7 ເທັກນິກ ຮຽນພາສາຈີນໃຫ້ປະສົບຜົນສຳເລັດ

304

ປັດຈຸບັນ ພາສາຈີນ ເປັນອີກພາສາໜຶ່ງທີ່ກຳລັງເປັນທີ່ນິຍົມໃນສັງຄົມ ເນື່ອງຈາກບ້ານເຮົາມີນັກລົງທຶນຊາວຈີນເຂົ້າມາດຳເນີນທຸລະກິດຫຼາຍ. ສະນັ້ນ, ຫາກໃຜຮູ້ ຫຼື ເວົ້າພາສາຈີນໄດ້ ກໍ່ເປັນເລື່ອງທີ່ດີ ເພາະສາມາດສື່ສານກັບເຂົາເຈົ້າໄດ້. ແຕ່ຄວາມເປັນຈິງແລ້ວ ມັນກໍ່ເປັນເລື່ອງທີ່ຂ້ອນຂ້າງຍາກພໍສົມຄວນສຳລັບຄົນທີ່ເລີ່ມຕົ້ນຮຽນພາສາຈີນ ເພາະພາສານີ້ຖືວ່າອ່າວຍາກຢູ່. ສຳລັບທ່ານໃດ ທີ່ມີຄວາມສົນໃຈຢາກຮຽນຮູ້ພາສາຈີນ ວັນນີ້ ແອັດມິນ ຈະມາແນະນຳ 7 ວິທີ ໃນການຮຽນພາສາຈີນໃຫ້ໄດ້ຜົນ ມາຝາກທ່ານຜູ້ອ່ານ ເພື່ອຈະນຳໄປປັບໃຊ້ໃນຊີວິດປະຈຳວັນດັ່ງນີ້.

1 ຮຽນພາສາຈີນ ຕ້ອງມີ “ຄວາມມັກ” ຫຼາຍຄົນມັກເວົ້າວ່າ “ຮຽນພາສາຈີນ ໃຈບໍ່ມັກ ຮຽນບໍ່ຈົບ” ທີ່ຈິງແລ້ວກໍ່ບໍ່ສະເໝີໄປ, ເພາະຖ້າເຮົາມີຄວາມັກ ແລະ ມີເປົ້າໝາຍ ມັນຄົງບໍ່ຍາກເກີນໄປ. ຍິ່ງມີເປົ້າ ໝາຍທີ່ຊັດເຈນເທົ່າຍິ່ງ ຍິ່ງຈະເຮັດໃຫ້ມີຄວາມຕັ້ງໃຈຫຼາຍຂຶ້ນເທົ່ານັ້ນ, ບໍ່ວ່າຈະຮຽນຕໍ່ຢູ່ປະເທດຈີນ, ຮຽນເພື່ອເຮັດທຸລະກິດກັບຄົນຈີນ ແລະ ອື່ນໆ.

2 ຮຽນພາສາຈີນ ຕ້ອງມີຄວາມດຸໝັ່ນ: ອ່ານ, ເລົ່າ, ຄັດ ເຊິ່ງຜູ້ທີ່ປະສົບຜົນສໍາເລັດໃນການຮຽນພາສາຈີນໄດ້ບອກວ່າ ສະໄໝຮຽນຕ້ອງຄັດກັນຈົນນິ້ວມືດ້ານກັນເລີຍ. ເພາະຕົວອັກສອນຈີນບໍ່ໄດ້ຈື່ໄດ້ງ່າຍໆ ຄືກັນກັບພາສາອັງກິດ ຫຼື ພາສາອື່ນໆ. ຖ້າຂິດຜິດໄປຂິດໜຶ່ງ ກໍ່ອາດຜິດຄວາມໝາຍໄປເລີຍ. ເພາະສະນັ້ນ, ຖ້າບໍ່ດຸໝັ່ນກໍ່ເປັນເລື່ອງທີ່ຍາກ.

3 ຮຽນພາສາຈີນ ຕ້ອງຝຶກອອກສຽງໃຫ້ຖືກ: ພາສາຈີນ ມີສຽງວັນນະຍຸດເຊັ່ນດຽວກັບພາສາລາວ, ພາສາໄທ. ຖ້າອ່ານອອກສຽງພ້ຽນເລັກນ້ອຍ ກໍ່ອາດປ່ຽນຄວາມໝາຍຂອງຄຳທີ່ຕ້ອງການສື່ອອກໄປ. ສ່ວນສຽງພະຍັນຊະນະກໍ່ມີຫຼາຍໂຕ ທີ່ມີສຽງໃກ້ຄຽງກັນຫຼາຍ. ເພາະສະນັ້ນ ຖ້າຢາກເວົ້າພາສາຈີນໃຫ້ຄ່ອງແຄ້ວ ຕ້ອງຝຶກອອກສຽງພື້ນຖານໃຫ້ຖືກເສຍກ່ອນ ແລ້ວເລື່ອງອື່ນຄ່ອຍໆປັບກັນເອົາ.

