ເບຍລາວມອບໂຊກໃຫ້ລູກຄ້າກັບ ໂຄງການຊື່ນໃຈທ້າຍປີລຸ້ນໂຊກ 2 ຊັ້ນ ຈາກນໍ້າດື່ມຫົວເສືອ

97

ທ້າຍອາທິດຜ່ານມາ ບໍລິສັດ ເບຍລາວ ຈໍາກັດ ຜູ້ຜະລິດ ແລະ ຈໍາໜ່າຍຜະລິດຕະພັນນໍ້າດື່ມຫົວເສືອໄດ້ຈັບລາງວັນມອບໂຊກ ເພື່ອຄືນກໍາໄລໃຫ້ລູກຄ້າໃນໂຄງການ “ ຊື່ນໃຈທ້າຍປີລຸ້ນໂຊກ 2 ຊັ້ນ ຈາກນໍ້າດື່ມຫົວເສືອ ” ຊຸດທີ 1 ລາງວັນລົດຈັກ Honda 110i ຈໍານວນ 12 ຄັນ ເປັນກຽດຈັບສະຫຼາກໂດຍ ທ່ານ ບຸນທະແສງ ສີຣິສັກ ຜູ້ຈັດການອາວຸໂສຜະລິດຕະພັນນໍ້າດື່ມຫົວເສືອ ພ້ອມດ້ວຍປະຊາຊົນ ແລະ ພະນັກງານເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບຜູ້ໂຊກດີທີ່ໄດ້ຮັບລາງວັນລົດຈັກ Honda 110i ຈໍານວນ 12 ຄັນ ແບ່ງເປັນພາກເໜືອ 4 ຄັນ, ພາກກາງ 4 ຄັນ ແລະ ພາກໃຕ້ 4 ຄັນ ມີດັ່ງນີ້: ທ້າວ ບຸນກອງ ອິນທະວົງ ບ້ານໂນນສະຫງ່າ, ທ້າວ ວື່ທໍ່ ບ້ານທ່ານາກ, ນາງ ຫຼ້າ ມະນີພອນ ບ້ານນາມີສຸກ ແລະ ທ້າວ ເຕ່ ສຸກສະຫວັດ ບ້ານໂນນຄໍ້ໃຕ້, ທ້າວ ຄໍາສີ ຖໍ ບ້ານຜາຕູບເໜືອ ແຂວງຫຼວງພະບາງ, ນາງ ພອນຈິດ ແຂວງອຸດົມໄຊ, ນາງ ຕູ້ນີ່ ວິໄລທອງ ບ້ານຜາໂຄມ ແຂວງຫຼວງພະບາງ, ນາງ ພວງແກ້ວ ແຂວງຫົວພັນ, ນາງ ຫັດສະດີ ບ້ານໂພນສະຫວັນໃຕ້ ແຂວງສະຫວັນນະເຂດ, ນາງ ໂສພາພອນ ໂພໄຊຊະນະສັກ ບ້ານສະໜາມໄຊ ແຂວງຈໍາປາສັກ, ທ້າວ ອຸດອນ ສີສຸວົງ ບ້ານໂພນສະອາດ ແຂວງຈໍາປາສັກ ແລະ ນາງ ພະນີພອນ ສີສຸວົງ ບ້ານໂພນງາມ ແຂວງຈໍາປາສັກ.

ທ່ານສາມາດແລກຮັບຂອງລາງວັນໄດ້ຈົນເຖິງວັນທີ 28 ທັນວາ 2019 ຕາມຕົວແທນຈຳໜ່າຍທົ່ວປະເທດ ແລະ ຮ່ວມລຸ້ນຊຸດທີ 2 ກັບການຈັບສະຫຼາກລາງວັນໃຫຍ່ໃນຄັ້ງວັນທີ 31 ທັນວາ 2019.

[ ຂ່າວ: ທິບອຸສາ ]