ນັດທີ 4 ທີມຊາດລາວ ວັດຄົມ ແຊ້ມເກົ່າ ໃນບານເຕະຊີເກມ 2019ແລງນີ້ ຈະຢູ່ ຫຼື ຈະໄປ?

133

ຫຼ້າສຸດມື້ນີ້ວັນທີ 3 ທັນວາ 2019 ທີມຊາດລາວ ລົງສະໜາມນັດທີ 4 ພົບກັບ ທີມຊາດໄທ ໃນການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ໃນເວລາ 16:00 ໂມງ ( ກົງກັບບ້ານເຮົາເວລາ 15:00 ໂມງ).

ກ່ອນໜ້ານີ້ ນັດທໍາອີິດ ທີມຊາດລາວ ໃນຊີເກມ 2019 ນັດທຳອິດ ທີມຊາດລາວ ສະເຫມີ ທີມຊາດສິງກະໂປ 0-0, ນັດທີສອງ ທີມຊາດລາວ ເສຍໃຫ້ ຫວຽດນາມ 1-6 ເຮັດໃຫ້ມີ 1 ຄະແນນ ແລະ ນັດຫຼ້າສຸດສ້າງຄວາມໝັ້ນໃຈຊະນະ ບຣູໄນ 3-0 ມີ 4 ຄະແນນຈາກ 3 ນັດ, ສ່ວນ ທີມຊາດໄທ ມີ 6 ຄະແນນຢູ່ອັນດັບ 2 ຂອງກຸ່ມຕາມຫຼັງ ຫວຽດນາມ ທີມນໍາ 3 ຄະແນນ ຖ້ານັດນີ້ ທີມຊາດລາວ ເສຍ ຫຼື ສະເໝີ ຈັກຕົກຮອບທັນທີ.

ສໍາລັບ ສະຖິຕິ ທີມຊາດລາວ ເຄີຍພົບກັບ ທີມຊາດໄທ ໃນຊີເກມ ມາ 1 ຄັ້ງ ແລະ ທີມຊາດໄທ ຖະຫຼົ່ມ ທີມຊາດລາວ ໄປຂາດລອຍ 6-0 ໃນຊີເກມ 2015.