44 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ

301
DCIM295MEDIADJI_0034.JPG

ວັນທີ 2 ທັນວາ 2019 ຄົບຮອບ 44 ປີພໍດີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຕະຫຼອດໄລຍະ 44 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ມີຜົນສຳເລັດໃນຫຼາຍໆດ້ານ ໂດຍສະເພາະແມ່ນຊີວິດການເປັນຢູ່ ແລະ ລາຍໄດ້ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນສະແດງອອກດັ່ງນີ້:

ປີ 1985 ລວມຍອດຜະລິດຕະພັນພາຍໃນ ( GDP ) ສະເລ່ຍຕໍ່ຄົນໄດ້ 114 ໂດລາ

ປີ 1990 ໄດ້ 207 ໂດລາຕໍ່ຄົນ

ປີ 1995 ໄດ້ 379 ໂດລາຕໍ່ຄົນ

ປີ 2000 ໄດ້ 335 ໂດລາຕໍ່ຄົນ

ປີ 2005 ໄດ້ 511 ໂດລາຕໍ່ຄົນ

ປີ 2010 ໄດ້ 1.069 ໂດລາຕໍ່ຄົນ

ປີ 2015 ໄດ້ 1.970 ໂດລາຕໍ່ຄົນ

ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ 8 ( 2016 – 2020 ) ໄດ້ຄາດໝາຍສູ້ຊົນພັດທະນາເສດຖະກິດ – ສັງຄົມ ໃຫ້ຂະຫຍາຍຕົວສະເລ່ຍ 7,5% ຕໍ່ປີ ລາຍໄດ້ຕໍ່ຄົນໃນປີ 2020 ໃຫ້ບັນລຸ 3.190 ໂດລາສະຫະລັດ, ລາຍໄດ້ແຫ່ງຊາດສະເລ່ຍຕໍ່ຄົນ ໃຫ້ບັນລຸ 2.520 ໂດລາ.

ອີງຕາມການລາຍງານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 7 ພະຈິກຜ່ານມາວ່າ: ເສດຖະກິດມະຫາພາກຄາດວ່າໝົດປີ ຈະຂະຫຍາຍຕົວໃນລະດັບ 6,4% ຄິດເປັນມູນຄ່າ 164.147 ຕື້ກີບ ສະເລ່ຍຕໍ່ຫົວຄົນແມ່ນ 2.683 ໂດລາ. ໃນນີ້, ຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວບັນລຸໄດ້ຕາມແຜນ  2,8%; ຂະແໜງອຸດສາຫະກຳຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 7,1% ຫຼຸດແຜນ 1,2%, ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 7% ລື່ນແຜນ 0,4 ແລະ ຂະແໜງພາສີ – ອາກອນຜະລິດຕະພັນສຸດທິ ຄາດວ່າຈະຂະຫຍາຍຕົວ 7,0% ໄດ້ຕາມແຜນທີ່ສະພາຮັບຮອງ.

ສ່ວນການຈັດຕັ້ງບັນດາຄາດໝາຍດ້ານເສດຖະກິດ – ສັງຄົມຕ່າງໆ ມີດັ່ງນີ້:

ດ້ານການຄ້າຂາອອກ – ຂາເຂົ້າ

ມາຮອດ 9 ເດືອນ 2019 ມູນຄ່າການຄ້າຂາອອກ – ຂາເຂົ້າ ປະຕິບັດໄດ້ 8.582 ລ້ານໂດລາ ເທົ່າກັບ 76% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,1%. ໃນນັ້ນ, ມູນຄ່າຂາອອກ ປະຕິບັດໄດ້ 4.380 ລ້ານໂດລາ ເທົ່າກັບ 79,4%, ມູນຄ່າຂາເຂົ້າ ປະຕິບັດໄດ້ 4.202 ລ້ານໂດລາ ຖ້າສົມທຽບຕົວເລກຂາອອກກັບຂາເຂົ້າເຫັນວ່າລາວເຮົາຄ້າເກີນດຸນ 178 ລ້ານໂດລາສະຫະລັດ.

ດ້ານການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດໃນ 9 ເດືອນປີ 2019 ສາມາດດຶງດູດການລົງທຶນໄດ້ທັງໝົດ 1.266 ໂຄງການ ມູນຄ່າ 2.307 ລ້ານໂດລາສະຫະລັດ ຫຼື ປະມານ 20.304 ຕື້ກີບ ໂດຍມີທຶນນໍາເຂົ້າຕົວຈິງຜ່ານລະບົບທະນາຄານ 397 ລ້ານໂດລາ.

