ລາຄາຫົວໜ່ວຍການກໍ່ສ້າງຂົວທາງ ອະນຸມັດນໍາໃຊ້ແລ້ວ

185

ລາຄາຫົວໜ່ວຍການກໍ່ສ້າງຂົວທາງ ສະບັບປັບປຸງປີ 2019 ໄດ້ສໍາເລັດໃນຕົ້ນປີ 2019 ແລະ ໄດ້ຮັບການເຫັນດີອະນຸມັດຈາກລັດຖະບານໃຫ້ນໍາໃຊ້ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຊິ່ງກະຊວງ ຍທຂ ໄດ້ອອກຂໍ້ຕົກລົງຈັດຕັ້ງຜັນຂະຫຍາຍ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຂໍ້ຊັກຖາມກ່ຽວກັບການກໍານົດລາຄາຫົວໜ່ວຍແຕ່ລະປະເພດກໍ່ສ້າງ, ລາຄາວັດສະດຸກໍ່ສ້າງແຕ່ລະເຂດ ແລະ ແຕ່ລະຈຸດສຸມຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນຄັ້ງວັນທີ 15 ພະຈິກ 2019 ທີ່ຜ່ານມາ ວ່າ: ຫຼາຍປີຜ່ານມາ ສະພາບເສດຖະກິດຂອງປະເທດເຮົາມີີການຂະຫຍາຍຕົວສູງ ເຮັດໃຫ້ລາຄາສິນຄ້າໃນທ້ອງຕະຫຼາດພາຍໃນ ແລະ ຕ່າງປະເທດມີການເໜັງຕີງ ເຊັ່ນ: ພາຫະນະກົນຈັກ, ວັດສະດຸກໍ່ສ້າງ, ນ້ຳມັນເຊື້ອໄຟ, ອັດຕາແລກປ່ຽນເງິນຕາ, ອັດຕາເງິນເຟີ້, ຄ່າແຮງງານ ແລະ ປັດໄຈອື່ນໆທີ່ກ່ຽວຂ້ອງ ເພື່ອປະກອບເຂົ້າໃນໂຄງສ້າງການຄິດໄລ່ລາຄາຫົວໜ່ວຍ.

ດັ່ງນັ້ນ, ເພື່ອປະຕິບັດໃຫ້ຖືກຕ້ອງຕາມນະໂຍບາຍຂອງລັດຖະບານ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຖະບານ, ກອງປະຊຸມວຽກໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປະຈໍາປີ 2016 ແລະ ປີ 2018 ໄດ້ຄົ້ນຄວ້າ ແລະ ຕີລາຄາວ່າຂະແໜງ ຍທຂ ຍັງມີຂໍ້ຄົງຄ້າງທີ່ເປັນປາກົດການຫຍໍ້ທໍ້ທີ່ສັງຄົມວິພາກ – ວິຈານ ລວມແລ້ວມີ 19 ບັນຫາທີ່ຕ້ອງໄດ້ຮັບການແກ້ໄຂ ແລະ ໜຶ່ງໃນນັ້ນ ແມ່ນລາຄາການກໍ່ສ້າງສູງ ຄຸນນະພາບຕ່ຳ ເຊິ່ງມີຄວາມຈໍາເປັນຈະຕ້ອງໄດ້ປັບປຸງລາຄາຫົວໜ່ວຍການກໍ່ສ້າງ ແລະ ສ້ອມແປງໂຄງລ່າງພື້ນຖານໃຫ້ສົມເຫດສົມຜົນ ຖືກຕ້ອງກັບສະພາບ ຄວາມເປັນຈິງໃນແຕ່ລະເຂດ ແລະ ແຕ່ລະໄລຍະ.

ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນດັ່ງກ່າວນັ້ນ, ກະຊວງ ຍທຂ ຈຶ່ງໄດ້ແຕ່ງຕັ້ງຄະນະປັບປຸງລາຄາຫົວໜ່ວຍກໍ່ສ້າງ ແລະ ສ້ອມແປງກິດຈະການຂອງຂະແໜງ ຍທຂ ຂຶ້ນເພື່ອປັບປຸງລາຄາຫົວໜ່ວຍການກໍ່ສ້າງຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບວຽກຂົວທາງທີ່ນໍາໃຊ້ມາແຕ່ປີ 2012 ນັ້ນຄືນໃໝ່ ແລະ ຄົ້ນຄວ້າສ້າງລາຄາຫົວໜ່ວຍກໍ່ສ້າງເຄຫາສະຖານ, ລາຄາຫົວໜ່ວຍກໍ່ສ້າງຕ້ານຕາຝັ່ງເຈື່ອນ ແລະ ລາຄາຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ໃຫ້ນໍາໃຊ້ຖືກຕ້ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ ຄື:

