ທົ່ວທຸກພາກຈະມີຝົນປົນໜາວ, ຂະນະປາກຊ່ອງໜາວເຖິງ 10 ອົງສາ

102

ພະຍາກອນອາກາດປະຈໍາວັນທີ 01 ພະຈິກ 2019 ຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ແຂວງພາກເໝືອ ແລະ ຄວາມກົດດັນອາກາດຕໍ່າ ທີ່ມີກຳລັງປານກາງຍັງປົກຄຸມຢູ່ແຂວງພາກໃຕ້ຂອງປະເທດລາວ, ພ້ອມດຽວກັນກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອາກາດຍັງເຢັນ ຫາ ໜາວເຢັນໃນຕອຍກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ຫາ ພາກໃຕ້ ຕື່ມອີກ.

ພາກເໜືອດ້ານຕາເວັນອອກ ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດຍັງເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ ແລະ ຫົວພັນ. ອຸນຫະພູມໃນລະຫວ່າງ 13-25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ້າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນໍ້າທາ ແລະ ເມືອງສິງ. ອຸນຫະພູມໃນລະຫວ່າງ 11-31 ອົງສາ.

ພາກກາງ (ໂພນໂຮງ, ປາກຊັນ, ຫຼັກ20, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ຈະມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 22-32 ອົງສາ. ສຳລັບແຂວງ ໄຊສົມບູນ ອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 13-25 ອົງສາ. ສະເພາະນະຄອນຫຼວງວຽງຈັນ ອາກາດເດຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 22-32 ອົງສາ.

ພາກໃຕ້ (ປາກເຊ, ປາກຊ່ອງ, ນິຄົມ 34, ສາລະວັນ, ເຊກອງ, ທ່າແຕງ, ດາກຈຶງ ແລະອັດຕະປື) ຈະມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຄ່ອຍຕື່ມອີກຢູ່ບາງທ້ອງຖິ່ນແຂວງ ສາລະວັນ,ຈຳປາສັກ, ອັດຕະປື ແລະ ເຊກອງ. ອຸນຫະພູມໃນລະຫວ່າງ 21-29 ອົງສາ. ສຳລັບເຂດພູພຽງບໍລິເວນ ອາກາດຍັງໜາວເຢັນ ແລະ ຈະມີຝົນຕົກ ໃນລະດັບຄ່ອຍເປັນບາງບໍລິເວນ. ອຸນຫະພູມໃນລະຫວ່າງ 10-20 ອົງສາ.