Monthly Archives: November, 2019

ສາວເມືອງລະມາມ ໝາຍເລກ ML11 ແສງມະນີ ພູວັນໂນ ຜູ້ເຂົ້າປະກວດນາງສາວລາວ 2019

ກໍາລັງຄຶກຄື້ນສໍາລັບກອງປະກວດ ນາງສາວລາວ 2019 ມື້ນີ້ຂໍແນະນໍາອີກໜຶ່ງສາວງາມໝາຍເລກ ML1 1ແສງມະນີ ພູວັນໂນ ຕົວແທນແຂວງເຊກອງ ແສງມະນີ ພູວັນໂນ BaBie Phouvanno ອາຍຸ 24ປີ  ຢູ່ບ້ານວັດຫຼວງ ເມືອງ ລະມາມ ແຂວງເຊກອງ ເຮັດວຽກຢູ່ທີ່ ປກສ ແຂວງ ສູງ167ຊັງຕີແມັດ ສັດສ່ວນ30-24-34 ປັດຈຸບັນຈັບການສຶກສາ ຢູ່ຄະນະນິຕິສາດ-ລັດຖະສາດ ພາກວິຊາ ນິຕິສາດ...

ຊີເກມ ຄັ້ງທີ 30 ເປີດສາກທາງການ ປາກຽວ ຮັບໜ້າທີ່ຈູດທວນໄຟ ເປີດການທາງແຂ່ງຂັນທາງການ

ງານມະຫະກໍາກີລາ ຊີເກມ ຄັ້ງທີ 30 ເປີດສາກທາງການໃນວັນທີ 30 ພະຈິກ 2019 ທີ່ສະໜາມຟິລິບປິນ ອາຣີນາ ສາມາບັນຈຸໄດ້ 50.000 ທີ່ນັ່ງ ແລະ ຈະແຂ່ງຂັນໄປຈົນເຖິງວັນທີຮ 11 ທັນວາ 2019 ຈິ່ງປິດສາກລົງ. ສໍາລັບ ພິທີເປີດໄດ້ຮັບກຽດຈາກ ໂຣດຣິໂກ ດູເຕີເຕ ປະທານນາທິບໍດີຂອງ ຟິລິບປິນ...

ສົ່ງເສີມສິນຄ້າພາຍໃນ! ລັດຖະບານ ເປີດຕະຫຼາດນັດກະສິກຳອິນຊີ ກະຕຸ້ນຍອດຂາຍ

ເພື່ອສົ່ງເສີມສິນຄ້າພາຍໃນ ໃຫ້ສາມາດຕອບສະໜອງກຸ່ມຜູ້ບໍລິໂພກໄດ້, ທັງເປັນການຫຼຸດຜ່ອນການນຳເຂົ້າຄ້າຈາກຕ່າງປະເທດໃຫ້ຫຼາຍຂຶ້ນ, ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມປະຊາຊົນພາຍໃນຜະລິດກະສິກຳເປັນສິນຄ້າ ແລະ ຫັນມາຊົມໃຊ້ສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ມີການພົບປະແລກປ່ຽນຂໍ້ມູນຮ່ວມກັນ ເພື່ອຮັບຮູ້ໄດ້ຜົນການຜະລິດ ທີ່ສາມາດຜະລິດ ແລະ ສະໜອງຢູ່ພາຍໃນໄດ້. ໃນຕອນເຊົ້າວັນທີ 30 ພະຈິກ 2019 ນີ້, ທີ່ເດີ່ນສູນການຄ້າລາວ-ໄອເຕັກ ໄດ້ມີພິທີເປີດງານຕະຫຼາດນັດຜົນຜະລິດກະສິກຳ, ສິນຄ້າໂອດ໊ອບ ຂອງຄອບຄົວຕົວແບບ 9 ຕົວເມືອງ...

