Monthly Archives: November, 2019

ບູລະນະພະພຸດທະຮູບໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ

ເປັນເລື່ອງທີ່ໜ້າຍິນດີຕໍ່ປະຊາຊົນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ລວມທັງມວນຊົນລາວ ທີ່ກໍາລັງຈະມີແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ປະຫວັດສາດເພີ່ມເພື່ອໃຫ້ໄດ້ສັກກະລະບູສາ, ສຶກສາຕໍ່ໄປ ໃນວັນທີ 2 ພະຈິກ 2019 ນີ້ ປະຊາຊົນບ້ານຮົ່ມເຢັນ, ບ້ານດອນທາດ, ບ້ານດອນສະຫວັນ, ຫ້ອງການຖະແຫຼງຂ່າວ ແລະ ຫ້ອງການທີ່ກ່ຽວຂ້ອງ ພ້ອມກັນຈັດສະຖານທີ່ກະກຽມປະກອບພິທີທາງສາສະໜາ ເພື່ອບູລະນະ - ປະຕິສັງຂອນ ສ້າງວິຫານກວມພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ທີ່ເປັນພະປະຕິມາອົງເກົ່າແກ່ ແລະ...

“ນົກສັນຕິພາບ” ຊຸດປະຈໍາຊາດລາວໃນເວທີປະກວດ Miss Crystal Angel International 2019

ອີກໜຶ່ງສາວງາມທີ່ເປັນຕົວແທນປະເທດໄປປະກວດໃນເວທີສາກົນ Miss Crystal Angel International 2019 ເປັນເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈະຈັດຂຶ້ນປະເທດມຽນມາໄວໆນີ້ ປະເທດລາວກໍໄດ້ສາວງາມ ຫຼາກຫຼາຍຄວາມສາມາດຄື ສາວ ລັດ ລັດດາພອນ ພົມສຸວັນ Miss Crystal Angel International Laos 2019 ອາຍຸ...

ແຮ່ນນ້າ ໄດ້ຮັບລາງວັນ Miss social media ໃນເວທີປະກວດ Miss Asia Global 2019

ຈົບລົງໄປແລ້ວສໍາລັບເວທີປະກວດສາວງາມ Miss Asia Global 2019 ຈັດຂຶ້ນທີ່ປະເທດອິນເດຍ ຮອບຕັດສິນໃນຄໍ່າຄືນວັນທີ 1 ພະຈິກ 2019 * ລາວເຮົາ ສາວ ແຮ່ນນ້າ ໂລຊັນບູ້ມ ເປັນຕົວແທນເຂົ້າປະກວດ ແລະ ສາມາດຄວ້າລາງວັນຈາກເວທີດັ່ງກ່າວມາຝາກຊາວລາວກໍຄືລາງວັນ Miss social media ເປັນລາງວັນທີ່ໄດ້ຮັບຄວາມນິຍມຫຼາຍໃນສື່ອອນລາຍ ບໍ່ວ່າຈະເປັນການໂຫວດ ກົດໄລ໊ ກົດແຊ ສະແດງຄວາມຄິດເຫັນຕ່າງໆ * ແນວໃດກໍຂໍສະແດງຄວາມຍິນດີນໍາເດີ້...

ໜັງສືພິມເສດຖະກິດ – ການຄ້າ ເປັນເຈົ້າການລະດົມເຄື່ອງຊ່ວຍເຫຼືອໂຮງຮຽນທີ່ເມືອງບົວລະພາ

ໜັງສືພິມເສດຖະກິດ - ການຄ້າ ໄດ້ເປັນເຈົ້າການລະດົມເຄື່ອງຊ່ວຍເຫຼືອ ອຸປະກອນການຮຽນການສອນ ກັບຫຼາຍພາກສ່ວນ ລວມມູນຄ່າຫຼາຍກວ່າ 16 ລ້ານກີບ ມອບໃຫ້ຫ້ອງການສຶກສາທິການ ແລະ ກີລາ ເມືອງບົວລະພາ ແຂວງຄຳມ່ວນ ເພື່ອເປັນການຊຸກຍູ້ ແລະ ສົ່ງເສີມວຽກງານການສຶກສາໃຫ້ມີຄວາມເຂັ້ມແຂງ. ພິທີມອບ - ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈັດຂຶ້ນໃນຕອນບ່າຍຂອງວັນທີ 1 ພະຈິກ 2019 ທີ່ຫ້ອງການໜັງສືພິມ...

