Monthly Archives: November, 2019

ສົ່ງກໍາລັງໃຈໃຫ້ແຮ່ນນ້າ ໃນເວທີປະກວດ Miss Asia Global 2019 “ປັກດິ້ງຫຼວງພະບາງ” ຊຸດປະຈໍາຊາດລາວ

ມື້ນີ້ຮອບຕັດສິນແລ້ວເດີ້ ຮ່ວມໃຫ້ກໍາລັງໃຈສາວງາມຕົວແທນປະເທດລາວໃນເວທີປະກວດ Miss Asia Global 2019 ທີ່ປະເທດອິນເດຍ ນ້ອງ ແຮ່ນນ້າ ໂລເຊັ່ນບູ້ມ . ຄັ້ງນີ້ ແຮ່ນນ້າ ໄດ້ສວມໃສ່ຊຸດ ປັກດິ້ງຫຼວງພະບາງ ເປັນຊຸດປະຈໍາຊາດລາວໂຊໃນການປະກວດ ທີ່ສື່ເຖິງ ການນຸ່ງຖືຂອງແມ່ຍິງລາວທີ່ເປັນເອກະລັກ ນຸ່ງສີ້ນທີ່ມີຫົວມີຕີນ ນັ້ນກໍ່ຄືການນຸ່ງສີ້ນ, ເກົ້າຜົມ, ບ່ຽງແພ. ຊຸດນີ້ກໍ່ເປັນອີກຊຸດຫນື່ງ ທີ່ສື່ເຖີງຄວາມເປັນລາວໄດ້ດີທີ່ສຸດ ໂດຍມີການຍົກເອົາການນຸ່ງຖືທາງພາກເຫນືອຂອງປະເທດລາວ ເວົ້າລວມ, ເວົ້າສະເພາະກໍ່ຄື...

ສຸດຍອດ! ຊາວບ້ານວຽງສາ ມີລາຍຮັບປີລະ 1 ຕື້ກວ່າກີບ ຍ້ອນປູກຜັກໃນຮົ່ມ

ບ້ານວຽງສາ ເປັນບ້ານໜຶ່ງທີ່ນອນຢູ່ໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ເມື່ອກ່ອນປະຊາຊົນມີອາຊີບເຮັດໄຮ່, ເຮັດນາ, ເຮັດສວນ ມີລາຍຮັບບໍ່ໝັ້ນຄົງ ສະເລ່ຍພຽງແຕ່ 3-4 ລ້ານກີບຕໍ່ຄອບຄົວ. ແຕ່ພາຍຫຼັງປະຊາຊົນຫັນມາປູກຜັກໃນເຮືອນຮົ່ມເປັນອາຊີບ ການຫາເງິນກໍ່ບໍ່ແມ່ນເລື່ອງໃຫຍ່ອີກຕໍ່ໄປໄດ້ເຖິງກວ່າ 1 ຕື້ກີບຕໍ່ປີ. ຂໍ້ມູນດັ່ງກ່າວໄດ້ເປີດເຜີຍ ຢູ່ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊ ຄັ້ງທີ 13 ທີ່ຈັດຂຶ້ນຢູ່ ສະໂມສອນເມືອງໄຊ ແຂວງ ອຸດົມໄຊ ໃນວັນທີ 30-31...

ກະຊວງ ກປ ສັ່ງອະນາໄມຄອງເໝືອງ ເພື່ອສະໜອງການຜະລິດລະດູແລ້ງ

ລັດຖະມົນຕີ ກະຊວງ ກປ ອອກຄຳສັ່ງສ້າງຂະບວນການອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ 3 ພະຈິກນີ້ ເພື່ອຮັບປະກັນການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳໃນລະດູແລ້ງ. ກະຊວງກະສິກຳ ແລະ ປ່າໄມ້ ( ກປ ) ອອກຄຳສັ່ງ ເລກທີ 3912/ກປ, ນະຄອນຫຼວງວຽງຈັນ ລົງວັນທີ 25 ຕຸລາ 2019 ກ່ຽວກັບການສ້າງຂະບວນການອະນາໄມລະບົບຫົວງານ...