ງານໄທແລນໂມໂຕເອັກໂປ 2019 ມາເຕັມລົດລຸ້ນໃໝ່ ຄົນຮັກລົດຫ້າມພາດ

ເປີດງານຢ່າງທາງການແລ້ວສໍາລັບງານໂມໂຕ ອິນເຕີເນເຊິນນໍ ເອັກໂປ 2019 ງານວາງສະແດງລົດທີ່ຍິ່ງໃຫຍ່ທີ່ສຸດຂອງປະເທດໄທ ປີໜຶ່ງມີຄັ້ງດຽວ ໂດຍ ປີນີ້ເປັນຄັ້ງທີ 36 ແລ້ວ ບອກເລີຍວ່າສໍາລັບໃຜທີ່ມັກຮັກລົດ, ຫຼືກໍາລັງຄິດຊອກຫາລົດຢູ່ ຄວນມາສໍາຜັດ, ເລາະຊົມບັນດາຍີ່ຫໍ້ຕ່າງໆໃນງານນີ້ໄດ້ສະເພາະລົດໃຫຍ່ມີ 34 ຄ້າຍລົດລໍຖ້າທ່ານມາສຳຜັດ ຈາກ 9 ປະເທດ ແລະ ລົດຈັກ 26 ຄ້າຍຈາກ 8...

ການຄ້າໂລກປະເຊີນການຈັດລະບົບເສດຖະກິດໃໝ່

ທ່ານ ນາງ ຄຣິດຕິນ ລາກາດ ອະດີດເລຂາທິການໃຫຍ່ກອງທຶນການເງິນສາກົນກ່າວໃນຖານະຜູ້ວ່າການທະນາຄານກາງແຫ່ງເອີຣົບຫຼືອີຊີບີເມື່ອບໍ່ດົນມານີ້ຢູ່ປະເທດ ເຢຍລະມັນວ່າ:ການຄ້າຂອງທັງໂລກກໍາລັງຈັດລະບຽບທັງໝົດໃໝ່ເຊິ່ງສົ່ງຜົນກະທົບຕໍ່ເນື່ອງໃຫ້ເກີດການການຈັດລະບົບເສດຖະກິດຂອງໂລກໃໝ່ນໍາອີກ. ປັດໄຈສໍາຄັນຂອງການປ່ຽນແປງເກີດຂຶ້ນຈາກຄວາມເຄັ່ງຕຶງທາງການຄ້າລະຫວ່າງອາເມຣິກາ ແລະ ຈີນເຊິ່ງຍັງຄົງຢູ່ຢ່າງຕໍ່ເນື່ອງເມື່ອປະສົບປະສານເຂົ້າກັບຄວາມບໍ່ແນ່ນອນໃນທາງພູມສາດເຮັດໃຫ້ການຄ້າໂລກຂະຫຍາຍຕົວຊ້າລົງ,ຫຼຸດລົງຫຼາຍເຖິງກວ່າເຄິ່ງໜຶ່ງເມື່ອປຽບທຽບກັບປີກ່ອນ. ປະລິມານການຄ້າໂລກທີ່ຫຼຸດລົງມະຫາສານກົດດັນໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໂລກຫຼຸດຕໍ່າລົງສູ່ລະດັບຕໍ່າສຸດນັບຕັ້ງແຕ່ເກີດວິກິດການທາງການເງິນຄັ້ງໃຫຍ່ໃນອາເມຣິກາເມື່ອ1ທົດສະວັດທີ່ຜ່ານມາ. ປະເທດກໍາລັງພັດທະນາທີ່ເສດຖະກິດກ້າວໜ້າທັງຫຼາຍເຄີຍເພິ່ງພາອາໄສການຄ້າໂລກ ແລະ ຫ່ວງໂສ້ການຕອບສະໜອງຂອງໂລກໃນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດຂອງປະເທດມາຕະຫຼອດ,ແຕ່ພໍເກີດຄວາມຂັດແຍ່ງທາງການຄ້າຂຶ້ນສິ່ງທີ່ເຄີຍເພິ່ງພາ ແລະ ນໍາມາໃຊ້ຢ່າງໄດ້ຜົນກໍບໍ່ໄດ້ຜົນອີກຕໍ່ໄປ.