ສຶກສາອາການມະເຮັງປາກມົດລູກໄລຍະທຳອິດ ຮູ້ໄວປິ່ນປົວໄດ້

ມະເຮັງປາກມົດລູກໄລຍະທໍາອິດ ມັກບໍ່ປາກົດອາການຜິດປົກກະຕິ ໃຫ້ຜູ້ປ່ວຍສັງເກດເຫັນ ດ້ວຍເຫດນີ້ ຈຶ່ງອາດເຮັດຫຼາຍຄົນບໍ່ຮູ້ວ່າຕົວວ່າເປັນໂຣກນີ້ ຖ້າປ່ອຍໄວ້ໂດຍບໍ່ໄດ້ເຂົ້າປິ່ນປົວ ອາດເປັນອັນຕະລາຍເຖິງຊີວິດ; ເຖິງແມ່ນວ່າມະເຮັງປາກມົດລູກຈະມີທ່າອ່ຽງພົບຫຼາຍ ໃນແມ່ຍິງໄວກາງຄົນ ແຕ່ກໍ່ຍັງມີລາຍງານການພົບມະເຮັງປາກມົດລູກກັບຜູ້ທີ່ມີອາຍຸນ້ອຍເຊັ່ນກັນ. ເຖິງຢ່າງໃດກໍ່ຕາມ ມະເຮັງປາກມົດລູກ ກໍ່ຍັງມີໂອກາດປິ່ນປົວໃຫ້ຫາຍໄດ້ ເມື່ອທຽບໃສ່ໂຣກມະຮັງຊະນິດອື່ນໆ. ເຊິ່ງການວິນິໄສໂຣກມະເຮັງປາກມົດລູກໃນໄລຍະທຳອິດ ຈະສັງເກດໄດ້ຈາກອາການເຫຼົ່ານີ້: ເປັນປະຈຳເດືອນດົນ ແລະ ມີປະລິນມານຫຼາຍກວ່າປົກກະຕິ; ມີເລືອດຫຼອນອອກທາງຊ່ອງຄອດລະຫວ່າງຮອບເດືອນ; ຮູ້ສຶກເຈັບປວດຂະນະມີເພດສຳພັນ; ເປັນລົງຂາວຫຼາຍຜິດປົກກະຕິ; ມີເລືອດອອກທາງຊ່ອງຄອດ ຫຼັງຈາກໝົດປະຈຳເດືອນ; ເຈັບທ້ອງນ້ອຍ ຫຼື...

ເຄື່ອງນຸ່ງເດັກນ້ອຍທີ່ວ່າດີ ອາດອັນຕະລາຍຕໍ່ເດັກໄດ້

ເສື້ອຜ້າເດັກນ້ອຍທີ່ເຮົາເຫັນວ່າໜ້າຮັກ ແລະ ຄິດວ່າເໝາະສົມສຳລັບເດັກອາດຈະເປັນອັນຕະລາຍຕໍ່ເດັກນ້ອຍໄດ້ ໂດຍທີ່ເຮົາບໍ່ເຄີຍຮູ້ມາກ່ອນ ແຕ່ບາງຄັ້ງກໍອາດຈະຫຼີກລຽງບໍ່ໄດ້ ເພາະທຸກມື້ນີ້ຂອງໃຊ້ເດັກນ້ອຍແມ່ນມີຫຼາກຫຼາຍຊະນິດອອກມາຂາຍແບບເລືອກບໍ່ໄດ້ເລີຍ ຖ້າຫຼີກລຽງ ຫຼື ຮູ້ກ່ຽວກັບເລື່ອງນ້ອຍໆຂອງລູກນ້ອຍໄວ້ກໍຍິ່ງເປັນການດີຕໍ່ສຸຂະພາບຂອງເດັກເອງ ເຊັ່ນ: ເຄື່ອງທີ່ມີຂົນ: ອາດກໍ່ຄວາມລະຄາຍເຄືອງແກ່ຜິວທີ່ບອບບາງ ໂດຍເດັກນ້ອຍບໍ່ຮູ້ຕົວ, ບາງເທື່ອກໍກະຕຸ້ນລະບົບພູມແພ້ ແລະ ກໍ່ໃຫ້ເກີດອາການຄັນຕາມມາໄດ້. ເຄື່ອງທີ່ປະກອບດ້ວຍສ່ວນຕົກແຕ່ງຕ່າງໆ: ເປັນຕົ້ນແມ່ນກະດຸມດອກ  ໄມ້, ລູກໄມ້ ຍິ່ງມີສີສັນຈະຍິ່ງກະຕຸ້ນໃຫ້ເດັກດຶງມາອົມ ຫຼື ກືນກິນໄດ້. ເຄື່ອງທີ່ຂະໜາດພໍດີຕົວເກີນໄປ ຫຼື ຄັບ: ຈະເຮັດໃຫ້ເດັກຫາຍໃຈບໍ່ອອກ, ອຶດອັດ ແລະ ເຮັດໃຫ້ເລືອດໄຫຼວຽນໄດ້ບໍ່ສະດວກ. ເຄື່ອງທີ່ມີສີສະທ້ອນແສງປະກອບ: ເພາະມັນຈະສ້າງຄວາມສົນໃຈແກ່ເດັກນ້ອຍ...

