“ນົກສັນຕິພາບ” ຊຸດປະຈໍາຊາດລາວໃນເວທີປະກວດ Miss Crystal Angel International 2019

297

ອີກໜຶ່ງສາວງາມທີ່ເປັນຕົວແທນປະເທດໄປປະກວດໃນເວທີສາກົນ Miss Crystal Angel International 2019 ເປັນເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈະຈັດຂຶ້ນປະເທດມຽນມາໄວໆນີ້

ປະເທດລາວກໍໄດ້ສາວງາມ ຫຼາກຫຼາຍຄວາມສາມາດຄື ສາວ ລັດ ລັດດາພອນ ພົມສຸວັນ Miss Crystal Angel International Laos 2019 ອາຍຸ 21 ປີ ສຶກສາຢູ່ສະຖາບັນທະນາຄານ ສາຂາການເງິນ-ທະນາຄານ ປີ 4 ຫຼາຍຄົນຄົງຍັງຄຸນຕາກັນດີ ເພາະສາວຄົນນີ້ຫາກໍປະກວດ Miss World Laos 2019 ຜ່ານມານີ້

ເຄີຍປະກວດນາງສາວລາວ 2018 ຮອບ 40 ຄົນ ແລະ ປະກວດນາງສາວເອເມ່ທີ່ບາງກອກປະເທດໄທ ປັດຈຸບັນຢູ່ ບ້ານໂພນສະຫວ່າງ ເມືອງຈັນທະບູລີ

ຊຸດ ທີ່ສາວ ລັດ ຈະໃຊ້ເປັນຊຸດປະຈໍາຊາດໃນການປະກວດເວທີນີ້ແມ່ນ ຊຸດ “​ນົກສັນຕິພາບ” ທີ່ແຮງ​ບັນດານໃຈໃນການອອກແບບ ນົກສັນຕິພາບ​ ເປັນ​ສັນຍາລັກ​ຂອງຄວາມສະຫງົບ ການຢູ່ເຢັນເປັນສຸກ ທຸກໆຄົນຢູ່ໃນໂລກນີ້ ຢ່າງມີຄວາມສຸກໂດຍບໍ່ແບ່ງແຢກ ຢູ່​ຮ່ວມກັນຢ່າງ ສັນຕິສຸກ ແລະ ການດຳລົງຊີວິດຢ່າງມີມິດຕະພາບ

*

*

ສໍາລັບການເດີນທາງໄປປະກວດແມ່ນວັນທີ 3 ພະຈິກ 2019 ນີ້ ເພື່ອເກັບໂຕ, ເຮັດກິດຈະກໍາຕ່າງໆຮ່ວມກັບບັນດາສາວງາມຜູ້ເຂົ້າປະກວດປະເທດອື່ນໆ ຮອບຕັດສິນວັນທີ 10 ພະຈິກ 2019 ຮ່ວມໃຫ້ກໍາລັງໃຈ ເຊຍສາວ ລັດ ໄດ້ເລີຍ

*