ສ ເກົາຫຼີ ຊ່ວຍ 1 ແສນໂດລາ ກໍ່ສ້າງໂຮງຮຽນຢູ່ຊຽງຂວາງ

227

ທ່ານ ອິມມູຮົງ ປະທານສະມາຄົມອາຣຶມດາອູນ ຊາຣາມດຶລ໌ ພັນທະມິດເພື່ອປອງດອງຊາດ ສ ເກົາຫຼີ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນລະຫວ່າງວັນທີ30-31ຕຸລາ2019. ໂອກາດນີ້ກໍ່ໄດ້ຈັດພິທີມອບ-ຮັບອາຄານຮຽນໂຮງຮຽນປະຖົມສົມບູນ ບຸນຖິ່ນ-ໂດເຢືອງຈູ ທີ່ບ້ານພຽງດ້າງ ເມືອງຄຳ ແຂວງຊຽງຂວາງ ຜູ້ຕາງໜ້າບໍລິສັດSNC ເຊິ່ງເປັນບໍລິສັດຮັບເໝົາການກໍ່ສ້າງອາຄານຮຽນດັ່ງກ່າວ ກໍ່ໄດ້ລາຍງານການກໍ່ສ້າງອາຄານຮຽນ.

ທ່ານໄດ້ກ່າວວ່າ: ການຮັບເໝົາການກໍ່ສ້າງມູນຄ່າທັງໝົດ100.000ໂດລາສະຫະລັດ, ປະກອບມີອາຄານຮຽນ6ຫ້ອງ(ຂະໜາດ9×48ແມັດ, ຫ້ອງຮຽນ7×8ແມັດ)ອາຄານຫ້ອງນ້ຳ4ຫ້ອງ ປະກອບດ້ວຍເຟີນີເຈີ, ຂັ້ນໃດຄອນກີດລົງສູ່ເດີ່ນບານ, ປະຕູໂຂງໂຮງຮຽນ ແລະ ຫຼັກທຸງດ້ວຍເຫຼັກສະແຕນເຫຼດ ໄດ້ເລີ່ມຕົ້ນລົງມືກໍ່ສ້າງມາແຕ່ວັນທີ28ມີນາ2019 ມາເຖິງປັດຈຸບັນສຳເລັດແລ້ວ100% ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງອາຄານຮຽນຫຼັງນີ້ແມ່ນທ່ານນາງ ໂດເຢືອງຈູ ສະມາຊິກສະມາຄົມອາຣຶມດາອູນ ຊາຣາມດຶລ໌, ພັນທະມິດເພື່ອປອງດອງຊາດ ສ ເກົາຫຼີ.

ທ່ານນາງ ໂດເຢືອງຈູ ໄດ້ກ່າວມອບ ອາຄານຮຽນດັ່ງກ່າວໃຫ້ພາກສ່ວນກ່ຽວຂ້ອງນຳໃຊ້ ແລະ ປົກປັກຮັກສາ ນຳໃຊ້ໃຫ້ຍາວນານ ໃຫ້ເກີດຜົນປະໂຫຍດສູງຕໍ່ຊຸມຊົນເຂດນີ້ ພ້ອມນີ້ທ່ານຍັງໄດ້ມອບອຸປະກອນການຮຽນ, ເຄື່ອງນຸ່ງນັກຮຽນນັກຮຽນໂຮງຮຽນດັ່ງກ່າວຈຳນວນໜຶ່ງ.

ຕໍ່ການຊ່ວຍເຫຼືອຄັ້ງນີ້ ທ່ານ ວຽງໄຊ ສີວິໄລ ເຈົ້າເມືອງໆຄຳ ກໍ່ໄດ້ກ່າວ ສະແດງຄວາມຂອບໃຈຢ່າງສູງສົ່ງມາຍັງ ຜູ້ໃຫ້ທຶນ, ສະມາຄົມ ແລະ ສະພາປະຊາຊົນແຂວງທີ່ໄດ້ຊອກຫາແຫຼ່ງທຶນ, ໃຫ້ການຊ່ວຍເຫຼືອ ຊີ້ທິດທາງ ສູ້ຊົນເພື່ອໃຫ້ບັນລຸຕົວຊີ້ວັດ ສະຫະສະຫວັດໃນການພັດທະນາ ເຮັດໃຫ້ການພັດທະນາຊັບພະຍາກອນມະນຸດດີຂື້ນເລື້ອຍໆໃນທ້ອງຖິ່ນເມືອງຄຳ.

ຄະນະຜູ້ແທນ ສ ເກົາຫຼີ ຍັງໄດ້ເຂົ້າພົບປະທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ແລະ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເຊິ່ງທາງສະມາຄົມຈະໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງໝໍບຸນຖິ່ນ(ກຸ່ມບຸນຖິ່ນ ເມືອງຄຳແຂວງຊຽງຂວາງ), ລົດດັບເພີງຈຳນວນ15ຄັນ ແລະ ລົດສົ່ງຄົນເຈັບຈຳນວນໜຶ່ງ ລວມມູນຄ່າແລ້ວກໍ່ຫຼາຍລ້ານໂດລາສະຫະລັດ ເຊິ່ງທ່ານເຈົ້າແຂວງກໍ່ໄດ້ກ່າວສະແດງຄວາມຮູ້ບຸນຄຸນ ຕໍ່ສະມາຄົມ ກໍ່ຄືຜູ້ໃຫ້ທຶນ ທີ່ສະໜອງຄວາມຝັນ ແລະ ຄວາມປາຖະໜາຂອງລູກຫຼານນັກຮຽນ, ຊ່ວຍພັດທະນາແຂວງຊຽງຂວາງ ພ້ອມໆກັບພັດທະນາຊັບພະຍາກອນມະນຸດດີຂື້ນເລື້ອຍໆ

ຂ່າວ: ບຸນມີ ແສງທຸມມີ