກວດສອບກົງເຕີໄຟຟ້ານໍາເຂົ້າມາໃໝ່ ຈໍານວນ 247.000 ກວ່າໜ່ວຍ ແລະ ບໍລິການອື່ນໆອີກ.

ສະຫຼຸບລວມແລ້ວຜົນງານອັນພົ້ນເດັ່ນໃນໄລຍະພຽງແຕ່ 3 ປີຜ່ານມານີ້, ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ສາມາດສ້າງລາຍຮັບເຂົ້າງົບປະມານຂອງລັດ ເຖິງ 50 ກວ່າຕື້ກີບ ແລະ ສາມາດຂົນຂວາຍດຶງດູດການຊ່ວຍເຫຼືອຈາກຕ່າງປະເທດ ໄດ້ 30 ລ້ານກວ່າໂດລາ.

ການປະຕິບັດແຜນການ ປີ 2019

ໄດ້ສັງລວມໂຄງການຄົ້ນ ຄວ້າວິທະຍາສາດສະເໜີມາໃໝ່ ຈຳນວນ 175 ໂຄງການ. ໃນນັ້ນ, ໄດ້ຈັດສັນອອກເປັນ 8 ຂົງເຂດການຄົ້ນຄວ້າ.

ໄດ້ສະກັດນ້ຳມັນຫອມລະເຫີຍຈາກທຳມະຊາດ ເພື່ອນຳໃຊ້ເຂົ້າໃນການຜະລິດ ແລະ ປຸງແຕ່ງອາຫານ, ນ້ຳຫອມ ແລະ ຢາ.

ໄດ້ຄົ້ນຄວ້ານຳໃຊ້ເຕັກໂນໂລຊີປູກເນື້ອເຍື່ອ ເພື່ອຂະຫຍາຍພັນພືດເສດຖະກິດ ແລະ ພືດເປັນຢາ 75 ຊະນິດ, ພືດເປັນອາຫານ 165 ຊະນິດ.

ເກັບກຳຂໍ້ມູນຊີວະນາໆພັນ ພືດຜັກທີ່ໃຊ້ເປັນອາຫານທີ່ແຂວງຊຽງຂວາງ 218 ຊະນິດ, ແຂວງຫົວພັນ 360 ຊະນິດ, ແຂວງຜົ້ງສາລີ 439 ຊະນິດ, ແຂວງອຸດົມໄຊ 320 ຊະນິດ, ຄົ້ນຄວ້າອົບແຫ້ງຜະລິດຕະພັນກະສິກຳທີ່ນຳໃຊ້ພະລັງງານແບບປະສົມປະສານ, ຄົ້ນຄວ້ານຳໃຊ້ເສັ້ນໃຍກ້ວຍຜະລິດວັດສະດຸຫຸ້ມຫໍ່ສິນຄ້າ.

ໄດ້ທົດລອງຕິດຕັ້ງລະບົບໄຟຟ້າດ້ວຍພະລັງງານແສງຕາເວັນ ແລະ ລະບົບທໍ່ນ້ຳຮ້ອນດ້ວຍລະບົບພະລັງງານແສງຕາເວັນຢູ່ໂຮງໝໍແມ່ ແລະ ເດັກ, ໂຮງໝໍເມືອງນາຊາຍທອງ ແລະ ເຊື່ອມຕໍ່ໄຟຟ້າຕາຂ່າຍກັບລະບົບປ້ຳນ້ຳພະລັງງານແສງຕາເວັນແບບອັດຕະໂນມັດຢູ່ເມືອງສັງທອງ.

ໄດ້ສຸມໃສ່ຄົ້ນຄວ້າ ແລະ ພັດທະນາ ລະບົບ LoT ໃນຍຸກອຸດສາຫະກຳ 4.0, ລະບົບ AIChat Bot ກ່ຽວກັບຖານຂໍ້ມູນຂອງສູນ AI ແລະ Chat BoT ກ່ຽວກັບດ້ານສຸຂະພາບ, ເຄື່ອງວັດແທກກວດຈັບຝຸ່ນ PM 2.5 ແບບອັດສະລິຍະ, ກ້ອງວົງຈອນປິດແບບອັດສະລິຍະ; ລະບົບໂປຣແກຣມຄວບຄຸມຫຸ່ນຍົນແບບລະບົບອັດຕະໂນມັດ, ລະບົບກ້ອງວົງຈອນປິດອັດສະລິຍະ, ລະບົບການບໍລິຫານບ່ອນຈອດລົດອັດສະລິຍະ; ລະບົບການປິດ – ເປີດອຸປະກອນເອເລັກໂຕຣນິກແບບອັດຕະໂນມັດ; ລະບົບບໍລິຫານຂໍ້ມູນໃນຫໍພິພິທະພັນແບບທັນສະໄໝ; ລະບົບໂປຣແກຣມຖານຂໍ້ມູນບ້ານ; ຄົ້ນຄວ້າຍົນບໍ່ມີຄົນຂັບ; ນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນວຽກງານສົ່ງເສີມການຜະລິດ, ການເຝົ້າລະວັງ ແລະ ເຕືອນໄພທຳມະຊາດ ແລະ ອື່ນໆ.

ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກຳ 28 ສະບັບ. ໃນນັ້ນ, ຍຸດທະສາດ 4 ສະບັບ, ກົດໝາຍ 2 ສະບັບ, ດໍາລັດ 4 ສະບັບ ແລະ ບັນດາເອກະສານລຸ່ມນິຕິກໍາຕ່າງໆ 20 ກວ່າສະບັບ.

ໄດ້ສຳເລັດການເປີດດ່ານກວດສອບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ, ໄດ້ກວດສອບຄຸນນະພາບນ້ຳມັນເຊື້ອໄຟ ຈຳນວນ 657.162.476 ລິດ, ກວດທຽບລົດບັນທຸກນໍ້າມັນເຊື້ອໄຟ 480 ຄັນ, ກວດກາກົງເຕີໄຟຟ້າ 68.086 ກວ່າໜ່ວຍ, ກວດສອບປະລິມານສຸດທິຂອງສິນຄ້າຫຸ້ມຫໍ່ 69 ຜະລິດຕະພັນ; ໄດ້ຮັບຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳ 3.967 ສະບັບ ແລະ ຈົດທະບຽນສາກົນ ກ່ຽວກັບເຄື່ອງໝາຍການຄ້າພາຍໃຕ້ລະບົບມາດຣິດ ຈຳນວນ 1.488 ກວ່າສະບັບ.

ໄດ້ດຳເນີນໃຫ້ບໍລິການສູນຂໍ້ມູນເອເລັກໂຕຣນິກແກ່ບັນດາອົງການຈັດຕັ້ງລັດ ແລະ ເອກະຊົນ ລວມທັງໝົດ 65 ພາກສ່ວນ. ໃນນັ້ນ, ພາກລັດ 57 ພາກສ່ວນ ແລະ ເອກະຊົນ 8 ພາກສ່ວນ.