ຍັງ 100 ກວ່າລັອກພື້ນທີ່ສໍາລັບຄ້າຂາຍໃນງານບຸນທາດຫຼວງ

ເລີ່ມເປີດໃຫ້ຊາວຄ້າຂາຍເຂົ້າມາຈັບຈອງສະຖານທີ່ຄ້າຂາຍໃນງານບຸນນະມັດສະການພະທາດຫຼວງ, ສ່ວນລາຄາສະຖານທີ່ປີນີ້ບໍ່ຕ່າງຈາກປີກາຍ ສູງສຸດ 4 ລ້ານກີບ ດ້ານຜູ້ສໍາປະທານເຜີຍ ຍັງຫຼາຍກວ່າ 100 ລັອກທີ່ບໍ່ມີໃຜຈັບຈອງ. ທ່ານ ຄໍາເສັງ ສູນດາລາ ໜຶ່ງໃນຜູ້ສໍາປະທານພື້ນທີ່ຄ້າຂາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນສິງຫາ 2019 ເປັນຕົ້ນມາ ບໍລິສັດ ຄໍາເສັງ ໄດ້ມອບຄືນໃຫ້ຂະແໜງການກ່ຽວຂ້ອງຮັບຜິດຊອບຮັກສາຄວາມສະອາດສວນສາທາລະນະຕໍ່ໜ້າ ອະນຸສາວະລີ ກະຊວງປ້ອງກັນຄວາມສະຫງົບ; ສ່ວນຫ້ອງການຈັດສັນສໍາລັບຈັບຈອງພື້ນທີ່ຂອງ ບໍລິສັດ ຄໍາເສັງ...

ປູກປໍເທືອງ ເພື່ອປັບປຸງບໍາລຸງດິນນາ

ປໍເທືອງ ຈັດຢູ່ໃນພືດຕະກຸນຖົ່ວ ( Crotalaria Juncea ) ມີລະບົບຮາກຝອຍພ້ອມມີເບົ້າຈຸລິນຊີ Rhizo-biumsp ທີ່ສາມາດດຶງດູທາດໄນໂຕຣເຈນ ( N ) ໃນອາກາດມາສະສົມໃນຮາກພືດຫຼັງຈາກໄຖດິນຖົມພືດ ແລະ ຜ່ານຂະບວນການຍ່ອຍສະຫຼາຍຂອງຈຸລິນຊີ, ທາດໄນໂຕຣເຈນ ( N ) ດັ່ງກ່າວຈະເປັນທາດອາຫານພືດທັນທີ. ເວົ້າລວມແລ້ວ ປໍເທືອງ ມີຄຸນປະໂຫຍດຊ່ວຍປັບປຸງບໍາລຸງດິນເພີ່ມທາດອາຫານແກ່ພືດ ໂດຍສະເພາະທາດໄນໂຕຣເຈນ (...

ສ ເກົາຫຼີ ຊ່ວຍ 1 ແສນໂດລາ ກໍ່ສ້າງໂຮງຮຽນຢູ່ຊຽງຂວາງ

ທ່ານ ອິມມູຮົງ ປະທານສະມາຄົມອາຣຶມດາອູນ ຊາຣາມດຶລ໌ ພັນທະມິດເພື່ອປອງດອງຊາດ ສ ເກົາຫຼີ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນລະຫວ່າງວັນທີ30-31ຕຸລາ2019. ໂອກາດນີ້ກໍ່ໄດ້ຈັດພິທີມອບ-ຮັບອາຄານຮຽນໂຮງຮຽນປະຖົມສົມບູນ ບຸນຖິ່ນ-ໂດເຢືອງຈູ ທີ່ບ້ານພຽງດ້າງ ເມືອງຄຳ ແຂວງຊຽງຂວາງ ຜູ້ຕາງໜ້າບໍລິສັດSNC ເຊິ່ງເປັນບໍລິສັດຮັບເໝົາການກໍ່ສ້າງອາຄານຮຽນດັ່ງກ່າວ ກໍ່ໄດ້ລາຍງານການກໍ່ສ້າງອາຄານຮຽນ. ທ່ານໄດ້ກ່າວວ່າ: ການຮັບເໝົາການກໍ່ສ້າງມູນຄ່າທັງໝົດ100.000ໂດລາສະຫະລັດ, ປະກອບມີອາຄານຮຽນ6ຫ້ອງ(ຂະໜາດ9x48ແມັດ, ຫ້ອງຮຽນ7x8ແມັດ)ອາຄານຫ້ອງນ້ຳ4ຫ້ອງ ປະກອບດ້ວຍເຟີນີເຈີ,...