1 ລາຄາຫົວໜ່ວຍການກໍ່ສ້າງຂົວທາງ ( ສະບັບປັບປຸງ ) ໄດ້ສໍາເລັດໃນຕົ້ນປີ 2019 ແລະ ໄດ້ຮັບການເຫັນດີອະນຸມັດຈາກລັດຖະບານໃຫ້ນໍາໃຊ້ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1381/ຫສນຍ ລົງວັນທີ 15 ສິງຫາ 2019 ແລະ ກະຊວງ ຍທຂ ໄດ້ອອກຂໍ້ຕົກລົງຈັດຕັ້ງຜັນຂະຫຍາຍແລ້ວ ສະບັບເລກທີ 21901/ຍທຂ ລົງວັນທີ 05 ກັນຍາ 2019.

2 ລາຄາຫົວໜ່ວຍກໍ່ສ້າງເຄຫາສະຖານ ໄດ້ສໍາເລັດໃນກາງປີ 2019 ( ສະບັບປັບປຸງ ຈາກປີ 2010 ) ປັດຈຸບັນແມ່ນກໍາລັງຈະສະເໜີຜ່ານຂັ້ນຕອນຫາກະຊວງພາຍໃນ ເພື່ອສະເໜີຜ່ານລັດຖະບານພິຈາລະນາ ແລະ ຄາດຄະເນວ່າຈະໄດ້ນໍາໃຊ້ໃນຕົ້ນປີ 2020.

3 ລາຄາຫົວໜ່ວຍທາງນ້ຳ ສະບັບສ້າງໃໝ່ ( ຕ້ານຕາຝັ່ງເຈື່ອນ ) ໄດ້ສໍາເລັດການຄິດໄລ່ ແລະ ມາດຕະຖານເຕັກນິກແລ້ວ ແລະ ຄາດຄະເນວ່າຈະໃຫ້ສໍາເລັດ ແລະ ປະກາດໃຊ້ໃນກາງປີ 2020.

4 ລາຄາຫົວໜ່ວຍນໍ້າປະປາ ສະບັບສ້າງໃໝ່ ຍັງກໍາລັງດໍາເນີນການເກັບກໍາຂໍ້ມູນ ເພື່ອກໍານົດໝາຍດ້ານມາດຕະຖານເຕັກນິກການອອກແບບ ແລະ ຂໍ້ມູນເພື່ອກໍານົດໂຄງສ້າງລາຄາຫົວໜ່ວຍ, ຄາດຄະເນຈະໃຫ້ສໍາເລັດໃນທ້າຍປີ 2020 ເນື່ອງຈາກວ່າຈະຕ້ອງໄດ້ສ້າງກໍານົດໝາຍດ້ານມາດຕະຖານເຕັກນິກໃໝ່ທັງໝົດ, ເພາະຜ່ານມາບໍ່ທັນມີຖານຂໍ້ມູນອັນໃດ ເພື່ອເປັນບ່ອນອີງໃນການຄິດໄລ່ລາຄາຫົວໜ່ວຍໄດ້ເທື່ອ.

ນອກນັ້ນ, ຍັງໄດ້ກໍານົດໝາຍດ້ານເຕັກນິກການອອກແບບກໍ່ສ້າງ ແລະ ສ້ອມແປງ ໄດ້ກໍານົດມາດຕະຖານເຕັກນິກເສັ້ນທາງປູດ້ວຍເບຕົງເສີມເຫຼັກ; ກໍານົດມາດຕະຖານເຕັກນິກເສັ້ນທາງປູດ້ວຍຢາງຂົ້ວ; ກໍານົດມາດຕະຖານເຕັກນິກເສັ້ນທາງປູຢາງ 2 ຊັ້ນ ແລະ ກໍານົດມາດຕະຖານເຕັກນິກເສັ້ນທາງປູດ້ວຍຫີນແຮ່.

[ ຂ່າວ: ສົມລົດ; ຮູບ: ສອນໄຊ ]