ແຕ່ງຕັ້ງ ທ່ານ ຄຳຜອຍ ວັນນະສານ ເປັນຮັກສາການເຈົ້າແຂວງຜົ້ງສາລີ

862

ໃນວັນທີ 1 ພະຈິກ 2019 ທີ່ແຂວງຜົ້ງສາລີ ໄດ້ມີພິທີມອບ-ຮັບ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ລະຫວ່າງ ທ່ານ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີຜູ້ເກົ່າ ແລະ ທ່ານ ຄຳຜອຍ ວັນນະສານ ຮັກສາການເຈົ້າແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ຈັນສີ ໂພສີຄຳ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ, ຫົວໜ້າພະແນກການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ທ່ານ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານໄດ້ຂຶ້ນຜ່ານ ຄໍາສັ່ງກົມການເມືອງສູນກາງພັກ ເລກທີ 083/ກມສພ ລົງວັນທີ 13 ກັນຍາ 2019 ວ່າດ້ວຍການໂຍກຍ້າຍພະນັກງານ ການນຳຂັ້ນສູນກາງໄປຮັບໜ້າທີ່ໃໝ່ ໂດຍໂຍກຍ້າຍສະຫາຍ ຄຳເຈນ ວົງໂພສີ ເຈົ້າແຂວງໆຜົ້ງສາລີ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາສູນກາງພັກ ແລະ ແຕ່ງຕັ້ງ ທ່ານ ຄຳຜອຍ ວັນນະສານ ເປັນຜູ້ຮັກສາການເຈົ້າແຂວງຜົ້ງສາລີ.

ພ້ອມນີ້, ຍັງໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການຄະນະບໍລິຫານງານພັກແຂວງຜົ້ງສາລີ ໂດຍແຕ່ງຕັ້ງສະຫາຍ ພອນໄຊ ອ່ອນສາ, ສະຫາຍ ວີສອນ ລາວເມົາ, ສະຫາຍ ພອນສຸຈິດ ລີລາວົງ, ສະຫາຍ ທອງຕື້ ເກຍສະບົງ ເປັນກໍາມະການຄະນະບໍລິຫານງານພັກແຂວງຜົ້ງສາລີ.