ທ່ານ ນາງ ສຸດປະເສີດ ສຸລິວົງ ເປັນຮອງຫົວໜ້າ ໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນຜູ້ໃໝ່

277

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຫຼາຍອົງການຈັດຕັ້ງ, ບັນດາພະແນກການ ກໍ່ໄດ້ມີການໂຍກຍ້າຍ ແລະ ປັບປ່ຽນໜ້າທີ່ ທັງນີ້, ກໍ່ເພື່ອເຮັດໃຫ້ການປະຕີບັດວຽກງານດັ່ງກ່າວມີປະສິດທິຜົນຂຶ້ນກວ່າເກົ່າ. ດັ່ງນັ້ນ, ໃນວັນທີ 29 ພະຈິກ 2019 ທີ່ໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງ ໂດຍການເປັນປະທານຂອງທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງ ຕະຫຼອດເຖິງພະນັກງານຄູ-ອາຈານ ແລະ ຕາງໜ້ານັກສຶກສາຈາກໂຮງຮຽນການເມືອງ-ການປົກຄອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ວ່າດ້ວຍການໂຍກຍ້າຍພະນັກງານ-ລັດຖະກອນໄປປະຈຳການຢູ່ຂະແໜງການໃໝ່ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກການ, ຂະແໜງການພາຍໃນແຂວງຄຳມ່ວນ ປະກອບມີ: ໂຍກຍ້າຍ ແລະ ແຕ່ງຕັ້ງທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ໄປເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ, ໂຍກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ສຸດປະເສີດ ສຸລິວົງ ຫົວໜ້າຂະແໜງດັດສົມໂທລະຄົມມະນາຄົມ ແລະ ການສື່ສານ ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານແຂວງ ໄປເປັນຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນ.

ໂອກາດດັ່ງກ່າວ ທ່ານ ຄຳສີ ອຸດທິວົງ ໄດ້ໂອ້ລົມໃນພິທີວ່າ ການໂຍກຍ້າຍຊັບຊ້ອນໜ້າທີ່ໃໝ່ ແມ່ນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງເປັນການປັບປຸງທາງດ້ານຄວາມຮູ້, ຄວາມສາມາດໃຫ້ເຂົ້າກັບວຽກງານວິຊາສະເພາະຕົວຈິງ ພ້ອມທັງຮຽກຮ້ອງໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ເພື່ອພັດທະນາຂະແໜງການໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ. ປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນ ແລະ ສີວິໄລ.

ທີ່ມາ: Khammouane News