ກະຊວງ ກປ ສັ່ງອະນາໄມຄອງເໝືອງ ເພື່ອສະໜອງການຜະລິດລະດູແລ້ງ

97

ລັດຖະມົນຕີ ກະຊວງ ກປ ອອກຄຳສັ່ງສ້າງຂະບວນການອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ 3 ພະຈິກນີ້ ເພື່ອຮັບປະກັນການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳໃນລະດູແລ້ງ.

ກະຊວງກະສິກຳ ແລະ ປ່າໄມ້ ( ກປ ) ອອກຄຳສັ່ງ ເລກທີ 3912/ກປ, ນະຄອນຫຼວງວຽງຈັນ ລົງວັນທີ 25 ຕຸລາ 2019 ກ່ຽວກັບການສ້າງຂະບວນການອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ 2019 ເຖິງຫົວໜ້າກົມຊົນລະປະທານ, ຫົວໜ້າພະແນກ ກປ ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ຈັດຕັ້ງຂະບວນອະນາໄມລະບົບຄອງເໝືອງ, ກວດກາຫົວໜ່ວຍງານ ແລະ ອາຄານຕ່າງໆຕາມຄອງເໝືອງຊົນລະປະທານ ຕິດພັນກັບຂະບວນການແຂ່ງຂັນລວມ ພາຍໃຕ້ຫົວຂໍ້ ຮັກຊາດ ແລະ ພັດທະນາ ເພື່ອຮັບປະກັນການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳໃນລະດູແລ້ງ, ຕ້ານແລ້ງໃນລະດູຝົນ ແລະ ປ້ອງກັນນ້ຳຖ້ວມເນື້ອທີ່ກະສິກຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ.

ທັງນີ້, ເພື່ອໃຫ້ບັນລຸຄາດໝາຍການສະໜອງນ້ຳ ຮັບໃຊ້ການຜະລິດລະດູແລ້ງ ສົກປີ 2019 – 2020 ໃນເນື້ອທີ່ 165.000 ເຮັກຕາ. ໃນນັ້ນ, ສະໜອງໃຫ້ນາແຊງ 1ແສນເຮັກຕາ ແລະ ສະໜອງໃຫ້ແກ່ການປູກພືດ 65 ພັນເຮັກຕາ ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມທິດຍືນຍົງ, ລັດຖະມົນຕີ ກະຊວງ ກປ ໄດ້ອອກຄຳສັ່ງ ດັ່ງນີ້:

1 ໃຫ້ກົມຊົນລະປະທານ, ພະແນກ ກປ ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງກ່ຽວຂ້ອງເປັນເຈົ້າການສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍ ວ່າດ້ວຍຊົນລະປະທານດ້ວຍຫຼາຍຮູບແບບ, ຫຼາຍລະດັບ ແລະ ວິທີການທີ່ແຕກຕ່າງກັນຕາມຈຸດພິເສດຂອງແຕ່ລະເປົ້າໝາຍ ໂດຍຜ່ານສື່ຕ່າງໆ ເປັນຕົ້ນ ໜັງສືພິມ, ໂທລະພາບ, ວິທະຍຸ, ຈັດກິດຈະກຳຖາມ – ຕອບ, ແຈກຢາຍປຶ້ມກົດໝາຍສິ່ງພິມ ແລະ ວາລະສານວິຊາການຕ່າງໆໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍໃຫ້ເຫັນຄວາມໝາຍສຳຄັນຂອງວຽກງານຊົນລະປະທານ ຕໍ່ກັບວຽກງານການຜະລິດກະສິກຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເພື່ອໃຫ້ເຂົາເຈົ້າຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເປັນທາງການ ຕາມທິດນໍາທີ່ວ່າ “ ພັກນໍາພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ ”.

2 ໃຫ້ພະແນກ ກປ ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ຂໍທິດຊີ້ນໍາຈາກການນໍາແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປຸກລະດົມຂົນຂວາຍແຮງງານຊາວໜຸ່ມ, ນັກຮຽນ – ນັກສຶກສາທຸກພາກສ່ວນທີ່ມີສ່ວນຮ່ວມ ແລະ ພໍ່ແມ່ປະຊາຊົນ ເພື່ອພ້ອມກັນຈັດຕັ້ງການຟື້ນຟູ – ສ້ອມແປງຊົນລະປະທານ, ຕິດພັນກັບຂະບວນການອອກແຮງງານ ( ວັນເສົາແດງ ) ດ້ວຍການອະນາໄມຫົວງານ, ລະບົບຄອງເໝືອງ, ປະຕູນ້ຳ ແລະ ອາຄານຕ່າງໆຕາມຄອງເໝືອງຊົນລະປະທານໃຫ້ເປັນຂະບວນຟົດຟື້ນ ເພື່ອໃຫ້ນ້ຳໄຫຼສະດວກ, ຫຼຸດຜ່ອນການຮົ່ວຊຶມຂອງນ້ຳ, ຮັບປະກັນການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳ ໃຫ້ທັນຕາມລະດູການຢ່າງພຽງພໍ ແລະ ຕໍ່ເນື່ອງ.

3 ໃຫ້ກົມຊົນລະປະທານ ປະສານສົມທົບກັບພະແນກ ກປ ປະຈໍາແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ຮີບຮ້ອນຊຸກຍູ້ ແລະ ເລັ່ງທວງຜູ້ຮັບເໝົາກໍ່ສ້າງສ້ອມແປງຊົນລະປະທານຕ່າງໆ ທີ່ໄດ້ເຊັນສັນຍາໄປແລ້ວປະຕິບັດໜ້າວຽກໃຫ້ສຳເລັດຕາມກຳນົດເວລາ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍຊົນລະປະທານ ແລະ ສັນຍາຢ່າງເຂັ້ມງວດ.

4 ສໍາລັບການຈັດພິທີ ເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດ ນັບຕັ້ງແຕ່ວັນທີ 3 ຫາ 15 ພະຈິກ 2019 ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງຮັບປະກັນເນື້ອໃນຕົ້ນຕໍ ແລະ ຮູບການເປັນສຳຄັນ, ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ ໃຫ້ຖືເອົາວັນດັ່ງກ່າວເຜີຍແຜ່ຜົນສຳເລັດຂອງຂະແໜງການໃນຊຸມປີຜ່ານມາ, ພ້ອມທັງສະຫຼຸບ ແລະ ຖອດຖອນບົດຮຽນໄປພ້ອມ ແລະ ຮຽກຮ້ອງໃຫ້ຊາວກະສິກອນ ປະຕິບັດຕາມທິດຊີ້ນຳທີ່ວ່າ ລັດ ແລະ ປະຊາຊົນເຮັດພ້ອມກັນ.

5 ມອບໃຫ້ກົມຊົນລະປະທານອອກຄໍາແນະນໍາດ້ານວິຊາການ ເພື່ອຜັນຂະຫຍາຍຄໍາສັ່ງສະບັບນີ້ເປັນອັນລະອຽດໃຫ້ແກ່ຂະແໜງສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ ແລະ ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານກະຊວງ ກປ ໄດ້ຮັບຊາບເປັນປົກກະຕິ ເພື່ອຫາວິທີແກ້ໄຂຢ່າງທັນການ.

[ ຂ່າວ: ສັນຕິ ]