ອາລິນ ສຸລິພອນ ໜຸ່ມລາວເມືອງຫຼວງພະບາງ ຄວ້າລາງວັນ “ບ່າວຄົນໂກ້” ທີ່ໜອງຄາຍ

88

ອີກໜຶ່ງຄົນທີ່ມີການເຄື່ອນໄຫວຢູ່ຕະຫຼອດໃນວົງການບັນເທີງ ບໍ່ວ່າຈະເປັນກວດ, ເດີນແບບ, ຖ່າຍແບບ ທັງພາຍໃນ ແລະ ຕ່າງປະເທດ
ກັບໜຸ່ມຄົນນີ້ ອາລິນ ສຸລິພອນ ຫຼື ຫຼາຍໆຄົນຮູ້ຈັກກັນ ອາລິນ ໂຕດໍາ ອາຍຸ 21 ປີ ໜຸ່ມບ້ານມ້າ ເມືອງຫລວງພະບາງ, ແຂວງຫລວງພະບາງ.

ທີ່ຫຼ້າສຸດໜຸ່ມຄົນນີ້ໄດ້ຄວ້າລາງວັນ “ບ່າວຄົນໂກ້” ຈາກການປະກວດ ບ່າວຄົນໂກ້ ທີ່ຈັງຫວັດໜອງຄາຍ ປະເທດໄທໃນວັນທີ 30 ພະຈິກ 2019 ຜ່ານມາ.

ໂດຍການປະກວດໃນຄັ້ງນີ້ໜຸ່ມ ອາລິນ ບອກວ່າ: ຄ້າຍ TS Modelingເປັນຄົນສົ່ງໄປປະກວດ, ເຊິ່ງມັນກໍເປັນບາດກ້າວ ແລະ ຊື່ສຽງໃຫ້ກັບປະເທດເຮົາ, ທີ່ໜຸ່ມລາວໄດ້ໂຊ ສະແດງຄວາມຮູ້, ຄວາມສາມາດເທິງເວທີປະເທດເພື່ອນບ້ານ ນັບວ່າເປັນໜ້າຕາໃຫ້ກັບປະເທດລາວເຮົາ.

ປັດຈຸບັນຮຽນຢູ ສະຖາບັນການທະນະຄານ ແລະ ວິທະຍາໄລສຸກສະຫວັດ ເຄີຍປະກວດ Mr International 2019, ຜົນງານດ້ານການບັນເທີງແມ່ນມີຫຼາຍ…ເຊັ່ນ: ສະແດງເອັມວີເພງ ຖ່າຍໂຄສະນາສິນຄ້າ ຖ່າຍແບບ ເດີນແບບ ຮີວີວສິນຄ້າ …

ເຄັດລັບການຮັກວາສຸຂະພາບ, ຮ່າງກ່າຍ ແມ່ນພັກຜ່ອນໃຫ້ພຽງພໍ ນອນໃຫ້ເວລາ ແລະ ກິນອາຫານໃຫ້ຄົບ5ຫມູ່
ເວລາຫວ່າງສ່ວນຫລາຍມັກຈະອ່ານຫນັງສື ແລະ ມັກຈະເຮັດອາຫານໃຫ້ຄອບຄົວກິນ ຖາມວ່າຜູ້ຍິງໃນສະເປັກແມ່ນແນວໄດ ຜູ້ຍິງໃນສະເປັກບໍ່ວ່າຈະເປັນແບບໄດກໍໄດ້ ພຽງແຕ່ຢູ່ນຳແລະໂອ້ລົມກັນມີຄວາມສຸກແລະຜູກພັນກັນ ເຂົ້າໃຈກັນ ຮັກໃນຕົວເຮົາ ແລະ ຮັກຄົນໃນຄອບຄົວເຮົາ…

ປັດຈຸບັນຢູ່ບ້ານ ຄຳຮຸ່ງ ອ້າຍເອື້ອຍນ້ອງມີ4ຄົນ ອາລິນເປັນລູກຫລ້າ ແລະ ພິເສດ ອາລິນຍັງເປັນລູກແຝດອີກ ອາລິນກັບອາລັນ
ສ່ວນເປົ້າຫມາຍໃນອະນາຄົດ ຢາກລົງທຶນເຮັດທຸລະກິດນ້ອຍໆ ເພື່ອພິສູດໃຫ້ພໍ່ແລະແມ່ໄດ້ເຫັນວ່າ ລູກກະເຮັດໄດ້ແລະຮັກໃນສິ່ງທີ່ລູກເຮັດ.