ສຸດຍອດ! ຊາວບ້ານວຽງສາ ມີລາຍຮັບປີລະ 1 ຕື້ກວ່າກີບ ຍ້ອນປູກຜັກໃນຮົ່ມ

162

ບ້ານວຽງສາ ເປັນບ້ານໜຶ່ງທີ່ນອນຢູ່ໃນເທດສະບານ ເມືອງໄຊ ແຂວງອຸດົມໄຊ ເມື່ອກ່ອນປະຊາຊົນມີອາຊີບເຮັດໄຮ່, ເຮັດນາ, ເຮັດສວນ ມີລາຍຮັບບໍ່ໝັ້ນຄົງ ສະເລ່ຍພຽງແຕ່ 3-4 ລ້ານກີບຕໍ່ຄອບຄົວ. ແຕ່ພາຍຫຼັງປະຊາຊົນຫັນມາປູກຜັກໃນເຮືອນຮົ່ມເປັນອາຊີບ ການຫາເງິນກໍ່ບໍ່ແມ່ນເລື່ອງໃຫຍ່ອີກຕໍ່ໄປໄດ້ເຖິງກວ່າ 1 ຕື້ກີບຕໍ່ປີ.

ຂໍ້ມູນດັ່ງກ່າວໄດ້ເປີດເຜີຍ ຢູ່ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊ ຄັ້ງທີ 13 ທີ່ຈັດຂຶ້ນຢູ່ ສະໂມສອນເມືອງໄຊ ແຂວງ ອຸດົມໄຊ ໃນວັນທີ 30-31 ຕຸລາ ຜ່ານມາ ໂດຍແມ່ນທ່ານ ບຸນທອງ ພົມມະສອນ ນາຍບ້ານໆວຽງສາ ລາຍງານວ່າ: ເລີ່ມປີ 2007 ຄອບຄົວຂອງຕົນເອງໄດ້ລິເລີ່ມປູກຜັກໃນເຮືອນຮົ່ມເປັນຜູ້ທໍາອິດ ເຊິ່ງເຫັນວ່າມີລາຍຮັບດີ. ຈາກນັ້ນ, ຫຼາຍຄອບຄົວທີ່ມີດິນຢູ່ໃກ້ຄຽງ ໄດ້ຫັນມາປູກຜັກໃນເຮືອນຮົ່ມໃນປີ 2010 ມີທັງໝົດ 8 ຄອບຄົວ, ມີໂຮງເຮືອນ 13 ຫຼັງ.

ມາຮອດປີ 2014 ຂະແໜງສົ່ງເສີມກະສິກໍາ ແລະ ສະຫະກອນ ສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊ ໄດ້ລົງໄປຊຸກຍູ້ດ້ານວິຊາການ ແລະ ຈັດຕັ້ງເປັນກຸ່ມຜະລິດ ເຊິ່ງມີສະມາຊິກກຸ່ມປູກຜັກ 54 ຄອບຄົວ ມີໂຮງເຮືອນປູກຜັກ 220 ຫຼັງ ມາຮອດວັນທີ 6 ມັງກອນ 2017 ເຈົ້າເມືອງ ເມືອງໄຊ ໄດ້ອອກໃບອະນຸຍາດສ້າງຕັ້ງກຸ່ມຄຸ້ມຄອງການຜະລິດກະສິກໍາ ໃຫ້ກຸ່ມປູກຜັກໃນເຮືອນຮົ່ມບ້ານວຽງສາຢ່າງເປັນທາງການ ໂດຍໄດ້ຮັບການສະໜັບສະໜູນທຶນຈາກລັດຖະບານ ແລະ ໂຄງການ ດີດີເອັບຊີ ຈຳນວນໜຶ່ງ.

ມາຮອດປັດຈຸບັນ ມີສະມາຊິກທັງໝົດ 55 ຄອບຄົວ ມີໂຮງເຮືອນ 240 ຫຼັງ, ພືດຜັກທີ່ປູກມີຫຼາຍຊະນິດ ເຊັ່ນ: ຜັກກາດຊອມ, ຜັກສະຫຼັດ, ຜັກບົ່ວ, ຜັກຫອມປ້ອມ, ຜັກຊີ, ຜັກຫອມລາບ ແລະ ຜັກອື່ນໆ ຫຼາຍຊະນິດ ປູກຕາມຄວາມຕ້ອງການຂອງຕະຫຼາດ ລວມຜົນຜະລິດໄດ້ 200 ໂຕນ/ປີ. ສາມາດສ້າງລາຍຮັບຈາກການຂາຍພືດຜັກ 1,2 ຕື້ ກີບ/ປີ ສະເລ່ຍໃສ່ຄອບຄົວໄດ້ 21 ລ້ານກວ່າກີບ/ຄອບຄົວ ຫຼື 5,6 ກີບ/ຄົນ/ປີ.
ຢ່າງໃດກໍ່ດີ, ການປູກຜັກໃນເຮືອນຮົ່ມເປັນອີກວິທີໜຶ່ງທີ່ຊ່ວຍ ໃຫ້ຜູ້ປູກສາມາດວາງແຜນການຜະລິດໄດ້ຕະຫຼອດປີ ໂດຍສາມາດເລືອກເຟັ້ນເອົາຜັກທີ່ມີລາຄາ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ພ້ອມທັງພືດຜັກທີ່ພື້ນທີ່ທົ່ວໄປບໍ່ສາມາດປູກໄດ້ ເນື່ອງຈາກປະສົບບັນຫາແມງໄມ້ລົບກວນ ຈຶ່ງມີການສີດພົ່ນຢາຂ້າແມງໄມ້ເປັນປະຈຳ.

ນອກນັ້ນ, ຜູ້ປູກສ້າງສາມາດກຳນົດການຜະລິດໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ແລະ ເຮັດເປັນໂຄງການປູກຜັກແບບຄົບວົງຈອນ ແລະ ທີ່ສຳຄັນຍັງຊ່ວຍຮັກສາສິ່ງແວດລ້ອມ ລວມເຖິງແຫຼ່ງນໍ້າ ຈະປອດໄພຈາກບັນຫາສານຕົກຄ້າຂອງສານເຄມີອີກດ້ວຍ.

ຂໍ້ມູນ: lao national radio