ທົ່ວທຸກພາກຈະມີຝົນປົນໜາວ, ຂະນະປາກຊ່ອງໜາວເຖິງ 10 ອົງສາ

ພະຍາກອນອາກາດປະຈໍາວັນທີ 01 ພະຈິກ 2019 ຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ແຂວງພາກເໝືອ ແລະ ຄວາມກົດດັນອາກາດຕໍ່າ ທີ່ມີກຳລັງປານກາງຍັງປົກຄຸມຢູ່ແຂວງພາກໃຕ້ຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອຍກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ຫາ ພາກໃຕ້ ຕື່ມອີກ. ພາກເໜືອດ້ານຕາເວັນອອກ ພາກເໜືອດ້ານຕາເວັນອອກ...

ຮູ້ຈັກອີກ 10 ນາງສາວຜູ້ເຂົ້າປະກວດ ນາງສາວລາວ 2019 ໝາຍເລກ 11-20

ອີກໜຶ່ງເວທີອັນຊົງຄຸນຄ່າທີ່ເປີດໂອກາດໃຫ້ບັນດາສາວງາມຈາກທົ່ວປະເທດໄດ້ໂຊຄວາມງາມ, ຄວາມສາມາດ, ບຸກຄະລິກກະພາບຮ່າງກາຍ, ຈິດໃຈ, ໄຫວພິບເທິງເວທີການປະກວດ ນັ້ນກໍຄືການປະກວດ ນາງສາວລາວ ຫຼື Miss Laos ແລະ ໃນມື້ນີ້ ວັນທີ 30 ຕຸລາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ກໍໄດ້ມີພິທີເປີດໂຕ 40 ນາງສາວຜູ້ເຂົ້າປະກວດ ນາງສາວລາວ 2019 ຫຼື Miss Laos...

ລີໂອ ປະທະ ເພັດນະຄອນ ມວຍຄູ່ເອກລາຍການນະຄອນຫຼວງ ກໍກຽດແດນຈຳປາ ເສົານີ້

ການແຂ່ງຂັນມວຍຄູ່ເອກ ລາຍການເສີກນະຄອນຫຼວງ ກໍກຽດແດນຈຳປາ ປະຈຳອາທິດນີ້ທີ 2 ພະຈິກ 2019 ຊົກກັນ 6 ຄູ່ເຊັ່ນເຄີຍ, ຄູ່ເອກ ລີໂອ ເພັດນະຄອນ ພົບ ເພັດເມືອງເຟືອງ ປກສ ໃນຮຸ່ນ 54 ກິໂລກຣາມ, ເຊິ່ງຈະມີການຖ່າຍທອດສົດຜ່ານທາງໂທລະພາບ ລາວສະຕຣາ ເລີ່ມເວລາ 20:00 ໂມງ...

ລັດຖະບານບໍ່ໄດ້ລະເລີຍ, ຍັງຕິດຕາມເປັນໄລຍະການຟື້ນຟູຄວາມເປັນຢູ່ຊາວເມືອງສະໜາມໄຊ

ເມືອງສະໜາມໄຊ ແຂວງອັດຕະປື ໂດຍສະເພາະບ້ານທີ່ໄດ້ຮັບກຜົນກະທົບຈາກເຫດການສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ກຳລັງຢູ່ໃນໄລຍະປັບປຸງ ແລະຟື້ນຟູໃຫ້ກັບມາຢູ່ໃນຈັງຫວະປົກກະຕິ ແລະດີກວ່າຕອນກ່ອນເກີດເຫດ, ຫຼ້າສຸດນີ້ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລົງກວດກາເຂດການຜະລິດຂອງປະຊາຊົນດ້ວຍຕົວເອງ ເພື່ອເປັນກຳລັງໃຈແກ່ຊຸມຊົນທ້ອງຖິ່ນດັ່ງກ່າວ. ໃນວັນທີ 31 ຕຸລາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ...
- Advertisment -
Slide
Slide

Most Read

error: Content is protected !!