ກະແລັມຫົວສີໃຄ ຊື່ນໃຈເພື່ອສຸຂະພາບ

ເວລາເມື່ອຍໆກໍຢາກຈະກິນກະແລັມໃຫ້ຊື່ນໃຈຂຶ້ນ, ສ້າງ ຄວາມຕື່ນຕົວໃຫ້ກັບຮ່າງກາຍຈັກໜ້ອຍໜຶ່ງ ແຕ່ຖ້າຈະໄປຊື້ຢູ່ຮ້ານທົ່ວໄປກໍຢ້ານວ່າຈະມີໄຂມັນຫຼາຍເກີນໄປ. ດັ່ງນັ້ນ. ລອງເອົາສູດກະແລັມຫົວສີໃຄທີ່ເຮັດຈາກຢາພື້ນເມືອງລາວໄວ້ກິນເອງຮັບຮອງວ່າຊື່ນໃຈແນ່ນອນແຖມຍັງດີຕໍ່ສຸຂະພາບອີກ. ສ່ວນປະສົມ: ນ້ຳ 400 ມິນລີລິດ, ຫົວສີໃຄ 200 ກຣາມ, ນ້ຳໝາກນາວ 30 ມິນລີລິດ, ນ້ຳຕານ 150 ກຣາມ, ເກືອ 1/2 ບ່ວງກາເຟ, ແປ້ງມັນຕົ້ນ 25 ກຣາມ,...

ໜຸ່ມອາລີ້ ຜູ້ຊະນະເລີດໃນໂຄງການ Mister International Laos 2019

ໜຸ່ມອາລີ້ ເປັນຜູ້ຊະນະເລີດໂຄງການປະກວດ Mister International Laos 2019 ຄົນທໍາອິດຂອງປະເທດ ເຊິ່ງຈະໄດ້ເຂົ້າໄປປະກວດໃນເວທີສາກົນຕໍ່. ທ້າວ ທະນູພົນ ໄຊຖາສອນ ຫຼື ອາລີ້ ອາຍຸ 24 ປີ ໃຫ້ສໍາພາດວ່າ: ປັດຈຸບັນຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຮຽນຈົບຈາກ ສສ ຫວຽດນາມ, ຕົນເອງມີຄວາມຮູ້ສຶກດີໃຈ ແລະ...

ແຕ່ງຕັ້ງ ທ່ານ ຄຳຜອຍ ວັນນະສານ ເປັນຮັກສາການເຈົ້າແຂວງຜົ້ງສາລີ

ໃນວັນທີ 1 ພະຈິກ 2019 ທີ່ແຂວງຜົ້ງສາລີ ໄດ້ມີພິທີມອບ-ຮັບ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ລະຫວ່າງ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີຜູ້ເກົ່າ ແລະ ທ່ານ ຄຳຜອຍ ວັນນະສານ ຮັກສາການເຈົ້າແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ຈັນສີ ໂພສີຄຳ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ,...

ລັດເລັ່ງແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດພາຍໃນຫຼຸດຜ່ອນການນຳເຂົ້າ

ຈາກສະພາບຄວາມເປັນຈີງໃນນະຄອນຫຼວງວຽງຈັນທີ່ຕ້ອງນຳເຂົ້າພືດຜັກສວນຄົວ ຊີ້ນປາອາຫານຈາກປະເທດເພື່ອນບ້ານບໍ່ເວັ້ນໃນແຕ່ລະວັນ ລວມທັງແຂວງທີ່ມີຊາຍແດນຕິດຈອດອື່ນໆກໍ່ມີການນຳເຂົ້າຫຼາຍ ເນື່ອງຈາກພາຍໃນບໍ່ພໍຕອບສະໜອງຕໍ່ຄວາມຕ້ອງການບໍລິໂພກ ສະນັ້ນໃນທ້າຍເດືອນສິງຫາ 2019 ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນ ທີ່ຜະລິດໄດ້ຢູ່ພາຍໃນ ແລະ ການຄຸ້ມຄອງນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໃຫ້ສາມາດຫຼຸດຜ່ອນການນຳເຂົ້າໃນລະດັບໜຶ່ງ.     ຫຼ້າສຸດໃນວັນທີ 1 ພະຈິກ 2019, ທີ່ນະຄອນຫລວງວຽງຈັນ ທ່ານ ສົມຈິດ...
- Advertisment -
Slide
Slide

Most Read

error: Content is protected !!