4 ເບິ່ງຮູບເງົາ, ລະຄອນ ຫຼື ຊີຣີຈີນ: ຄືກັນກັບການຝຶກພາສາອື່ນໆນັ້ນລະ. ເຊິ່ງການຟັງກໍ່ສໍ່າກັນບໍ່ແພ້ກັບການເວົ້າ. ບໍ່ວ່າຈະເບິ່ງຮູບເງົາ, ລະຄອນ ຫຼື ຊີຣີ, ເກມໂຊຕ່າງໆ ທີ່ເຮົາສົນໃຈ ກໍ່ເປັນການຝຶກທັກສະການຟັງໄດ້ເປັນຢ່າງດີ ແຖມຍັງເຮັດໃຫ້ຮູ້ວ່າພາສາຈີນ ທີ່ເຈົ້າຂອງພາສາເຂົາເວົ້າກັນແນວໃດ, ຮູບປະໂຫຍກເປັນແນວໃດ ຫຼື ຈະຝຶກເວົ້າຕາມຕົວລະຄອນໃນເລື່ອງກໍ່ໄດ້ ຍິ່ງເປັນການດີ.

5 ຝຶກແຕ່ງປະໂຫຍກ: ເມື່ອຮຽນແລ້ວໄປພົບປະໂຫຍກໃໝ່ໆຕອນໃດ ກໍ່ເອົາຄໍາສັບເຫຼົ່ານັ້ນມາຝຶກແຕ່ງປະໂຫຍກ ແລ້ວນຳໄປໃຫ້ຜູ້ຮູ້ ຫຼື ອາຈານຊ່ວຍກວດ ແລະ ອີກວິທີໜຶ່ງໃນເວລາເບິ່ງຮູບເງົາ ຫຼື ຊີຣີ ລ້ວພົບປະໂຫຍກທີ່ສົນໃຈ ຫຼື ປະໂຫຍກທີ່ພົບເຫັນຢູ່ເລື້ອຍໆໃຫ້ລອງຈົດອອກມາ ແລ້ວປ່ຽນຄໍາສັບທີ່ມີໃນປະໂຫຍກເກົ່າ ເປັນຄຳສັບອື່ນລອງເບິ່ງ ຫຼື ລອງປ່ຽນຮູບປະໂຫຍກເຊັ່ນ: ປ່ຽນຈາກປະໂຫຍກບອກເລົ່າ ເປັນປະໂຫຍກປະຕິເສດເປັນຕົ້ນ ຈະເຮັດໃຫ້ໄດ້ປະໂຫຍກທີ່ຫຼາກຫຼາຍຍິ່ງຂຶ້ນ ເພື່ອຝຶກການໃຊ້ທີ່ຫຼາຍຫຼາຍຂຶ້ນ.

6 ຟັງເພງຈີນ ແລະ ລາຍກາຍວິທະຍຸພາສາຈີນ: ເປັນອີກວິທີໜຶ່ງ ທີ່ເຮັດໃຫ້ເຮົາຄຸ້ນເຄີຍກັບພາສາຈີນຫຼາຍຂຶ້ນ. ເຖິງແມ່ນວ່າຟັງແລ້ວຈະຢັງອອກທຸກຄຳ, ເຂົ້າໃຈທຸກປະໂຫຍກ ແຕ່ລອງໃຊ້ວິທີເບິ່ງບໍລິບົດອ້ອມຂ້າງ ກໍ່ອາດຈະເດົາໄດ້ວ່າເຂົ້າກຳລັງເວົ້າຫຍັງ.

7 ໝັ່ນຝຶກເວົ້າກັບເຈົ້າຂອງພາສາ: ລອງຫາໝູ່ຄົນຈີນ ຫຼື ໃຜກໍ່ໄດ້ທີ່ມີຄວາມສາມາດໃນການໃຊ້ພາສາຈີນ ແລ້ວລອງສົນທະນາກັນລອງເບິ່ງ, ເຊິ່ງໃນທີ່ນີ້ເຈົ້າຕ້ອງກ້າທີ່ຈະລົມ ແລະ ສົນທະນາກັບເຂົາເຈົ້າ ຫຼາຍໆ ເພື່ອແລກປ່ຽນ ແລະ ຮຽນຮູ້ພາສາກັນຫຼາຍຂຶ້ນ.