ຮູ້ຈັກອີກ 10 ນາງສາວຜູ້ເຂົ້າປະກວດ ນາງສາວລາວ 2019 ໝາຍເລກ 11-20

183

ອີກໜຶ່ງເວທີອັນຊົງຄຸນຄ່າທີ່ເປີດໂອກາດໃຫ້ບັນດາສາວງາມຈາກທົ່ວປະເທດໄດ້ໂຊຄວາມງາມ, ຄວາມສາມາດ, ບຸກຄະລິກກະພາບຮ່າງກາຍ, ຈິດໃຈ, ໄຫວພິບເທິງເວທີການປະກວດ ນັ້ນກໍຄືການປະກວດ ນາງສາວລາວ ຫຼື Miss Laos

ແລະ ໃນມື້ນີ້ ວັນທີ 30 ຕຸລາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ກໍໄດ້ມີພິທີເປີດໂຕ 40 ນາງສາວຜູ້ເຂົ້າປະກວດ ນາງສາວລາວ 2019 ຫຼື Miss Laos 2019 ພ້ອມກັບ 5 ມົງກຸດອັນຊົງກຽດ ມີບັນດາແຂກຈາກຫຼາກຫຼາຍພາກສ່ວນເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.


ມື້ນີ້ເຮົາມາຮູ້ຈັກ 10 ນາງສາວໝາຍເລກ 11-20 ກັນເລີຍວ່າແມ່ນສາວງາມຈາກແຂວງໃດ

ML11 ນາງ ແສງມະນີ ພູວັນໂນ (ບາບີ້) ຈົບການສຶກສາຈາກ ຈາກມະຫາວິທະຍາໄລຈຳປາສັກ.ຄະນະນິຕິສາດ-ລັດຖະສາດ

ML12 ນາງ ຕິກຕາ ຄໍາວັນເຮືອງ (ຕິກຕາ) ນັກສຶກສາ ທີ່ສະຖາບັນການທະນາຄານ. ສາຂາການທະນາຄານ ປີ4.

ML13 ນາງ ນີພາສອນ ອຸ່ນມີໄຊ (ຕິ້ງ) ນັກສຶກສາ ທີ່ສະຖາບັນການທະນາຄານ. ສາຂາການທະນາຄານ ປີ3.

ML14 ນາງ ມະນີວອນ ແພງພິນິດ (ຜິງໆ) ນັກຮຽນທີ່ ໂຮງຮຽນມັດທະຍົມຕອນປາຍ ໂພນສະຫວັນ. ແຂວງສະຫວັນນະເຂດ ຊັ້ນມໍ 7

ML15 ນາງ ວິສຸດາ ວັນນະສຸກ (ລູກຈ໋ຽບ) ນັກສຶກສາ ທີ່ສະຖາບັນການເງິນດົງຄຳຊ້າງ ສາຂາບັນຊີກວດສອບ ປີ3

ML16 ນາງ ວິດາ ແຊ້ພານ (ດາ) ອາຈານສອນປະລິນຍາຕີ ຄະນະຊັບພະຍາກອນນໍ້າ ທີ່ມະຫາວິທະຍາໄລແຫ່ງຊາດ

ML17 ນາງ ສິລິລັກ ໄຊສົມບູນ (ດີ້) ພະນັກງານຂາຍ ແລະ ການຕະຫຼາດ ບໍລິສັດເອກະຊົນ

ML18 ນາງ ລັດຕະນະພອນ ຈັນທິບ (ບຸມບິ໋ມ) ນັກສຶກສາ ທີ່ສະຖາບັນຍຸດຕິທຳພາກເໜືອ.ສາຂາກົດໝາຍແພ່ງ. ປີ 2

ML19 ນາງ ວະໄລລັກ ອິນທະສິດ (ແນນີ້) ນັກສຶກສາທີ່ ມະຫາວິທະຍາໄລແຫ່ງຊາດ. ສາຂາອັກສອນສາດ ພາສາອັງກິດ ປີ1

ML20 ນາງ ວິນະດາ ພິສາລາດ (ນ້ອງ) ນັກສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດ.ສາຂາອັກສອນສາດ ພາກພາສາຝຣັ່ງ.ປີ 4