ຂໍ້ດີ ແລະ ຂໍ້ເສຍຂອງການອາບນ້ຳອຸ່ນຍາມໜາວ

ອາກາດເລີ່ມໜາວໂດຍສະເພາະຕອນເຊົ້າ ແລະ ຕອນຄໍ່າໆ ເປັນເວລາທີ່ໃຜຫຼາຍໆຄົນອາບນ້ຳ ແລະ ຕົວຊ່ວຍໃນຍາມໜາວແບບນີ້ກໍໜີບໍ່ພົ້ນເຄື່ອງເຮັດນ້ຳອຸ່ນເພື່ອຊ່ວຍຜ່ອນຄາຍຄວາມໜາວ ເຊິ່ງການອາບນ້ຳອຸ່ນກໍມີທັງຂໍ້ດີ ແລະ ຂໍ້ເສຍເຊັ່ນກັນ ມາເບິ່ງດີກວ່າວ່າມີຫຍັງແນ່ທີ່ຈະແກ້ໄຂບັນຫາອາກາດໜາວໄດ້. ຂໍ້ດີຂອງການອາບນ້ຳອຸ່ນ: ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ເພາະການອາບນ້ຳອຸ່ນເປັນຜົນດີີຕໍ່ສຸຂະພາບ ແລະ ອາບໃນອຸນຫະພູມທີ່ເໝາະສົມ ຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໃຫ້ໄປທົ່ວຮ່າງກາຍ. ການອາບນ້ຳອຸ່ນຊ່ວຍເຮັດໃຫ້ຮ່າງກາຍຮູ້ສຶກຜ່ອນຄາຍ ແລະ ເກີດການຕື່ນຕົວ, ຊ່ວຍປິ່ນປົວບັນເທົາຄວາມປວດເມື່ອຍ ແລະ ຄວາມເຄັ່ງຕຶງຂອງກ້າມຊີ້ນຕາມຮ່າງກາຍ. ປາສະຈາກສິ່ງສົກກະປົກທີ່ອັດຕັນຮູຂຸມຂົນ ເພາະການອາບນ້ຳອຸ່ນຈະຊ່ວຍປິ່ນປົວຜິວພັນ, ຊະລ້າງໄຂມັນເທິງຜິວໜັງ ແລະ ທໍາຄວາມສະອາດເລິກເຖິງຮູຂຸມຂົນໄດ້ດີກວ່າ. ເພີ່ມຄວາມສົດຊື່ນຄືນ ຄວາມກະຕືລືລົ້ນ,...

ໝາກເຫຼ່ນຍັດໄສ້

ໝາກເຫຼ່ນມີເບຕ້າແຄໂຣທີນສູງ ທີ່ຊ່ວຍໃນການຕໍ່ຕ້ານມະເຮັງ ແລະ ຍັງມີວິຕາມິນ C ຫຼາຍເຊັ່ນດຽວກັນເພື່ອຊ່ວຍປ້ອງກັນເລືອດອອກຕາມແຂ້ວ. ນອກຈາກນີ້, ຍັງເຮັດໃຫ້ເກີດຄວາມສົດຊື່ນ, ແກ້ຫິວນ້ຳ, ເຮັດໃຫ້ຜິວຜ່ອງໃສ, ຊ່ວຍການຍ່ອຍອາຫານໄດ້ດີຂຶ້ນ ແລະ ຊ່ວຍຟອກເລືອດ. ສ່ວນປະສົມ: ໝາກເຫຼ່ນໃຫຍ່ 3 ໜ່ວຍ, ໝູບົດ 1 ຖ້ວຍນ້ອຍ, ຫົວຜັກບົ່ວແດງສັບລະອຽດ 1 ບ່ວງແກງ, ກະທຽມສັບລະອຽດ 1...

ໜຸ່ມ ບຸນມີ ຜູ້ຢູ່ເບື້ອງຫຼັງຊຸດປະຈໍາຊາດ Mister Supranational Laos

ໃກ້ເຂົ້າມາທຸກມື້ກັບການປະກວດ Mister Supranational 2019 ທີ່ປະເທດໂປໂລຍ ໂດຍຕົວແທນຈາກປະເທດລາວແມ່ນ ທ້າວ ສິງຄໍາ ພົມມະສອນ Mister Supranational Laos 2019 ແລະ ເລີ່ມເກັບຕົວແຕ່ວັນທີ 25 ພະຈິກ 2019 ຈົນຮອດມື້ຊີງຊະນະເລີດ ວັນທີ 7 ທັນວາ 2019 ເຊິ່ງມາພ້ອມຊຸດປະຈໍາຊາດ...