ດ້ານການທ່ອງທ່ຽວ

ຜ່ານການຈັດຕັ້ງປະຕິບັດໄລຍະຜ່ານມາ ມີນັກທ່ອງທ່ຽວເຂົ້າມາລາວທັງໝົດ ປະມານ 3,45 ລ້ານເທື່ອຄົນ ເທົ່າກັບ 76,59% ຂອງມະຕິ ( ມະຕິສະພາ 4.500.000 ເທື່ອຄົນ ) ແລະ ເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວຂອງປີຜ່ານມາ ຍ້ອນວ່າໄດ້ເປີດປີທ່ອງທ່ຽວ ລາວ – ຈີນ ຈຶ່ງເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາລາວເພີ່ມຂຶ້ນອີກຢ່າງໜຶ່ງເປັນໄລຍະເຂົ້າລະດູການທ່ອງທ່ຽວ ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາລາວເພີ່ມຂຶ້ນອີກ.

ດ້ານສາທາລະນະສຸກ

ຫຼຸດຜ່ອນອັດຕາເດັກນ້ອຍ ລຸ່ມ 5 ປີ ທີ່ມີນໍ້າໜັກຕ່ຳກວ່າມາດຕະຖານ ປະຕິບັດໄດ້ 20,7%.

ຫຼຸດຜ່ອນອັດຕາເດັກນ້ອຍ ລຸ່ມ 5 ປີ ທີ່ມີລວງສູງຕ່ຳກວ່າມາດຕະຖານ ປະຕິບັດໄດ້ 32,7%.

ອັດຕາເກີດລູກມີແພດຊ່ວຍ ປະຕິບັດໄດ້ 70%.

ອັດຕາໃຫ້ວັກຊີນກັນພະຍາດໃນເດັກ ລຸ່ມ 1 ປີ ປະຕິບັດໄດ້ 89%.

ອັດຕາຊົມໃຊ້ນໍ້າສະອາດ ປະຕິບັດໄດ້ 80%.

ອັດຕາຊົມໃຊ້ວິດຖ່າຍຄອບຄົວ ປະຕິບັດໄດ້ 70%  )

ການພັດທະນາຊົນນະບົດ

ລຶບລ້າງຄວາມທຸກຍາກ

ໄລຍະ 9 ເດືອນປີ 2019 ສາມາດແກ້ໄຂຄອບຄົວທຸກຍາກໄດ້ຕາມມາດຖານ ຈຳນວນ 2.209 ຄອບຄົວ.

ລຶບລ້າງບ້ານທຸກຍາກ ໄດ້ 112 ບ້ານ.

ສາມາດສ້າງບ້ານພັດທະນາ ໄດ້ 167 ບ້ານ.

ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ ໄດ້ເພີ່ມຕື່ມ 12 ບ້ານ.

ດ້ານພະລັງງານໄຟຟ້າ

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ກ່ອນປີ 1975 ວຽກງານພະລັງງານຢູ່ປະເທດເຮົາແມ່ນມີລັກສະນະອ່ອນນ້ອຍ, ບໍ່ໄດ້ຮັບການເອົາໃຈໃສ່ ແລະ ບໍ່ມີການລົງທຶນເຂົ້າໃສ່ການພັດທະນາພໍເທົ່າໃດ?. ໃນເວລານັ້ນ, ທົ່ວປະເທດພວກເຮົາມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກຂະໜາດໃຫຍ່ ພຽງແຕ່ 1 ແຫ່ງ ຄື: ເຂື່ອນໄຟຟ້ານ້ຳງື່ມ 1 ເຊິ່ງມີກໍາລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງ  ຄື: ເຂື່ອນນ້ຳດົງ ຢູ່ແຂວງຫຼວງພະບາງ ມີກໍາລັງຕິດຕັ້ງ 1 ເມກາວັດ.

ມາຮອດເດືອນຕຸລາ 2019 ທົ່ວປະເທດມີແຫຼ່ງຜະລິດໄຟຟ້າ 71 ແຫ່ງ ກຳລັງຕິດຕັ້ງ 9.531 ເມກາວັດ ມີລະບົບສາຍສົ່ງແຮງສູງ, ແຮງກາງ, ແຮງຕໍ່າ ຍາວ 64 ພັນກິໂລແມັດ ມີສະຖານີຈ່າຍໄຟຟ້າ 71 ແຫ່ງ, ການສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ ບັນລຸໄດ້ 4.328 ເມກາວັດ.

ສາມາດສະໜອງກະແສໄຟຟ້າ ໄດ້ 100% ຂອງເທສະບານແຂວງ, ນະຄອນຫຼວງ, 100% ຂອງເທສະບານເມືອງ, ນະຄອນ. ສໍາລັບຈໍານວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວ ກວມເຖິງ 92% ຂອງຈໍານວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວ ກວມເຖິງ 95% ຂອງຈໍານວນຄອບຄົວໃນທົ່ວປະເທດ.