ລັດຖະບານບໍ່ໄດ້ລະເລີຍ, ຍັງຕິດຕາມເປັນໄລຍະການຟື້ນຟູຄວາມເປັນຢູ່ຊາວເມືອງສະໜາມໄຊ

93

ເມືອງສະໜາມໄຊ ແຂວງອັດຕະປື ໂດຍສະເພາະບ້ານທີ່ໄດ້ຮັບກຜົນກະທົບຈາກເຫດການສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ກຳລັງຢູ່ໃນໄລຍະປັບປຸງ ແລະຟື້ນຟູໃຫ້ກັບມາຢູ່ໃນຈັງຫວະປົກກະຕິ ແລະດີກວ່າຕອນກ່ອນເກີດເຫດ, ຫຼ້າສຸດນີ້ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລົງກວດກາເຂດການຜະລິດຂອງປະຊາຊົນດ້ວຍຕົວເອງ ເພື່ອເປັນກຳລັງໃຈແກ່ຊຸມຊົນທ້ອງຖິ່ນດັ່ງກ່າວ.

ໃນວັນທີ 31 ຕຸລາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງແຂວງອັດຕະປື ໄດ້ລົງຢ້ຽມ ແລະ ກວດກາເບິ່ງໂຄງການຈັດສັນເຂດທຳການຜະລິດ ສຳລັບປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຈຳນວນ 400 ກວ່າຄອບຄົວ ຢູ່ສູນພັກຊົ່ວຄາວ ຈຸດບ້ານດົງບາກ ເມືອງສະໜາມໄຊ ແຂວງອັດຕະປື.​

ພ້ອມນີ້,​ ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ພົບປະ ພໍ່ແມ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ສູນພັກຊົ່ວຄາວ ຈຸດບ້ານດົງບາກ ເມືອງສະໜາມໄຊ ແຂວງອັດຕະປື ເພື່ອຖາມຂ່າວຄາວໃນການດຳລົງຊີວິດປະຈຳວັນ, ພ້ອມທັງຊຸກຍູ້ຂະບວນການທຳການຜະລິດຕ່າງໆ ໃຫ້ທັນຕາມລະດູການ.

.