ຮູ້ໄວ້ຊ່ວຍໄດ້! 8 ສັນຍານເຕືອນ ອາການໂຣກຊືມເສົ້າ

ໂຣກຊືມເສົ້າ ຖືວ່າເປັນອີກໂຣກຊະນິດໜຶ່ງທີ່ພົບເຫັນຫຼາຍໃນປັດຈຸບັນ ແລະ ຂ້ອນຂ້າງຮ້າຍແຮງພໍສົມຄວນ ຫາກບໍ່ໄດ້ຮັບການປິ່ນປົວໃນໄລຍະທຳອິດ. ດັ່ງນັ້ນ, ຫຼາຍໆທ່ານອາດສົງໃສຢູ່ແມ່ນບໍວ່າ ໂຣກຊືມເສົ້ານີ້ ມັນມີອາການຄືແນວໃດແດ່? ສະນັ້ນ, ມື້ນີ້ ແອັດມິນ ກໍ່ໄດ້ລວບລວມເອົາ 8 ອາການ ທີ່ບົ່ງບອກວ່ານີ້ແມ່ນສັນຍານເຕືອນວ່າ ກຳລັງເປັນໂຣກຊືມເສົ້າດັ່ງນີ້: ຫງຸດຫງິດງ່າຍ, ມີອາລົມຮຸນແຮງເປັນປະຈຳ ມັກຢູ່ຄົນດຽວ ບໍ່ຄ່ອຍເຂົ້າກັບສັງຄົມ ມີຄວາມຮູ້ສຶກທໍ້ແທ້ ຢູ່ຕະຫຼອດເວລາ, ມີອາການມັກໂທດຕົວເອງຢູ່ເລື້ອຍໆ ຮູ້ສຶກອ່ອນເພຍຢູ່ຕະຫຼອດ ຂາດຄວາມສົນໃຈ ໃນການເຮັດກິດຈະກຳຕ່າງໆ ຂາດສາມະທິໃນການເຮັດສິ່ງຕ່າງໆ ເບື່ອອາຫານ ຫຼື ອາດຈະກິນອາຫານຫຼາຍກວ່າເກົ່າ ມີຄວາມຮູ້ສຶກ...

ໄປທ່ຽວຕາດເຍືອງ ຊົມຄວາມງາມທຳມະຊາດ ນອນຄ້າງຄືນເບິ່ງເດືອນດາວ

ສະບາຍດີ! ທ້າຍອາທິດນີ້ແມ່ນວັນພັກຍາວ ເນື່ອງໃນວັນຊາດທີ 2 ທັນວາຄົບຮອບ 44 ປີ ເຊິ່ງກົງກັບວັນຈັນພໍດີ, ຫຼາຍທ່ານຫຼາຍຄອບຄົວກໍຄົງມີການວາງແຜນໄປພັກຜ່ອນທ່ອງທ່ຽວທັງຢູ່ໃກ້ ແລະ ໄກຕາມເງື່ອນໄຂຂອງແຕ່ລະຄົນ ເຊິ່ງການທ່ອງທ່ຽວພາຍໃນກໍເປັນອີກປັດໄຈຊ່ວຍຍູ້ໜູນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບເສດຖະກິດແຫ່ງຊາດ. ມື້ນີ້ຈຶ່ງຈະມາແນະນຳສະຖານທີ່ທ່ອງທ່ຽວພັກຜ່ອນນະດິນແດນໃຕ້ສຸດຂອງປະເທດ ທີ່ເຕັມໄປດ້ວຍອູ່ອາລະຍະທໍາອັນເກົ່າແກ່ໜ້າຄົ້ນຫາ, ມີທໍາມະຊາດສວຍສົດງົດງາມຫຼາຍແຫ່ງ ນັ້ນຄືສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງທີ່ງົດງາມ ແລະ ຄົງ ຄວາມເປັນທຳມະຊາດ, ການໄປ - ມາເຂົ້າເຖິງສະດວກສະບາຍ, ມີຫ້ອງພັກສະອາດ,...
- Advertisment -
Slide
Slide

Most Read

error: Content is protected !!