ຍັງ 100 ກວ່າລັອກພື້ນທີ່ສໍາລັບຄ້າຂາຍໃນງານບຸນທາດຫຼວງ

93

ເລີ່ມເປີດໃຫ້ຊາວຄ້າຂາຍເຂົ້າມາຈັບຈອງສະຖານທີ່ຄ້າຂາຍໃນງານບຸນນະມັດສະການພະທາດຫຼວງ, ສ່ວນລາຄາສະຖານທີ່ປີນີ້ບໍ່ຕ່າງຈາກປີກາຍ ສູງສຸດ 4 ລ້ານກີບ ດ້ານຜູ້ສໍາປະທານເຜີຍ ຍັງຫຼາຍກວ່າ 100 ລັອກທີ່ບໍ່ມີໃຜຈັບຈອງ.

ທ່ານ ຄໍາເສັງ ສູນດາລາ ໜຶ່ງໃນຜູ້ສໍາປະທານພື້ນທີ່ຄ້າຂາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນສິງຫາ 2019 ເປັນຕົ້ນມາ ບໍລິສັດ ຄໍາເສັງ ໄດ້ມອບຄືນໃຫ້ຂະແໜງການກ່ຽວຂ້ອງຮັບຜິດຊອບຮັກສາຄວາມສະອາດສວນສາທາລະນະຕໍ່ໜ້າ ອະນຸສາວະລີ ກະຊວງປ້ອງກັນຄວາມສະຫງົບ; ສ່ວນຫ້ອງການຈັດສັນສໍາລັບຈັບຈອງພື້ນທີ່ຂອງ ບໍລິສັດ ຄໍາເສັງ ໄດ້ຍ້າຍໄປຕັ້ງຢູ່ດ້ານຂ້າງຂອງຫໍສະພາແຫ່ງຊາດ; ພື້ນທີ່ໆ ບໍລິສັດ ຄໍາເສັງ ໄດ້ສໍາປະທານໃນງານບຸນນະມັດສະການທາດຫຼວງປີນີ້ ແມ່ນນັບແຕ່ອະນຸສາວະລີ ດາວແດງ ໄປທາງຄ້ອຍໂພນເຄັງ ເຊິ່ງຕົນເອງໄດ້ຈັດສັນພື້ນທີ່ສໍາລັບຊາວຄ້າຂາຍ 300 ກວ່າລັອກ ມາຮອດວັນທີ 31 ຕຸລາ 2019 ມີຜູ້ເຂົ້າມາຈັບຈອງແລ້ວ 200 ກວ່າລັອກ, ຍັງວ່າງ 100 ກວ່າລັອກ. ສະນັ້ນ, ກໍຂໍເຊີນຊວນຊາວຄ້າຂາຍເຂົ້າມາຈັບຈອງພື້ນທີ່ຄ້າຂາຍໄດ້; ສໍາລັບລາຄາບໍ່ແຕກຕ່າງຈາກປີກາຍ ລາຄາຕໍ່າສຸດແມ່ນ 30 ພັນກີບ ( ປີ້ຕະຫຼາດທົ່ວໄປ ) ແມ່ຄ້າລາຍຍ່ອຍຂາຍປະເພດ ທອດລູກຊີ້ນ, ລໍ້ຍູ້ຂາຍນໍ້າ – ເຄື່ອງດື່ມທົ່ວໄປ, ສ່ວນປະເພດກາງເຕັ້ນ ຂະໜາດ 3×3 ແມັດ ຫຼື  3×4 ແມັດ ສູງສຸດລາຄາເຊົ່າແມ່ນ 4 ລ້ານກີບ ເຊິ່ງລາຄານີ້ແມ່ນເທົ່າກັບປີຜ່ານມາ.

ສໍາລັບພື້ນທີ່ຂອງຂະແໜງການຄ້າ, ທ່ອງທ່ຽວ, ຜູ້ປະກອບການໂອດ໊ອບ, ໂຮງງານອຸດສາຫະກຳພາຍໃນແມ່ນຈັດກຽມໄວ້ 400 ຫ້ອງ ເຊິ່ງເປັນພື້ນທີ່ໆເໝາະສົມ ເປັນໄຈກາງຫ້ອງວາງສະແດງຄືກັບທຸກປີຜ່ານມາ ນັບແຕ່ສົ້ນຫໍສະພາແຫ່ງຊາດ ຍາວໄປຈົນສຸດ ເດີ່ນທາງເຂົ້າພະທາດຫຼວງ. ທັງນີ້, ເພື່ອສົ່ງເສີມສິນຄ້າພາຍໃນໃຫ້ເປັນທີ່ຮູ້ຈັກ ແລະ ພໍ່ແມ່ປະຊາຊົນສາມາດຊື້ໄດ້ງ່າຍ ແລະ ສະດວກ.

ສ່ວນການປະກອບສ່ວນກີລາຕີມວຍໃນງານ ບໍລິສັດ ຄໍາເສັງ ປະກອບສ່ວນຕີມວຍ 4 ຄືນ ຄື:

ຄືນວັນທີ 8 ພະຈິກ 2019 ມີມວຍມິດຕະພາບ ລາວ – ໄທ 4 ຄູ່.

ຄືນວັນທີ 9 ພະຈິກ 2019 ມວຍມິດຕະພາບ ລາວ – ໄທ 3 ຄູ່ ທັງສອງຄືນແມ່ນຖ່າຍທອດສົດຜ່ານໂທລະພາບລາວສະຕາຣ.

ຄືນວັນທີ 10 – 11 ພະຈິກ 2019 ເປັນການປະທະກັນ ລະຫວ່າງນັກມວຍພາຍໃນນະຄອນຫຼວງວຽງຈັນ ຄືນລະ 6 ຄູ່ ເພື່ອສ້າງສີສັນ.

ພິເສດກ່ອນຊົກມວຍຄືນວັນທີ 8 ພະຈິກ 2019 ຈະມີສິລະປະຟ້ອນລາຍງ້າວ ບ້ານປາກກະຍູງ. ຫຼັງຈາກນັ້ນ, ຈະໄປຟ້ອນໃນເວທີກາງເຊິ່ງ ບໍລິສັດ ຄໍາເສັງ ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.

ຢ່າງໃດກໍຕາມ, ໃນງານບຸນນະມັດສະການພະທາດຫຼວງປີນີ້ ມີ 10 ກວ່າບໍລິສັດ/ພາກສ່ວນເຂົ້າມາຈັດສັນ ໃຫ້ຊາວຄ້າຂາຍໄດ້ເຊົ່າພື້ນທີ່ສໍາລັບລາຄາອາດຈະບໍ່ຄືກັນ. ທັງນີ້, ກໍຂຶ້ນກັບຈຸດທີ່ຕັ້ງວ່າມີຄົນທຽວຜ່ານຫຼາຍໜ້ອຍພຽງໃດ.

[ ຂ່າວ: ພຸດຕີ້;ຮູບ: ສຸກສະຫວັນ ]